ຄະນະຜູ້ຕາງໜ້າວິທະຍຸ ກະຈາຍສຽງຫວຽດນາມ ແລະ ຄະນະຜູ້ຕາງໜ້າກຸ່ມ ບໍລິສັດສື່ສານ SME – Malaysia
|
Vovworld- ຕອນບ່າຍວັນທີ 14/12, ຢູ່ມາເລເຊຍ, ຜູ້ຕາງໜ້າວິທະຍຸ ກະຈາຍສຽງຫວຽດນາມ ໄດ້ລົງນາມ ໃນບົດບັນທຶກຮ່ວມມືກັບຜູ້ຕາງໜ້າກຸ່ມ ບໍລິສັດສື່ສານ SME – Malaysia. ຕາມນັ້ນແລ້ວ, ກຸ່ມບໍລິສັດ ສື່ສານ SME –Malaysia ໄດ້ມີສິດນຳໃຊ້ຂ່າວ ແລະ ບົດ, ໂດຍສະເພາະແມ່ນຂ່າວ ແລະ ບົດໃນຂົງເຂດ ເສດຖະກິດ, ການຄ້າ, ການລົງທຶນ, ວິສາຫະກິດຂະໜາດກາງ ແລະ ນ້ອຍ ແລະ ອື່ນໆຜ່ານເວບໄຊ
www.vovworld.vn ແລະ ສະໜອງຂ່າວ ແລະ ບົດໃນຂົງເຂດເສດຖະກິດ, ວິສາຫະກິດໃຫ້ແກ່ວິທະຍຸ ກະຈາຍສຽງຫວຽດ ນາມ. 2 ຝ່າຍຈະຄັດສະເໜີແຫຼ່ງຂ່າວຢ່າງຈະແຈ້ງເພື່ອຮັບປະກັນລິຂະສິດຂອງຂ່າວ. ບົດບັນທຶກດັ່ງກ່າວມີຜົນສັກສິດນັບແຕ່ວັນທີ 1/1/1013. SME ແມ່ນກຸ່ມ ບໍລິສັດສື່ສານເຄື່ອນໄຫວສະເພາະໃນຂົງເຂດຖະແຫຼງຂ່າວ, ໂຄສະນາ ແລະ ໜູນຊ່ວຍການເຄື່ອນໄຫວຜະລິດ ດຳເນີນທຸລະກິດຂອງປະຊາຄົມວິສາຫະກິດ ຂະໜາດກາງ ແລະ ນ້ອຍຢູ່ມາເລເຊຍ.