(ພາບປະກອບຈາກ Reuters)
(vovworld) – ໃນສານທີ່ໄດ້ຍົກອອກມາໃນວັນທີ 21/5, ໂຄສົກຂອງອົງການລັດອິດສະລາມ (IS) ອ້າງຊື່ເອງ Abu Muhammad al – Adnani ຮຽກຮ້ອງບັນດາຜູ້ສະໜັບສະໜູນກຸ່ມນີ້ປຸກລະດົມບັນດາການບຸກໂຈມຕີກໍ່ການຮ້າຍເນື່ອງໃນໂອກາດເທດສະການເດືອນ Ramadan ຂອງຊາວອິດສະລາມ (ເລີ່ມແຕ່ຕົ້ນເດືອນ 6 ຈະມາເຖິງ). ແລະກໍ່ໃນວັນດຽວກັນ, ອົງການຕິດຕາມກວດກາບັນດາແວບໄຊອິດສະລາມ (SITE) ມີສຳນັກງານຕັ້ງຢູ່ ອາເມລິກາ ໃຫ້ຮູ້ວ່າ: ມີວີດີໂອຕອນໜຶ່ງ, ໄດ້ແຜ່ພາບ IS ຖະແຫຼງພວມສ້າງແຜນການໂຕ້ຕອບໃຫ້ບັນດາຊາວ ມຸດສະລິມຖືກ ເສຍຊີວິດໃນເຫດຈະລາຈົນຢູ່ລັດ Gujarat, ບ້ານເກີດເມືອງນອນຂອງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ແລະ ບາງເຂດອື່ນ. ການກະທຳທີ່ຫາຍາກດັ່ງກ່າວໄດ້ຮັບຖືວ່າແມ່ນເພື່ອແນໃສ່ຍຸຍົງແກ່ດຶງປະຊາຄົມຊາວ ມຸດສະລິມ ສ່ວນໜ້ອຍຢູ່ ອິນເດຍ.