Viettel ປະຕິບັດການໂທ 5ຈີ ຄັ້ງທຳອິດຜ່ານເຄື່ອງອຸປະກອນ 5ຈີໂດຍ ຫວຽດນາມ ຜະລິດ

(VOVWORLD) - ວັນທີ 17 ມັງກອນ, ທີ່ສຳນັກງານບໍລິສັດໃຫຍດອຸດສາຫະກຳເຕັກໂນໂລຊີສູງ Viettel (ຮ່າໂນ້ຍ), ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຮຸ່ງ ແລະ ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈູງອັກແອັງ ໄດ້ມີການເຮັດວຽກ ແລະ ກວດກາວຽກງານຄົ້ນຄວ້າ, ຜະລິດເຄື່ອງອຸປະກອນອິນເຕີແນັດ 5ຈີ ຂອງ Viettel.
Viettel  ປະຕິບັດການໂທ 5ຈີ ຄັ້ງທຳອິດຜ່ານເຄື່ອງອຸປະກອນ 5ຈີໂດຍ ຫວຽດນາມ ຜະລິດ - ảnh 1 Viettel  ປະຕິບັດການໂທ 5ຈີ ຄັ້ງທຳອິດຜ່ານເຄື່ອງອຸປະກອນ 5ຈີໂດຍ ຫວຽດນາມ ຜະລິດ (ພາບ: (SGGP)

        ປັດຈຸບັນຢູ່ໃນໂລກ ມີ 5 ບໍລິສັດໄດ້ຜະລິດສຳເລັດບັນດາເຄື່ອງອຸປະກອນອິນເຕີແນັດ 5ຈີ ລວມມີ: Ericsson, Nokia, Huawei, Samsung ແລະ ZTE. Viettel ຈະແມ່ນບໍລິສັດທີ 6 ໃນໂລກທີ່ຜະລິດອຸປະກອນນີ້. ໃນຈຳນວນບໍລິສັດດັ່ງກ່າວນັ້ນ ມີພຽງແຕ່ບໍລິສັດ Viettel ເທົ່ານັ້ນທີ່ເປັນທັງແມ່ນບໍລິສັດຂຸດຄົ້ນໂທລະຄົມມະນາຄົມ, ທັງມີຄວາມສາມາດຜະລິດບັນດາອຸປະກອນອິນເຕີແນັດ.

ຕອບກັບ

ຂ່າວ/ບົດ​ອື່ນ