WEF Davos 2019: ປັບປຸງສະພາບແວດລ້ອມສາກົນໃຫ້ມີຄວາມສະດວກຮັບໃຊ້ການພັດທະນາປະເທດຊາດ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານ Klaus Schwab ປະທານກໍ່ຕັ້ງ ແລະ ບໍລິຫານເວທີປາໄສເສດຖະກິດໂລກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມປະຈຳປີເວທີປາໄສເສດຖະກິດໂລກຢູ່ Davos, ປະເທດ ສະວິດ ແຕ່ວັນທີ 22 – 25 ມັງກອນ 2019.
WEF Davos 2019: ປັບປຸງສະພາບແວດລ້ອມສາກົນໃຫ້ມີຄວາມສະດວກຮັບໃຊ້ການພັດທະນາປະເທດຊາດ - ảnh 1  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ຄັ້ງທີ 26 ຢູ່ ກຳປູເຈຍ  (ພາບ: qdnd.vn)

ກອງປະຊຸມ WEF Davos 2019 ມີຫົວຂໍ້ວ່າ: “ໂລກາພິວັດ 4.0: ສ້າງໂຄງປະກອບທົ່ວໂລກໃນຍຸກການປະຕິວັດອຸດສາຫະກຳຄັ້ງທີ 4 ໃຫ້ເປັນຮູບປະທຳ”.

        ບັນດາຫຼັກນຳມາປຶກສາຫາລືຢູ່ກອງປະຊຸມ WEF Davos 2019 ແມ່ນເພື່ອແນໃສ່ຕີລາຄາຜົນກະທົບ, ແງ່ຫວັງ ແລະ ປຶກສາຫາລືການຮ່ວມມື, ພົບປະເຈລະຈາເພື່ອແກ້ໄຂບັນດາບັນຫາພູມສາດການເມືອງ…ເລື່ອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ WEF Davos 2019 ຈະເປັນການໂຄສະນາຜົນງານການພັດທະນາເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ ໃນປີ 2018, ສົ່ງສານກ່ຽວກັບແນວທາງ, ການກຳນົດທິດທາງ, ນະໂຍບາຍຂອງລັດຖະບານ ຫວຽດນາມ ກ່ຽວກັບການພັດທະນາເສດຖະກິດ - ສັງຄົມປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ