Vietcombank ໄດ້ຮັບໃບອະນຸຍາດໃຫ້ເຄື່ອນໄຫວຢູ່ ນິວຢອກ ຢ່າງເປັນທາງການ

(VOVWORLD) -Vietcombank ປະຈໍາ ນິວຢອກ ຈະເລີ່ມເຄື່ອນໄຫວນັບແຕ່ໄຕມາດທີ III/2019 ເປັນຕົ້ນໄປ ແລະ ກາຍເປັນຂົວເຊື່ອມຕໍ່ ຂອງ Vietcombank ຢູ່ພາກພື້ນ ອາເມລິກາ ເໜືອ. 

ພະແນກຄຸ້ມຄອງການເງິນລັດ ນິວຢອກ (NYDFS) ຫາກໍປະກາດໃຊ້ໃບອະນຸຍາດໃຫ້ຫ້ອງການຕາງໜ້າຂອງທະນາຄານການການຄ້າຕ່າງປະເທດ ຫວຽດນາມ (Vietcombank) ເຄື່ອນໄຫວຢ່າງເປັນທາງການຢູ່ນະຄອນ ນິວຢອກ (ອາເມລິກາ). ຕາມນັ້ນແລ້ວ, Vietcombank ປະຈໍາ ນິວຢອກ ມີສໍານັກງານຢູ່ ຕຶກອາຄານ One Rockefeller Plaza ຂຶ້ນກັບເຂດໃຈກາງ Manhattan, ນະຄອນ ນິວຢອກ.

        ຄາດວ່າ, Vietcombank ປະຈໍາ ນິວຢອກ ຈະເລີ່ມເຄື່ອນໄຫວນັບແຕ່ໄຕມາດທີ III/2019 ເປັນຕົ້ນໄປ ແລະ ກາຍເປັນຂົວເຊື່ອມຕໍ່ ຂອງ Vietcombank ຢູ່ພາກພື້ນ ອາເມລິກາ ເໜືອ. 

ຕອບກັບ

ຂ່າວ/ບົດ​ອື່ນ