UAE ປະກາດແຜນການເປີດດ່ານຊາຍແດນກັບ ກາຕາ ຄືນໃໝ່
(VOVWORLD) -ການເຊື່ອມຕໍ່ສາຍການບິນກັບ UAE ຄືນໃໝ່ ຈະສວມບົດບາດສຳຄັນໃນສະພາບທີ່ ກາຕາ ຈະຈັດຕັ້ງຮອບຊິງຊະນະເລີດ ບານເຕະໂລກ - World Cup ໃນປີໜ້າ.
(ພາບປະກອບ: AFP/TTXVN) |
ວັນທີ 8 ມັງກອນ, ສຳນັກຂ່າວສານ WAM ໄດ້ໃຫ້ຂ່າວວ່າ ສະຫະລັດ ອາຣັບ ເອມມີເລດ (UAE) ຈະເປີດດ່ານຊາຍແດນທາງບົກ, ທາງທະເລ ແລະ ເຊື່ອມຕໍ່ສາຍການບິນກັບ ກາຕາ ຄືນໃໝ່ ນັບແຕ່ວັນທີ 9 ມັງກອນ. ການເຊື່ອມຕໍ່ສາຍການບິນກັບ UAE ຄືນໃໝ່ ຈະສວມບົດບາດສຳຄັນໃນສະພາບທີ່ ກາຕາ ຈະຈັດຕັ້ງຮອບຊິງຊະນະເລີດ ບານເຕະໂລກ - World Cup ໃນປີໜ້າ.
ໃນວັນດຽວກັນ, ທ່ານປະທານາທິບໍດີ ຕວັກກີ Tayyip Erdogan ໄດ້ສະແດງຄວາມຊົມເຊີຍບາດກ້າວບຸກທະລຸ ລະຫວ່າງ ບັນດາປະເທດ ອາຣັບ ທີ່ຢູ່ເຂດອ່າວເປີເຊຍ ແລະ ກາຕາ, ພ້ອມທັງໃຫ້ຂໍ້ສັງເກດວ່າ ນີ້ແມ່ນການກະທຳປັບປຸງການພົວພັນ ກໍຄື ຍົກເລີກການຈຳກັດ ແມ່ນນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ພາກພື້ນນີ້..