WB ອຸປະຖຳ 500 ລ້ານ USD ຊ່ວຍຫວຽດນາມ ຫັນລະບົບສາຍສົ່ງໄຟຟ້າເປັນທັນສະໄໝ
ພິທີລົງນາມໃນບ້ວງສິນເຊື່ອ
(ພາບ: bizlive.vn)
(vovworld) – WB ອຸປະຖຳ 500 ລ້ານ USD ຊ່ວຍຫວຽດນາມ ຫັນລະບົບສາຍສົ່ງໄຟຟ້າເປັນທັນສະໄໝ, ພິທີລົງນາມໃນບ້ວງສິນເຊື່ອເຊິ່ງດຳເນີນໄປໃນຕອນບ່າຍວັນທີ 12/11, ຢູ່ຮ່າໂນ້ຍ, ລະຫວ່າງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ຫງວຽນວັນບິ່ງ ແລະ ທ່ານ Axel Van Trotsenberg ຮອງປະທານທະນາຄານໂລກ (WB). ຈຳນວນເງິນດັ່ງກ່າວຖືກນຳໃຊ້ເຂົ້າໃນການຕິດຕັ້ງສາຍສົ່ງໄຟຟ້າ ແລະ ຜັນຂະຫຍາຍເຕັກໂນໂລຊີເຄືອຂ່າຍໄຟຟ້າທີ່ທັນສະໄໝກວ່າ 1000 ກມ. ເມື່ອໂຄງການໄດ້ຮັບການກໍ່ສ້າງສຳເລັດຈະແກ້ໄຂຄວາມຕ້ອງການພັດທະນາເສດຖະກິດຂອງຮ່າໂນ້ຍ, ນະຄອນໂຮ່ຈິມິນ, ເຂດທົ່ງພຽງແມ່ນ້ຳຂອງ ແລະ ເຂດພາກກາງ.