UAE ແຕ່ງ​ຕັ້ງ​ປະ​ທານ COP 28

(VOVWORLD) -ໃນນາມເປັນ ຜູ້ອຳນວຍການບໍລິຫານປະດິດຄິດສ້າງ ຂອງບໍລິສັດພະລັງງານທົດແທນ Masdar, ໃນນັ້ນ ADNOC ກວມຖືຫຸ້ນ 24%, ທ່ານ Jaber ໄດ້ຮັບການຕີລາຄາວ່າ ເປັນຜູ້ທີ່ເໝາະສົມທີ່ສຸດເພື່ອດຳລົງຕຳແໜ່ງປະທານກອງປະຊຸມສາກົນກ່ຽວກັບສິ່ງແວດລ້ອມ.
UAE ແຕ່ງ​ຕັ້ງ​ປະ​ທານ COP 28 - ảnh 1ທ່ານ Sultan al-Jaber ຜູ້ອຳນວຍການບໍລິຫານບໍລິສັດນ້ຳມັນອາຍແກັດ ແຫ່ງຊາດ Abu Dhabi
(ພາບ: AP/Kamran Jebreili)

ວັນທີ 12 ມັງກອນ, ອາຣັບບິ ຊາອຸດິ (UAE) ໄດ້ແຕ່ງຕັ້ງ ທ່ານ Sultan al-Jaber ຜູ້ອຳນວຍການບໍລິຫານບໍລິສັດນ້ຳມັນອາຍແກັດ ແຫ່ງຊາດ Abu Dhabi (ADNOC) ດຳລົງຕຳແໜ່ງເປັນປະທານກອງປະຊຸມສຸດຍອດບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບ ການປ່ຽນແປງຂອງດິນຟ້າອາກາດ ຄັ້ງທີ 28 (COP28). UAE ແມ່ນປະເທດເຈົ້າພາບຈັດຕັ້ງ COP 28 ໃນປີນີ້. ໃນຖະແຫຼງການສະບັບໜຶ່ງ, ຫ້ອງການຂອງທ່ານ Jaber - ກໍ່ແມ່ນລັດຖະມົນຕີກະຊວງອຸດສາຫະກຳ ແລະ ເຕັກໂນໂລຢີ ທັງເປັນທູດພິເສດດ້ານອາການ ຂອງ UAE ໃຫ້ຮູ້ວ່າ ທ່ານຈະຊ່ວຍພັດທະນາໂຄງການດຳເນີນງານ COP 28 ແລະ ສວມບົດບາດໃຈກາງໃນການເຈລະຈາ ລະຫວ່າງລັດຖະບານ ເພື່ອສ້າງຄວາມເຫັນດີເຫັນພ້ອມກ່ຽວກັບບັນຫາດິນຟ້າອາກາດ. ທ່ານ Jaber ຢັ້ງຢືນວ່າ UAE ຈະມີວິທີການສຳຜັດໃນຕົວຈິງ ແລະ ມີການມີກຳນົດທິດໃຫ້ວິທີການແກ້ໄຂ” ສຳລັບ COP28. ໃນນາມເປັນ ຜູ້ອຳນວຍການບໍລິຫານປະດິດຄິດສ້າງ ຂອງບໍລິສັດພະລັງງານທົດແທນ Masdar, ໃນນັ້ນ ADNOC ກວມຖືຫຸ້ນ 24%, ທ່ານ Jaber ໄດ້ຮັບການຕີລາຄາວ່າ ເປັນຜູ້ທີ່ເໝາະສົມທີ່ສຸດເພື່ອດຳລົງຕຳແໜ່ງປະທານກອງປະຊຸມສາກົນກ່ຽວກັບສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ