WBຄາດຄະເນເສດຖະກິດທົ່ວໂລກໃນປີ2016ຈະມີການເຕີບໂຕຢ່າງຊັກຊ້າ
(ພາບປະກອບ)
(vovworld) – ໃນບົດລາຍງານຫຼ້າສຸດຂອງທະນາຄານໂລກ (WB) ໄດ້ໃຫ້ຂໍ້ສັງເກດ ໂດຍບໍ່ປະເອີບໃຈກ່ຽວກັບເສດຖະກິດທົ່ວໂລກໃນປີ 2016 ຈະໂຕບໂຕຊ້າແລະ ຖືວ່າ, ການຊຸດໂຊມຂອງເສດຖະກິດຈີນ ໄດ້ເຮັດໃຫ້ຕະຫຼາດສິນຄ້າສືບຕໍ່ຫຼຸດລົງ ແລະ ສົ່ງຜົນສະທ້ອນບໍ່ດີເຖິງເສດຖະກິດຂອງບາງປະເທດ, ໂດຍສະເພາະແມ່ນບັນດາປະເທດທີ່ຫາກໍ່ມີພື້ນຖານເສດຖະກິດພົ້ນເດັ່ນ (BRICS ລວມມີ: ບຣາຊິນ, ລັດເຊຍ, ອີນເດີຍ, ຈີນ ແລະ ອາຟະລິກາໃຕ້). WB ຄາດຄະເນວ່າ, ການເຕີບໂຕເສດຖະກິດທົ່ວໂລກໃນປີ 2016 ຖືກຫຼຸດລົງເຫຼືອພຽງ 2,9% ເມື່ອທຽບໃສ່ລະດັບ 3,3% ທີ່ໄດ້ຍົກອອກມາເມື່ອເດືອນ 06/2015, ແຕ່ຍັງສູງກວ່າເມື່ອທຽບໃສ່ລະດັບ 2,4% ຂອງປີ 2015, ຍ້ອນການຟື້ນຟູດ້ານເສດຖະກິດຂອງບັນດາປະເທດພັດທະນາ.
ຕາມ WB ແລ້ວ, ແງ່ຫວັງເສດຖະກິດໂລກຈະດີກວ່າ ຖ້າຫາກບັນດາພື້ນຖານເສດຖະກິດໃຫຍ່ໄດ້ຮັບການຟື້ນຟູຢ່າງວ່ອງໄວ, ລາຄາສິນຄ້າເປັນປົກກະຕິ ແລະ ດອກເບ້ຍສືບຕໍ່ຢູ່ໃນລະດັບຕໍ່່າ. ກົງກັນຂ້າມ, ບັນດາຄວາມສ່ຽງທີ່ໃຫຍ່ຫຼວງ ອາດຈະເກີດຂຶ້ນສຳລັບພື້ນຖານເສດຖະກິດທົ່ວໂລກຄື ການເຕີບໂຕຂອງບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຖືກຫຼຸດລົງຢ່າງແຮງ, ອາເມລິກາເພີ່ມອັດຕາດອກເບ້ຍສູງເກີນໄປ ແລະ ສະພາບການຂາດສະຖຽນລະພາບດ້ານການເມືອງຢູ່ບາງປະເທດໃນໂລກ.