ພົນທະຫານ Israel (ພາບ: TTXVN)
(vovworld) – ວັນທີ 20/12, Israel ໄດ້ປະກາດສະພາວະເຕືອນໄພສູງຢູ່ລຽບຕາມຊາຍແດນ ພາຍຫລັງມີຂ່າວການນຳທະຫານຂັ້ນສູງຂອງຂະບວນການອິດສະລາມ Hezbollah, Samir Kuntar ຖືກດັບສູນໃນການບຸກໂຈມຕີທາງອາກາດຢູ່ນະຄອນຫລວງ Damascus ຂອງ ຊີຣີ. Israel ໄດ້ອອກຄຳສັ່ງໃຫ້ບັນດາພົນທະຫານປະເທດນີ້ ບໍ່ໄດ້ອອກຈາກສະຖານທີ່ສູ້ຮົບ ເພື່ອຮັບມືກັນສະພາບຊົ່ວຮ້າຍທີ່ເກີດຂຶ້ນ. ບັນດາກຳລັງຂອງສະຫະປະຊາຊາດຢູ່ Lebanon ກໍເພີ່ມທະວີການລາດຕາເວັນ ແລະ ຕິດຕາມກວດກາລຽບຕິດເສັ້ນຊາຍແດນຂຽວ - ເສັ້ນຊາຍແດນລະຫວ່າງ Israel ແລະ Lebanon ເຊິ່ງສະຫະປະຊາຊາດໄດ້ຂີດຂັ້ນໃນປີ 2000. ກ່ອນໜ້ານັ້ນ, Hezbollah, ຂະບວນການປະກອບອາວຸດຂອງຊາວອິດສະລາມນິກາຍ Shiite ຢູ່ Lebanon ໃຫ້ຮູ່ວ່າ: ຕອນຄ່ຳວັນທີ 19/12, ການນຳ Samir Kuntar ຂອງອົງການນີ້ ຖືກດັບສູນ ເມື່ອບັນດາເຮືອບິນສູ້ຮົບຂອງ Israel ບຸກໂຈມຕີໃສ່ເຮືອນຕືກຂອງຜູ້ນີ້ຢູ່ນະຄອນຫລວງ Damascus ຂອງ ຊີຣີ.