IS ວາງລະເບີດສະຫຼະຊີບຢູ່ພາກຕາເວັນອອກ ຊີຣີ ເຮັດໃຫ້ຫລາຍສິບຄົນເສຍຊີວິດ
(VOVWORLD) - ວັນທີ 17 ພະຈິກ, ວິທະຍຸກະຈາຍສຽງ Sham FM ສະໜັບສະໜູນລັດຖະບານ ຊີຣີ ໃຫ້ຂ່າວວ່າ:
(ພາບປະກອບ / AFP/TTXVN) |
ຢ່າງໜ້ອຍສຸດມີສາມັນຊົນ 35 ຄົນເສຍຊີວິດໃນເຫດວາງລະເບີດສະຫຼະຊີບ ໂດຍອົງການກໍ່ການຮ້າຍ “ລັດອິດສະລາມ” (IS) ດຳ ເນີນຢູ່ພາກຕາເວັນອອກ ຊີຣີ. ຕາມແຫຼ່ງຂ່າວດັ່ງກ່າວແລ້ວ, IS ໄດ້ບຸກໂຈມຕີແນໃສ່ດ່ານກວດກາຂອງບັນດາກຳລັງປະຊາທິປະໄຕ ຊີຣີ (SDF) ໂດຍ ອາເມລິກາ ໜູນຫລັງຢູ່ເຂດນອນຢູ່ລະຫວ່າງບັນດາບໍ່ນ້ຳມັນ Conico ແລະ Jafra ຢູ່ເຂດຊົນນະບົດທາງທິດຕາເວັນອອກສ່ຽງເໜືອແຂວງ Deir al-Zour, ຂອງ ຊີຣີ. ໃນຂະນະນັ້ນ ບັນດານັກເຄື່ອນໄຫວຢູ່ ຊີຣີ ຢືນຢັນວ່າ: ຈຳນວນຜູ້ເສຍຊີວິດໃນເຫດວາງລະເບີດລົດສະຫຼະຊີບ ນີ້ ແມ່ນ 50 ຄົນ.