(vovworld) – ວັນທີ 20/07, ຢູ່ແຂວງກວາງຈິ້, ທ່ານນາງກຳມະການກົມການເມືອງ, ຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີມອບນ້ຳນົມໃຫ້ເດັກນ້ອຍຄອບຄົວທະຫານເສຍອົງຄະນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດແຂວງກວາງຈິ້. ລາຍການໂດຍກອງທຶນອຸປະກະລະສັງຄົມຫວຽດນາມ ສົມທົບກັບບໍລິສັດຫຸ້ນສ່ວນນ້ຳນົມຫວຽດນາມ (Vinamilk) ຈັດຕັ້ງ. ມີນ້ຳນົມ 72.000 ຈອກໄດ້ມອບໃຫ້ນັກຮຽນ 800 ຄົນ ເຊິ່ງເປັນລູກຫຼານຄອບຄົວທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ລູກຫຼານບັນດານັກຮົບກອງທັບເຮືອ ແລະ ຊາວປະມົງທີ່ປະສົບກັບຄວາມຫຍຸ້ງຍາກ. ປີ 2014, ກອງທຶນ “ບືນຕົວຂຶ້ນຫວຽດນາມ” ໄດ້ມອບນ້ຳນົມນັບແສນຈອກ ໃຫ້ລູກຫຼານຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ ດ້ວຍຍອດຈຳນວນເງິນ 8 ຕື້ດົງ. ຈຳນວນນ້ຳນົມດັ່ງກ່າວໂດຍກອງທຶນອຸປະກະລະສັງຄົມຫວຽດນາມ ພ້ອມກັບ Vinamilk ສົ່ງເຖິງບັນດາສູນລ້ຽງດູເດັກກຳພ້າ, ພິການ, ສູນອຸປະກະລະສັງຄົມ, ບັນດານັກຮຽນອະນຸບານ, ໂຮງຮຽນປະຖົມເຂດຫ່າງໄກສອກຫຼີກຢູ່ 63 ແຂວງ, ນະຄອນໃນທົ່ວປະເທດ.