(vovworld) – ຕໍ່ໜ້າບັນດາການຜັນແປໄປຢ່າງສັບສົນຂອງພະຍາດ Ebola, ທີ່ມີໄພແຜ່ລາມອອກສູ່ທົ່ວໂລກ, ອົງການອະນາໄມໂລກ ຊຸກຍູ້ບັນດາປະເທດອາຊີຕາເວັນອອກ ແລະ ປາຊີຝິກ ເພີ່ມທະວີບັນດາມາດຕະການປົກປ້ອງປະຊາຊົນຕໍ່ໜ້າພະຍາດດັ່ງກ່າວ. ໃນບົດກ່າວປາໄສຕໍ່ໜ້າກອງປະຊຸມທີ່ Manila, ປະເທດຟິລິບປີນ, ວັນທີ 13/10 ຜູ້ອຳນວຍການໃຫຍ່ WHO, ທ່ານນາງ Margaret Chan ເນັ້ນໜັກວ່າ, ດ້ວຍພົນລະເມືອງກວ່າ 1,8 ຕື້ຄົນ, ເຂດອາຊີຕາເວັນອອກ ແລະ ປາຊີຝິກ ໄດ້ກາຍເປັນຈຸດຮ້ອນຂອງຫຼາຍພະຍາດ. ແຕ່ວ່າ, ມາຮອດປະຈຸບັນ, ພາກພື້ນນີ້ຍັງບໍ່ທັນຖືກຕິດເຊື້ອ Ebola ທີ່ພວມແຜ່ລາມອອກຢູ່ອາຟລິກາຕາເວັນຕົກ. ທ່ານນາງໄດ້ຕັກເຕືອນບັນດາປະເທດຕ້ອງກຽມພ້ອມບັນດາມາດຕະການປ້ອງກັນໃນກໍລະນີທີ່ພະຍາດນີ້ເກີດຂຶ້ນ.
ຕາມຕົວເລກຫຼ້າສຸດຂອງ WHO, ໄດ້ມີຜູ້ເສຍຊີວິດຍ້ອນໄວຣັດ Ebola ຈາກ 7 ປະເທດກວ່າ 4.000 ຄົນ, ນັບແຕ່ເກີດພະຍາດເມື່ອເດືອນ 03 ທີ່ຜ່ານມາ.