IS ບຸກໂຈມຕີໂຮງໝໍໃຫຍ່ຢູ່ Kabul ມີຜູ້ເສຍຊີວິດ ແລະ ຮັບບາດເຈັບຫຼາຍຄົນ
(VOVWORLD) - ວັນທີ 2/11, ມີ “ທະຫານ IS 5 ຄົນ ດຳເນີນການບຸກໂຈມຕີພ້ອມກັນ” ຢູ່ໂຮງໝໍ ເສນາຮັກ Sardar Mohammad Daud Khan ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 25 ຄົນ ແລະ ມີຜູ້ຮັບບາດເຈັບກວ່າ 50 ຄົນ.
ຄວັນໄຟຈາກບ່ອນໂຮງໝໍ ເສນາຮັກ Sardar Mohammad Daud Khan ໃນວັນທີ 2/11/2021 (ພາບ: TTXVN) |
ວັນທີ 02 ພະຈິກ, ອົງການກໍ່ການຮ້າຍລັດ ອິດສະລາມ (IS) ຍອມຮັບວ່າ ໄດ້ດຳເນີນການບຸກໂຈມຕີໃນວັນດຽວກັນຢູ່ໂຮງໝໍເສນາຮັກ Sardar Mohammad Daud Khan ເຊິ່ງເປັນໂຮງໝໍທີ່ມີຂອບຂະໜາດໃຫຍ່ທີ່ສຸດຂອງ ອາບການິດສະຖານຢູ່ນະຄອນຫຼວງ Kabul ແລະ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 25 ຄົນ ແລະ ມີຜູ້ຮັບບາດເຈັບກວ່າ 50 ຄົນ.
ໃນຖະແຫຼງການສະບັບໜຶ່ງທີ່ເອົາລົງໃນຊ່ອງ Telegram ຂອງສຳນັກຂ່າວສານ Amaq, IS ໃຫ້ຮູ້ວ່າ ໄດ້ມີ “ທະຫານ IS 5 ຄົນ ດຳເນີນການບຸກໂຈມຕີພ້ອມກັນ” ຢູ່ໂຮງໝໍແຫ່ງດັ່ງກ່າວ.