Talibanເຂັ່ນຂ້າຕົວປະກັນ12ຄົນ

Talibanເຂັ່ນຂ້າຕົວປະກັນ12ຄົນ - ảnh 1
(ພາບປະກອບ)

(vovworld) - ​ເຈົ້າ​ໜ້າ​ທີ່ສືບ​ລາຊະການ​ລັບ​ການ​ທະຫານ ອາບ​ກາ​ນິດ​ສະຖານ ທ່ານ Mohammad Tahiri ​ໃຫ້​ຮູ້​ວ່າ ວັນ​ທີ 08/06 ພວກ​ກະບົດ Taliban ​ໄດ້​ເຂັ່ນ​ຂ້າ 12 ຄົນ​ ທີ່ຖືກ​ພວກ​ມັນຈັບ​ຕົວ​ໃນການສະ​ກັດ​ຕີ​ຫວ່າງ​ແລ້ວ​ນີ້​ ຢູ່​ແຂວງ Ghazni, ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້​ປະ​ເທດ​ນີ້. ທ່ານ Tahiri ​ແຈ້ງ​ໃຫ້​ຊາບ ​ຜູ້​ປະສົບ​ເຄາະ​ຮ້າຍ 12 ຄົນ​ລວມມີ: ຕຳຫລວດ 7 ຄົນ, ພົນທະຫານ 3 ຄົນ ​ແລະ​ ເຈົ້າໜ້າ​ທີ່ ຂຶ້ນ​ກັບ​ອົງການສືບ​ລາຊະການ​ລັບ​ແຫ່ງຊາດ 2 ຄົນ​. ​ໃນ​ກ່ວາ 2 ​ເດື່ອ​ນຜ່ານ​ມາ, Taliban ​ໄດ້​​ກີດຂວາງ​ລົດ​ເມ​ຫລາຍ​ຄັນ ​ແລະ ຫລອບຈັບ​ຕົວ​ຜູ້​ໂດຍສານຈຳນວນ​ໜຶ່ງ​ໃນ​ສາຍ​ທາງ​ຫລວງ Kabul – Ghazni ​ແລະ Ghaxni – Paktia.

ຂ່າວ/ບົດ​ອື່ນ