JBIC ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ຮ່ວມ​ມື, ຮ່ວມ​ເດີນ​ທາງພ້ອມ​ກັບ​ຫວຽດ​ນາມ ນັບ​ທັງ​ດ້ານ​ເຕັກ​ນິກ ແລະ ການ​ເງິນ​ໃນຫຼາຍ​ຂົ​ງ​ເຂດ

(VOVWORLD) -ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງສອງປະເທດ ແມ່ນຊຸກຍູ້ການພົວພັນດ້ານເສດຖະກິດ.
JBIC ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ຮ່ວມ​ມື, ຮ່ວມ​ເດີນ​ທາງພ້ອມ​ກັບ​ຫວຽດ​ນາມ ນັບ​ທັງ​ດ້ານ​ເຕັກ​ນິກ ແລະ ການ​ເງິນ​ໃນຫຼາຍ​ຂົ​ງ​ເຂດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ Maeda Tadashi , ປະທານສະພາບໍລິຫານທະນາຄານ ຮ່ວມມືສາກົນ (JBIC) ຍີ່ປຸ່ນ (ພາບ: TTXVN)

ຕອນເຊົ້າວັນທີ 22 ກໍລະກົດ, ທີ່ການຕ້ອນຮັບທ່ານ Maeda Tadashi , ປະທານສະພາບໍລິຫານທະນາຄານ ຮ່ວມມືສາກົນ (JBIC) ຍີ່ປຸ່ນ ,ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕີລາຄາສູງ JBIC ຍາມໃດກໍ່ຮ່ວມມືຢ່າງມີປະສິດທິຜົນ ແລະ ຕັ້ງໜ້າ, ສະໜອງຫຼາຍບ້ວງເງິນກູ້ຢືມ, ພິເສດແມ່ນພັດທະນາບັນດາໂຄງການພື້ນຖານໂຄງລ່າງສຳຄັນ, ບັນດາໂຄງການທີ່ມີ ຂອບຂະໜາດໃຫຍ່.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງສອງປະເທດ ແມ່ນຊຸກຍູ້ການພົວພັນດ້ານເສດຖະກິດ, ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍຫຼາຍມາດຕະການເພື່ອຄວບຄຸມພະຍາດໂຄວິດ - 19 ຢ່າງມີປະສິດທິຜົນ, ສືບຕໍ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄຸ້ມຄອງໄຟເງິນເຟີ້, ຮັບປະກັນຄວາມດຸ່ນດ່ຽງໃຫຍ່, ປະຕິຮູບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ… ຫວັງວ່າ ບັນດານັກລົງທຶນຍີ່ປຸ່ນ ຈະສືບຕໍ່ເຂົ້າມາລົງທຶນຢູ່ ຫວຽດນາມ. ໄລຍະຈະມາເຖິງ, ບົນເນື້ອໃນຈິດໃຈ “ນ້ຳໃສໃຈຈິງ, ເຊື່ອໝັ້ນ, ມີປະສິດທິຜົນ”, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຍີ່ປຸ່ນ ແລະ JBIC ສືບຕໍ່ໜູນຊ່ວຍ ຫວຽດນາມ ສ້າງພື້ນຖານເສດຖະກິດ ມີການເຕີບໂຕໂດຍໄວ, ຍືນຍົງ, ມີຂອບຂະໜາດໃຫຍ່, ເປັນເອກະລາດ, ເປັນເຈົ້າຕົນເອງ, ຕິດພັນກັບຄວາມຕັ້ງໜ້າ, ຄວາມເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ, ມີປະສິດທິຜົນ

        ສ່ວນທ່ານປະທານ JBIC ໄດ້ຕີລາຄາສູງບັນດາຄຳໝັ້ນສັນຍາ, ການກະທຳຂອງ ຫວຽດນາມ ກ່ຽວກັບບັນຫາສິ່ງແວດລ້ອມ, ທ່ານໃຫ້ຮູ້ວ່າ JBIC ມີຄວາມຫວັງຢາກຮ່ວມມື, ຮ່ວມເດີນທາງພ້ອມກັບ ຫວຽດນາມ ນັບທັງດ້ານເຕັກນິກ ແລະ ການເງິນໃນຫຼາຍຂົງເຂດ

ຕອບກັບ

ຂ່າວ/ບົດ​ອື່ນ