NATO ເລີ່ມດຳເນີນ ການຊ້ອມຮົບຢູ່ Latvia
NATO ເລີ່ມດຳເນີນການຊ້ອມຮົບຢູ່ Latvia
(ພາບ: TTXVN)
(vovworld) – ວັນທີ 22/03, ອົງການ NATO ໄດ້ເລີ່ມດຳເນີນການຊ້ອມຮົບນາໆຊາດທີ່ມີຊື່ວ່າ “Operation Summer Shield - XII” ດ້ວຍການເຂົ້າຮ່ວມຂອງພົນທະຫານ 1.100 ຄົນທີ່ມາຈາກບັນດາປະເທດຄື: Latvia, Litva, ອາເມລິກາ, ອັງກິດ ລຸກຊຳບວກ ແລະ ການາດາ. ນີ້ແມ່ນການຊ້ອມຮົບປະສົມຂອງບັນດາກຳລັງເຫຼົ່າທັບເຮືອ, ທະຫານບົກ, ເຫຼົ່າທັບອາກາດ NATO. ການຊ້ອມຮົບແກ່ຍາວຮອດວັນທີ 31/03, ດ້ວຍຈຸດປະສົງເພີ່ມທະວີການສົມທົບກັນ, ໜູນຊ່ວຍຂອງທະຫານຊ່າງແສງ, ທະຫານປືນໃຫຍ່, ເຫຼົ່າທັບອາກາດ ແລະ ບັນດາພາຫະນະຕ້ານອາວຸດລ້າງຜານໃນບັນດາບັ້ນການທະຫານຂອງທະຫານທາງບົກ. ເຂົ້າຮ່ວມການຊ້ອມຮົບມີບັນດາເຮືອບິນເອລີກອບເຕີ Black Hawk ຂອງອາເມລິກາ, ພ້ອມກັບພາຫະນະອຸປະກອນການທະຫານທີ່ທັນສະໄໝອື່ນໆ.