NATOໄຂການຊ້ອມຮົບຍຸດທະສາດສາກົນຄັ້ງໃຫຍ່ສຸດ
NATO ເລີ່ມຕົ້ນການຊ້ອມຮົບຍຸດທະສາດ
photo:internet
|
(vovworld)- ວັນທີ 9/6, ຢູ່ຖານທີ່ໝັ້ນການທະຫານ Adazi ຂອງ Latvia, NATO ເລີ່ມຕົ້ນການຊ້ອມຮົບຍຸດທະສາດປະຈຳປີຄັ້ງໃຫຍ່ສຸດໃນໂລກ “Saber Strike 2014” ໂດຍມີການເຂົ້າຮ່ວມຂອງນາຍທະຫານກວ່າ 4.700 ຄົນທີ່ມາຈາກ 10 ປະເທດ. ການຊ້ອມຮົບປີນີ້ ແມ່ນການປະສານສົມທົບລະຫວ່າງທະຫານບົກ ແລະ ທະຫານອາກາດ ຈຸດປະສົງແມ່ນສ້າງຄວາມຊຳນານງານເຂົ້າຮ່ວມບັນດາບັ້ນຮົບສາກົນໃຫ້ສົມບູນແບບ. Saber Strike 2014 ໄດ້ດຶງດູດ 800 ກອງລົດຖັງ, ລົດຫຸ້ມເກາະ, ເຮືອບິນຂັບໄລ່. ການຊ້ອບຮົບດັ່ງກ່າວຈະແກ່ຍາວເຖິງວັນທີ 20/6.