VietnamAirlinesແມ່ນບໍລິສັດການບິນທຳອິດຂອງອາຊີຮັບເຮືອບິນAirbusA350-900
ແທ່ງຈຸງ, ຕ໋ຽນເກື່ອງ, ນັກຂ່າວ VOV -  
ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸ້ງ ກ່າວຄຳເຫັນ
ທີ່ພິທີຮັບເຮືອບິນ A350-900 XWB
(ພາບ: baomoi.com)
(vovworld) – ວັນທີ 2/7, ຢູ່ທ່າອາກາດສະຍານສາກົນ ໂນ້ຍບ່າຍ, ບໍລິສັດໃຫຍ່ການບິນຫວຽດນາມ- Vietnam Airlines ໄດ້ຈັດຕັ້ງພິທີຮັບເຮືອບິນລຸ້ນໃໝ່ Airbus A350-900 ລຳທຳອິດຂອງບໍລິສັດ, ພ້ອມທັງປະກາດໂຄງການຍົກລະດັບການບໍລິການ 4 ດາວຢ່າງເປັນທາງການ. Vietnam Airlines ໄດ້ກາຍເປັນບໍລິສັດທຳອິດຂອງ ອາຊີ ແລະ ທີ 2 ໃນໂລກນຳເຮືອບິນລຸ້ນໃໝ່ Airbus A350-900 ເຂົ້າໃຊ້ການ.
ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸ້ງ ໄດ້ອວຍພອນ Vietnam Airlines ຮັບເຮືອບິນລຳທຳອິດໃນຈຳນວນເຮືອບິນທີ່ທັນສະໄໝລຸ້ນໃໝ່ທີ່ສຸດ 14 ລຳໃນປະຈຸບັນຂອງ Airbus. ພ້ອມກັນນັ້ນ, Vietnam Airlines ກໍພວມກະກຽມຮັບເຮືອບິນລຳທຳອິດໃນຈຳນວນເຮືອບິນລຸ້ນໃໝ່ 19 ລຳ ຂອງBoing. ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸ້ງ ຮຽກຮ້ອງ: Vietnam Airlines ຕ້ອງເປັນເຈົ້າການຮັບເອົາເຮືອບິນລຸ້ນໃໝ່ ແລະ ນຳເຂົ້າໃຊ້ການຢ່າງມີປະສິດທິຜົນ, ປອດໄພໃນໄລຍະໄວທີ່ສຸດ. ທ່ານ ຫງວຽນເຕິນຢຸ້ງ ປາດຖະໜາວ່າ: Vietnam Airlines ສືບຕໍ່ມານະພະຍາຍາມແກ້ໄຂທຸກຄວາມຫຍຸ້ງຍາກ, ບືນຕົວຂຶ້ນກາຍເປັນບໍລິສັດການບິນແຫ່ງຊາດແຖວໜ້າໃນພາກພື້ນ ແລະ ໂລກ.
ແທ່ງຈຸງ, ຕ໋ຽນເກື່ອງ, ນັກຂ່າວ VOV