NATO ແຈ້ງຈຸດເວລາຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດ
ໂຄສົກອົງການ NATO ທ່ານນາງ Oana Lungescu
(ພາບປະກອບ: AFP/TTXVN)
(vovworld) - ກອງປະຊຸມລັດຖະມົນຕີການຕ່າງປະເທດອົງການສົນທິສັນຍາອັດລັງຕິກເໜືອ (NATO) ຈະດຳເນີນໃນວັນທີ 31/03 ຈະມາເຖິງ. ວັນທີ 27/03, ຜ່ານໂຄສົກອົງການ NATO ທ່ານນາງ Oana Lungescu, ໃຫ້ຮູ້ໃນສື່ສັງຄົມ Twitter ວ່າ, ໄດ້ຕົກລົງປ່ຽນຈຸດເວລາຂອງກອງປະຊຸມໄປສູ່ຈຸດເວລາໃໝ່ເຊິ່ງໄດ້ຍົກອອກມາ ພາຍຫຼັງທີ່ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Rex Tillerson ແຈ້ງວ່າ, ບໍ່ສາມາດເຂົ້າຮ່ວມກອງປະຊຸມກ່ອນນັ້ນ ເຊິ່ງຄາດວ່າຈະດຳເນີນໃນວັນທີ 05 – 06/04 ຢູ່ບຣຸກແຊນ, ປະເທດແບນຊິກ, ຍ້ອນຕ້ອງໄດ້ກະກຽມໃຫ້ແກ່ການຢ້ຽມຢາມອາເມລິກາ ຂອງທ່ານປະທານປະເທດຈີນ ສີຈີ້ນຜິງ ໃນວັນທີ 06 – 07/04. ກະຊວງການຕ່າງປະເທດອາເມລິກາ ຢືນຢັນວ່າ, ທ່ານ Tillerson ຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອົງການ NATO ຖ້າຫາກກອງປະຊຸມໄດ້ດຳເນີນໃນວັນທີ 31/03.