WHO ກ່າວເຕືອນກ່ຽວກັບສະພາບການໂລກລະບາດໃນໂລກ
(VOVWORLD) -ໂລກຍັງປະເຊີນໜ້າກັບໂລກລະບາດໂຄວິດ-19 ທີ່ຍັງບໍ່ທັນສິ້ນສຸດລົງ
ໂລກຍັງປະເຊີນໜ້າກັບໂລກລະບາດໂຄວິດ-19 ທີ່ຍັງບໍ່ທັນສິ້ນສຸດລົງ
(ພາບປະກອບ: AFP/TTXVN)
|
ວັນທີ 18 ຕຸລາ, ກ່າວຄຳເຫັນໃນພາຫະນະສື່ສານ ເຢຍລະມັນ, ທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ກ່າວເຕືອນວ່າ ບໍ່ຄວນຕີລາຄາຕ່ຳຕໍ່ສະພາບການໂລກລະບາດໃນໜ່ວຍໂລກ, ເຖິງວ່າຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ຫຼຸດລົງຫຼາຍກໍ່ຕາມ.
ທ່ານ Tedros Adhanom Ghebreyesus ຢືນຢັນວ່າ, ໂລກຍັງປະເຊີນໜ້າກັບໂລກລະບາດໂຄວິດ-19 ທີ່ຍັງບໍ່ທັນສິ້ນສຸດລົງ, ພະຍາດໝາກສຸກລີງຍັງແຜ່ລະບາດຢ່າງກ້ວາງຂວາງ, ພະຍາດ Ebola ຢູ່ ອຸການດາ ແລະ ໂລກອະຫິວາທີ່ກວດພົບຢູ່ 27 ປະເທດ, ໃນນັ້ນມີ 11 ປະເທດບໍ່ເຄີຍເກີດພະຍາດອະຫິວາມາກ່ອນ.
ກ່ຽວກັບໂລກລະບາດໂຄວິດ-19, ທ່ານ Tedros Adhanom Ghebreyesus ຖືວ່າ, ໄວຣັດ SARS – CoV-2 ຍັງສືບຕໍ່ແຜ່ລະບາດ ແລະ ຍາກທີ່ຈະດັບສູນໄດ້ຢ່າງສົມບູນ ເມື່ອມັນກາຍພັນຈາກສາຍພັນນີ້ໄປສູ່ສາຍພັນອື່ນ. ຖະແຫຼງການຂອງທ່ານໄດ້ຍົກອອກມາໃນສະພາບທີ່ກວດພົບຫຼາຍສາຍພັນໃໝ່ຂອງໄວຣັດ Omicron ແລະ ຈຳນວນຜູ້ຕິດເຊື້ອໃໝ່ພວມມີທ່າອ່ຽງເພີ່ມຂຶ້ນຄືນໃໝ່ຢູ່ບາງປະເທດ.