WHO ປະກາດຄຳກ່າວເຕືອນກ່ຽວກັບຄວາມປອດໄພໃນການປິ່ນປົວ Ebola
ຄຳກ່າວເຕືອນຂອງ WHO ແມ່ນ ພາລະກອນສາທາລະນະສຸກຄວນປ້ອງກັນຕາ, ດັງ ແລະ ປາກຂອງຕົນດ້ວຍການໃສ່ໜ້າກາກ, ແວນຕາພິເສດ, ສົບມື....
|
(vovworld)- ອົງການອະນາໄມໂລກ WHO ປະກາດເມືອ່ວັນທີ 31/10 ກ່ຽວກັບຄຳກ່າວເຕືອນຮັບປະກັນຄວາມປອດໄພສ່ວນຕົວໃຫ້ພາລະກອນສາທາລະນະສຸກໃນການປິ່ນປົວຄົນເຈັບຕິດເຊື້ອ Ebola ແລະ Marburg . ຄຳກ່າວເຕືອນທຳອິດຂອງ WHO ແມ່ນບັນດາ ພາລະກອນສາທາລະນະສຸກຄວນປ້ອງກັນຕາ, ດັງ ແລະ ປາກຂອງຕົນດ້ວຍການໃສ່ໜ້າກາກ, ແວນຕາພິເສດ, ສົບມື. ຕາມ WHO ແລ້ວ, ໄລ່ຮອດວັນທີ 27/10, ໃນທົ່ວໂລກມີກວ່າ 13.700 ກໍລະນີຕິດເຊື້ອ Ebola, ໃນນັ້ນມີ 4.920 ຄົນໄດ້ເສຍຊີວິດ.