IS ປະກາດ Videoclip ເຂັ່ນຂ້າພົນລະເມືອງ ອາເມລິກາແລະ ນັກຮົບຊີຣີຫຼາຍຄົນ
(ພາບ: reuters)
(vovworld)– ວັນທີ 16/11, ກຳລັງ “ລັດອິດຊະລາມ“ (IS) ອ້າງຊື່ເອງ ໄດ້ປະກາດ Videoclip ກ່ຽວກັບການເຂັ່ນຂ້າພະລາກອນຊ່ວຍເຫຼືອມະນຸດສະທຳຊາວອາເມລິກາ, ທ່ານ Peter Kassig. ຖ້າຫາກ Videoclip ດັ່ງກ່າວມີຈິງ, ນີ້ຈະແມ່ນພົນລະເມືອງອາເມລິກາ ຜູ້ທີ 3 ຖືກກຳລັງນີ້ເຂັ່ນຂ້າ ຖັດຈາກນັກຂ່າວອາເມລິກາ 2 ຄົນຖືກເຂັ່ນຂ້າກ່ອນນັ້ນ. Peter Kassig, ອາຍຸ 26 ປີ, ເຮັດວຽກງານກູ້ຊ່ວຍຢູ່ຊີຣີ ແລະ ຖືກລອບຈັບຕົວເມື່ອເດືອນ 10/2013 ໃນຂະນະພວມເດີນທາງໄປນະຄອນ Deir Al Zor ທາງພາກຕາເວັນອອກຊີຣີ. ແລະ ກໍ່ໃນ Videoclip ດັ່ງກ່າວ, IS ຍັງອັດພາບເຂັນຂ້າ 18 ຄົນທີ່ຖືກຖືວ່າແມ່ນນັກຮົບຂອງລັດຖະບານຊີຣີ ອີກດ້ວຍ./.