(vovworld) – ຕອນເຊົ້າວັນທີ 08/05, ວັນບຸນວິສາຂະບູຊາສະຫະປະຊາຊາດ (Vesak) 2014 ຖືກໄຂຂຶ້ນຢ່າງເປັນທາງການ ຢູ່ວັດບ້າຍດິ໋ງ, ແຂວງນິງບິ່ງ. ເຂົ້າຮ່ວມວັນບຸນມີທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ, ຜູ້ຕາງໜ້າບັນດາຄະນະ, ຂະແໜງການ, ບັນດາອົງການສາກົນ, ພ້ອມກັບການເຂົ້າຮ່ວມຂອງການນຳບັນດາສະມາຄົມສາສະໜາ, ນິກາຍພຸດທະສາສະໜາ, ທູດຂອງ 95 ປະເທດ ແລະ ເຂດແຂວ້ນ ປະມານ 1.500 ຄົນ. ມີປະພຸດທະສາສະນິກກະຊົນ ພ້ອມກັບປະຊາຊົນທີ່ມາຈາກທຸກສາລະທິດປະທານ 10.000 ຄົນເຂົ້າຮ່ວມ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານສະພາແຫ່ງຊາດ ຫວຽນຊິງຮຸ່ງ ເຊື່ອໝັ້ນວ່າ, ວັນບຸນແມ່ນກາລະໂອກາດເພື່ອຮັດແໜ້ນຄວາມສາມັກຄີ, ມິດຕະພາບ, ຄວາມສະນິດຕິດພັນກັນກ່ວາອີກ ເພື່ອພ້ອມກັນສ້າງສັງຄົມໃຫ້ດີງາມກວ່າ, ປະຕິບັດເປົ້າໝາຍສະຫັດສະວັດຂອງສະຫະປະຊາຊາດ, ເຮັດໃຫ້ມະນຸດກ້າວໄປມີຊີວິດເບີກບານມ່ວນຊື່ນ ແລະ ມີຄວາມຜາສຸກ. ທ່ານປະທານສະພາແຫ່ງຊາດ ຫວຽນຊິງຮຸ່ງ ຢືນຢັນວ່າ:
“ວັນບຸນວິສາຂະບູຊາ ສປຊ 2014 ຖືກຈັດຂຶ້ນຢູ່ຫວຽດນາມ ຊື່ງແມ່ນປະເທດມີຫຼາຍສາສະໜາ ແລະ ສາສະໜາພຸດໄດ້ມີໜ້າຢູ່ທີ່ນີ້ເກືອບ 2000 ແລ້ວ. ໃນໄລຍະແຫ່ງປະຫວັດສາດຂອງຊາດ, ຍາມໃດສາສະໜາພຸດກໍ່ຕິດພັນ ແລະ ຮ່ວມເດີນທາງພ້ອມກັບຊາດຫວຽດນາມ, ສະແດງໃຫ້ເຫັນແຈ້ງທິດນຳ ສາສະໜາຕິດພັນກັບຊີວິດ, ສູ້ຊົນເພື່ອຈຸດໝາຍເອກະລາດແຫ່ງຊາດ, ເສລີພາບ, ຜາສຸກ, ສະຫງົບສຸກໃຫ້ແກ່ມະນຸດ“
ພະມະຫາອາຈານ ທິ໋ກແທງຍ້ຽວ, ຮອງປະທານຜູ້ປະຈຳການສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ ໃຫ້ຮູ້ວ່າ.
“ປີ 2014 ວັນບຸນ Vesak ຖືກຈັດຂຶ້ນຢູ່ວັດບ້າຍດິ໋ງ, ແຂວງນິງບິ່ງ, ເຊິ່ງແມ່ນກຸ່ມເຂດວັດວາອາຮາມ. ໂດຍຕ່າງກັບປີ 2008, ປີ 2014 ນີ້ມີບ່ອນດຳເນີນພິທີສວດມົນບູຊາພາວະນາໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນມີຄວາມຜາສຸກ. ຢູ່ທີ່ນີ້ຍັງມີຄັນທຸງຂອງປະເທດຕ່າງໆ ແລະ ບັນດາພະມະຫາອາຈານ ທີ່ມາຈາກປະເທດຕ່າງໆ ນັ່ງຢູ່ນັ້ນເພື່ອດຳເນີນພິທີ. ນີ້ແມ່ນສິ່ງພິເສດ”.
ໃນຂອບເຂດວັນບຸນ Vesak 2014 ຈະມີກອງປະຊຸມສຳມະນາ 5 ຄັ້ງທີ່ກ່ຽວຂ້ອງເຖິງຫົວຂໍ້ “ສາສະໜາພຸດປະກອບສ່ວນປະຕິບັດບັນດາເປົ້າໝາຍສະຫັດສະວັດ” ຢືນຢັນຈິດໃຈຂອງພຸດທະສາສະໜາ ທີ່ມີຕໍ່ບັນດາບັນຫາຂອງມວນມະນຸດຄື: ການປົກປັກຮັກສາສິ່ງແວດລ້ອມ, ການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ການພັດທະນາຢ່າງໝັ້ນຄົງ…