ISຄວບຄຸມກ່ວາ30%ເນື້ອທີເທດສະບານເມືອງKobaniຂອງຊີຣີ

ISຄວບຄຸມກ່ວາ30%ເນື້ອທີເທດສະບານເມືອງKobaniຂອງຊີຣີ - ảnh 1
ເຮືອນ​ຊານ​ຖືກ​ໄຟ​ໄໝ້​ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​​ອາ​ເມ​ລິ​ກາ ແລະ ສຳ​ພັນ​ທະ​ມິດ ເຂົ້າKobani
(ພາບ: Reuters
)

(vovworld) – ​ ​ໃນ​ຖະ​ແຫຼງ​ການ​ເມື່ອ​ວັນ​ທີ 9/10, ກອງ​ບັນ​ຊາ​ການ​ສູນ​ກາງ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ: ກອງ​ທັບ​ປະ​ເທດນີ້​ໄດ້​ປະ​ຕິ​ບັດ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ 5 ຄັ້ງ​ຢູ່​ໃກ້​ກັບ​ເທດ​ສະ​ບານເມືອງ Kobani ໃນ 2 ວັນ​ຜ່ານ​ມາ, ພ້ອມ​ທັງ​ຢັ້ງ​ຢືນ​ກຳ​ລັງ​ຊາວ Kurd ຢູ່​ທີ່ນີ້​ເກືອບ​ຄື​ວ່າ “ຄວບ​ຄຸ​ມ​ສ່ວນຫຼາຍ​ເທດ​ສະ​ບານ​ເມືອງນີ້ ແລະ ພວມ​ຕໍ່​ສູ້​ຕ້ານ​ບັນ​ດາ​ພາກ​ສ່ວນ IS”. ໃນ​ຂະ​ນະ​ນັ້ນ, ອົງ​ການ​ຕິດ​ຕາມກວດ​ກາ​ສິດ​ທິ​ມະ​ນຸດ ຊີ​ຣີ (SOHR) ປະ​ກາດ​ວ່າ: ບັນ​ດາ​ມື​ປືນ IS ໄດ້​ຄວບ​ຄຸມ​ກ່​ວາ 30% ເນື້ອ​ທີ​ດິ​ນ​ຂອງ​ເທດ​ສະ​ບານ Kobani, ເຊິ່ງ​ລວມ​ມີ​ທັງ​ໝົດ​​ເຂດທາງ​ທິດ​ຕາ​ເວັນ​ອອກ, ສ່ວນ​ໜຶ່ງ​ທາງ​ພາກ​ໃຕ້ ແລະ ພວມ​ມຸ່ງ​ໄປ​ສູ່​ທາງ​​ທິດຕາ​ເວັນ​ຕົກ. ໃນ​ວັນ​ດຽວ​ກັນ, ສຳ​ພັນ​ທະ​ມິດ​ສາ​ກົນ​ຕ້ານ IS ໂດຍ ອາ​ເມ​ລິ​ກາ ນຳ​ໜ້າ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ 2 ຄັ້ງ​ເພື່ອ​ແນ​ໃສ່​ບັນ​ດາ​ເປົ້າ​ໝາຍ​ຂອງ IS ຢູ່​ທາງ​ທິດ​ຕາ​ເວັນ​ອອກ ສ່ຽງ​ໃຕ້ Kobani, ເຂດ​ປະ​ຈຸ​ບັນ​ພວມ​ຖືກ​ກຳ​ລັງ​ຊາວ Kurd ຄວບ​ຄຸມ.



ຂ່າວ/ບົດ​ອື່ນ