VOVແລະຄະນະກຳມະການປະຊາຊົນນະຄອນ ດ່າໜັງ ລົງນາມໃນການຮ່ວມມືດ້ານສື່ສານ
ທ່ານ ຫງວຽນເທ໋ກີ ຜູ້ອຳນວຍການໃຫຍ່ VOV
(vovworld) - ຕອນເຊົ້າວັນທີ 17/03, ຄະນະປະຕິບັດງານຂອງການນຳ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໂດຍທ່ານ ຫງວຽນເທ໋ກີ ຜູ້ອຳນວຍການໃຫຍ່ VOV ນຳໜ້າ ມີການເຮັດວຽກກັບທ່ານ ຮີງດຶກເທີ ປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ ພ້ອມດ້ວຍຜູ້ຕາງໜ້າຂອງບັນດາຄະນະ, ຂະແໜງການຂອງນະຄອນ. ທີ່ການເຮັດວຽກ, ການນຳນະຄອນ ດ່າໜັງ ຢືນຢັນ ສະໜັບສະໜູນການພັດມະນາຢ່າງແຮງຂອງ VOV. ການນຳ VOV ກໍ່ສະແດງຄວາມສະໜັບສະໜູນນະຄອນ ດ່າໜັງ ພັດທະນາໃຫ້ສົມເປັນນະຄອນມີກຳລັງໜູນຂອງພາກກາງ.
ກ່ອນໜ້ານັ້ນ ໃນວັນທີ 16/03, 2 ຝ່າຍໄດ້ລົງນາມໃນໂຄງການຮ່ວມມືສື່ສານ ເພື່ອແນໃສ່ເພີ່ມທະວີວຽກງານສົມທົບກັນໃນການໂຄສະນາເຜີຍແຜ່ກ່ຽວກັບສະພາບການເສດຖະກິດ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ແນະນຳຄວາມສາມາດບົ່ມຊ້ອນພັດທະນາຂອງນະຄອນ ດ່າໜັງ ໃນບັນດາພາຫະນະສື່ສານຂອງ VOV.