TimorLesteມີນາຍົກລັດຖະມົນຕີຄົນໃໝ່
(vovworld) - ວັນທີ 10/2, ທ່ານປະທານາທິບໍດີ Timor Leste Taur Matan Ruak ໄດ້ໃຫ້ສັດຕະຍາບັນຂໍ້ຕົກລົງຂອງພັກການເມືອງອັນດັບໜຶ່ງຂອງປະເທດນີ້, ພັກ ຄອງເກດກໍ່ສ້າງ Timor Leste ຄືນໃໝ່ (CNRT), ໄດ້ບົ່ງຕົວທ່ານລັດຖະມົນຕີວ່າການກະຊວງສາທາລະນະສຸກ Rui Araujo ເປັນນາຍົກລັດຖະມົນຕີຄົນໃໝ່, ແທນໃຫ້ທ່ານ Xanana Gusmao ລາອອກຈາກຕຳແໜ່ງໃນວັນທີ 6/2. ຄາດວ່າ, ລັດຖະບານຊຸດໃໝ່ອາດຈະຮັບດຳລົງຕຳແໜ່ງໃນທ້າຍປີນີ້.
ທ່ານ Araujo ອາຍຸ 51 ປີ, ຮັບດຳລົງຕຳແໜ່ງລັດຖະມົນຕີວ່າການກະຊວງສາທາລະນະສຸກ ໄລຍະ 2001 – 2007 ແລະ ປະຈຸບັນແມ່ນຜູ້ທີ່ປຶກສານະໂຍບາຍໃຫ້ກະຊວງການເງິນ. ທ່ານກໍ່ແມ່ນສະມາຊິກຄະນະກຳມະການສູນກາງຂອງພັກຝ່າຍຄ້ານ ແນວໂຮມປະຕິວັດເພື່ອ Timor Leste ເອກະລາດ (FRETILIN).