Pakistan ປະຕິເສດ ບົດລາຍງານສືບສວນ ກ່ຽວກັບເຫດການ ບຸກໂຈມຕີຂອງ NATO
ວັນທີ 22/12, ທ່ານ Gregory Julian ໂຄສົກຂອງອົງການ NATO ໃຫ້ຮູ້ວ່າ: ໝາກຜົນການສືບສວນກ່ຽວກັບເຫດການບຸກໂຈມຕີທີ່ພິດເປົ້າໝາຍຂອງ NATO ໃສ່ປ້ອມກວດກາຂອງ Pakistan ເມື່ອເດືອນກ່ອນ ຊື່ງເຮັດໃຫ້ທະຫານ Pakistan 24 ຄົນເສຍຊີວິດນັ້ນ ໄດ້ສະແດງໃຫ້ເຫັນວ່າ ຄວາມພິດເກີດມາຈາກທັງສອງຝ່າຍ. ໂຄສົກຂອງອົງການ NATO ໄດ້ເວົ້າວ່າ ໃນໄລຍະທີ່ຈະມາເຖິງ ຈະຍົກສູງການເຄືອ່ນໄຫວພົວພັນຕິດຕໍ່ກັບບັນດາກຳລັງ Pakistan ເພື່ອຫລຸດຜ່ອນບັນດາເຫດການທີ່ຄ້າຍຄືດັ່ງກ່າວ.
ວັນທີ 26/11 ຜ່ານມາ, ເຮືອບິນສູ້ຮົບ ແລະເຮືອບິນແອລີກອບແຕຂອງ NATO ໄດ້ຖີ້ມລະເບີດໃສ່ເຂດຊາຍແດນຂອງ Pakistan ຢູ່ມໍ່ກັບເຂດຊາຍແດນຕິດກັບ Apghanixtan ເຮັດໃຫ້ທະຫານ Pakistan 24 ຄົນເສຍຊີວິດ. ໃນທັນທີ, Pakistan ໄດ້ມີປະຕິກິລິຍາຢ່າງຮ້າຍແຮງຕໍ່ເຫດການນີ້, ນັບທັງເລື່ອງປິດປະຕູເຂດຊາຍແດນລະຫວ່າງ Pakistan ແລະApghanixtan.