(ພາບ:vnexpress.net)
( vovworld ) – ວັນທີ 15/4, ພວກວາງລະເບີດສະຫຼະຊີບ ໄດ້ປະຕິບັດການບຸກໂຈມຕີຄັ້ງຕ່າງໆຢ່າງລຽນຕິດໃນທົ່ວເຂດດິນແດນ Afghanixtan ຊື່ງແມ່ນການກະທຳທີ່ໂຄສົກຂອງພວກກະບົດ Taliban ປະກາດວ່າ “ເປັນຂີດໝາຍແຫ່ງການເປີດສາກບັ້ນຮົບລະດູບານໃໝ່“ ຂອງກຳລັງນີ້. ທີ່ນະຄອນຫຼວງ Kabul, ສຽງປືນ ແລະ ສຽງລະເບີດແຕກໄດ້ດັ່ງກ້ອງກັງວານຢູ່ມໍ່ກັບເຂດຕັ້ງສະຖານທູດອາເມລິກາ, ອັງກິດ, ເຢຍລະມັນ ແລະ ອີຣານ ກໍຄືຫຼາຍອົງການຂອງສະຫະຫະຊາຊາດ, ອົງການ NATO….ບັນດາມືປືນກໍໄດ້ຍຶດເອົາຕຶກອາຄານແຫ່ງໜື່ງ ແລະ ບຸກໂຈມຕີສຳນັກງານສະພາແຫ່ງຊາດ ກ່ອນທີ່ຖືກບັນດາກຳລັງປ້ອງກັນຄວາມສະຫງົບ Afghanixtan ຍູ້ໃຫ້ຖອຍໄປ. ຢູ່ນອກນະຄອນຫຼວງ, ບັນດາມືປືນ Taliban ໄດ້ບຸກໂຈມຕີສຳນັກງານລັດຖະບານຢູ່ແຂວງ Logar, ສະໜາບິນຢູ່ Jalalabad ແລະ ປ້ອມຕຳຫຼວດແຫ່ງ 1 ຢູ່ເທດສະບານເມືອງ Gardez ຂຶ້ນກັບແຂວງ Paktya. ບັນດາສະຖານທູດເຢຍລະມັນ, ຍີ່ປຸ່ນ, ລັດເຊຍ ຖືກບຸກໂຈມຕີ ແຕ່ບໍ່ມີຜູ້ໃດຖືກບາດເຈັບລົ້ມຕາຍ. ບັນດາກຳລັງ Afghanixtan ໄດ້ສວມບົດບາດຕົ້ນຕໍໃນການຕ້ານຄືນການບຸກໂຈມຕີຄັ້ງຕ່າງໆ ທີ່ຫາກໍ່ເກີດຂຶ້ນ ແຕ່ເລື່ອງພວກກະບົດອາດຈະບຸກໂຈມຕີນະຄອນຫຼວງ Kabul ໄດ້ເຮັດໃຫ້ຫາງສຽງມີຄວາມວິຕົກກັງວົນຕໍ່ສະພາບຄວາມສະຫງົບປອດໄພຂອງປະເທດອາຊີຕາເວັນຕົກສ່ຽງໃຕ້ນີ້.