WB ພ້ອມແລ້ວທີ່ຈະສົມທົບກັບຫວຽດນາມ ກະກຽມແຫຼ່ງກຳລັງລົງທຶນພັດທະນາໃຫ້ເປັນຢ່າງດີ
(VOVWORLD) -
ຕອນບ່າຍວັນທີ 21 ຕຸລາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Carolyn Turk ຜູ້ອຳນວຍການ ທະນາຄານໂລກ (WB) ປະຈຳຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານນາງ Carolyn Turk ຜູ້ອຳນວຍການ ທະນາຄານໂລກ (WB) ປະຈຳຫວຽດນາມ (ພາບ: TTXVN) |
ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ເລື່ອງ WB ໃຫ້ອະນຸມັດບ້ວງເງິນໜູນຊ່ວຍ 12 ຕື້ USD ໃຫ້ແກ່ບັນດາປະເທດໃນທົ່ວໂລກ, ໃນນັ້ນມີ ຫວຽດນາມ ເພື່ອຊື້ ແລະ ຜັນຂະຫຍາຍວັກຊິນກັນພະຍາດ.
ກ່ຽວກັບການກຳນົດທິດການຮ່ວມມື, ທ່ານນາຍົກລັດຖະມົນຕີໄດ້ຊີ້ແຈ້ງວ່າ: ຫວຽດນາມພວມກໍ່ສ້າງແຜນການພັດທະນາ ເສດຖະກິດ - ສັງຄົມ ແລະ ແຜນການລົງທຶນພາກລັດ ໄລຍະກາງ ແຕ່ປີ 2021 – 2026. ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ WB ສືບຕໍ່ສົມທົບ ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຂອງຫວຽດນາມຢ່າງແໜ້ນແຟ້ນ ເພື່ອກະກຽມບັນດາໂຄງການ, ລາຍການໃຫ້ມີຄຸນນະພາບຢ່າງແທ້ຈິງ ແລະ ມີປະສິດທິຜົນ ເພື່ອຕອບສະໜອງຄວາມຕ້ອງການແຫຼ່ງກຳລັງໃນການລົງທຶນພັດທະນາ.
ທ່ານນາງ Carolyn Turk ໄດ້ແບ່ງເບົ່າຕໍ່ຄວາມເສຍຫາຍຂອງປະຊາຊົນຢູ່ເຂດພາກກາງຫວຽດນາມ ທີ່ພວມໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກຝົກຕົກ, ນ້ຳຖ້ວມ. ທ່ານນາງ Carolyn Turk ໃຫ້ຮູ້ວ່າ: WB ຈະປະຕິບັດທຸກສິ່ງທຸກຢ່າງເພື່ອໜູນຊ່ວຍປະຊາຊົນຢູ່ເຂດພາກກາງຫວຽດນາມ.