VOV ຈະເປັນເຈົ້າພາບຈັດຕັ້ງກອງປະຊຸມສະມັດຊາໃຫຍ່ ABU ຄັ້ງທີ 57

(VOVWORLD) - ທີ່ພິທີຕ້ອນຮັບ, ທ່ານ ຫງວຽນເທ໊ກີ໋ ແລະ ທ່ານ Javad Mottaghi ໄດ້ແລກປ່ຽນກ່ຽວກັບວຽກງານຈັດຕັ້ງກອງປະຊຸມສະມັດຊາໃຫຍ່ ABU ຄັ້ງທີ 57

VOV ຈະເປັນເຈົ້າພາບຈັດຕັ້ງກອງປະຊຸມສະມັດຊາໃຫຍ່ ABU ຄັ້ງທີ 57 - ảnh 1 ທ່ານ ຫງວຽນເທ໊ກີ໋, ຜູ້ອຳນວຍການໃຫຍ່ VOV ໄດ້ຕ້ອນຮັບທ່ານ ປອ Javad Mottaghi, ເລຂາທິການໃຫຍ່ ABU

ວັນທີ 27 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນເທ໊ກີ໋, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມ (VOV) ໄດ້ຕ້ອນຮັບທ່ານ ປອ Javad Mottaghi, ເລຂາທິການໃຫຍ່ສະຫະສະມາຄົມກະຈາຍສຽງ - ໂທລະພາບ ອາຊີ - ປາຊີຟິກ (ABU). ທີ່ພິທີຕ້ອນຮັບ, ທ່ານ ຫງວຽນເທ໊ກີ໋ ແລະ ທ່ານ Javad Mottaghi ໄດ້ແລກປ່ຽນກ່ຽວກັບວຽກງານຈັດຕັ້ງກອງປະຊຸມສະມັດຊາໃຫຍ່ ABU ຄັ້ງທີ 57 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງເຊິ່ງຈະດຳເນີນໃນປີ 2020 ຢູ່ຮ່າໂນ້ຍ.

        ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໊ກີ໋ ຕີລາຄາສູງການປະກອບສ່ວນຂອງທ່ານ ເລຂາທິການໃຫຍ່ Javad Mottaghi ຕໍ່ການພັດທະນາໃນຂົງເຂດກະຈາຍສຽງ - ໂທລະພາບ. ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໊ກີ໋ ເນັ້ນໜັກວ່າ:

        “VOV ໄດ້ຮັບການຊ່ວຍເຫຼືອຈາກ ABU ແຕ່ຫຼາຍປີມານີ້. ABU ໄດ້ມີການຊ່ວຍເຫຼືອພວກຂ້າພະເຈົ້າ, ສະໜອງບັນດາຂໍ້ມູນຂ່າວສານທີ່ມີລັກສະນະກຳນົດທິດໃຫ້ແກ່ບາດກ້າວພັດທະນາຂອງ VOV ຢ່າງມີປະສິດທິຜົນ, ບຳລຸງສ້າງພະນັກງານ ແລະ ຂົວເຊື່ອມຕໍ່ລະຫວ່າງ VOV ກັບບັນດາສະມາຊິກອື່ນຂອງ ABU. ABU ຍັງແມ່ນອົງການຮ່ວມສຳພັນກັບບັນດາສະຫະສະມາຄົມກະຈາຍສຽງ - ໂທລະພາບຂອງບັນດາພາກພື້ນອື່ນໃນໂລກ. ພວກຂ້າພະເຈົ້າຂໍຂອບໃຈ ABU ທີ່ເຊື່ອໝັ້ນ ແລະ ຄັດເລືອກ VOV ເປັນເຈົ້າພາບຈັດຕັ້ງກອງປະຊຸມ ABU ໃນປີ 2020.”

        ສ່ວນທ່ານ ເລຂາທິການໃຫຍ່ Javad Mottaghi ກໍ່ໄດ້ຂອບໃຈ VOV ທີ່ຮັບຄຳເຊື້ອເຊີນໃຫ້ເປັນຫົວໜ່ວຍຈັດຕັ້ງກອງປະຊຸມ ABU ໃນປີ 2020 ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານຜູ້ອຳນວຍການໃຫຍ່ ຫງວຽນເທ໊ກີ໋, VOV ຈະຈັດຕັ້ງເຫດການສຳຄັນ, ມີລັກສະນະປະຫວັດສາດຂອງ ABU ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ