ບັນດາກຳລັງຂອງ ອີຣັກ ບຸກເຂົ້າ al - Abar
(ພາບ: AFP/TTXVN)
|
(vovworld) – ວັນທີ 16/4, ກອງບັນຊາການບັນດາບັ້ນຮົບຮ່ວມຂອງ ອີຣັກ (IJOP) ໃຫ້ຮູ້ວ່າ: ກຸ່ມກໍ່ການຮ້າຍລັດອິດສະລາມ (IS) ອ້າງຊື່ເອງ ໄດ້ນຳໃຊ້ອາວຸດເຄມີເພື່ອຕ້ານຄືນບັນດາກຳລັງ ອີຣັກ ເຂົ້າຮ່ວມບັ້ນຮົບປົດປ່ອຍນະຄອນຫຼວງ Mosul. ຖະແຫຼງການຂອງ IJOP ໃຫ້ຮູ້ວ່າ: ກຳລັງ IS ໄດ້ດຳເນີນບັນດາການບຸກໂຈມຕີທີ່ນຳໃຊ້ອາວຸດເຄມີປະຈຳ, ໄລຍະແຕ່ຕົວເລກຜູ້ຖືກເສຍຊີວິດ ແລະ ຮັບບາດເຈັບກໍ່ຄືຜົນກະທົບຂອງບັນດາການບຸກໂຈມຕີນີ້ຕໍ່ບັ້ນຮົບການທະຫານຂອງກຳລັງ ອີຣັກ ແມ່ນຈຳກັດຢູ່. IS ໄດ້ກີດຂວາງທ່າບຸກໂຈມຕີ Mosul ຂອງບັນດາກຳລັງປ້ອງກັນຄວາມສະຫງົບ ອີຣັກ ດ້ວຍການນຳໃຊ້ລູກປືນໃຫຍ່ບັນຈຸທາດເຄມີ.