ກັບຄືນຢ້ຽມຢາມທ່າເຮືອບັກເອົາເລົາ ຢູ່ ແຂວງອຽນບາຍ

(vovworld)- ທ່າ​ເຮືອ​ບັກ ​ເອົາ​​ເລົາ ປະຈຸ​ບັນ​ແມ່ນ​ຂຶ້ນ​ກັບ​ຕາ​ແສງ ​ເອົາ​ເລົາ ນະຄອນ ອຽນ​ບາຍ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ສະຖານ​ທີ່​ປະຫວັດສາດ​ຕິດ​ພັນ​ກັບ​ໄຊຊະນະ​ດ້ຽນບຽນ​ຝູ. ​ໂດຍ​ຕັ້ງ​ຢູ່​ທາງ​ຫລວງ 13 A, ​ຊື່​ງແມ່ນ​ເສັ້ນທາງຄົມມະນາຄົມ​ຕົ້ນ​ຕໍ່, ນີ້​ແມ່ນ​ປະຕູ​​ເຂົ້າ​ສະຫນາມຮົບທີ່​ດຸ​ເດືອດ ດ້ຽນບຽນ​ຝູ ​ເມື່ອ​ປີ 1954.

        ​ແຕ່​ລະ​ມື້, ສຽງ​ກາ​ໂນ ຂົນສົ່ງ​ຜູ້​ໂດຍສານ​ຂ້າມ​ແມ່​ນຳ້ ກ້ອງ​ກັນ​ວານ​ໄປທົ່ວ​ທ່າ​ເຮືອ​ບັກ ​ເອົາ​ເລົາ. ສຳລັບ​ຜູ້ທີ່​​​​ເຄີຍດຳ​ລົງ​ຊີວິດ​ຢູ່​ທີ່​ນີ້ ​​ເມ່ືອ 60 ປີ ກ່ອນ, ສຽງ​ກາ​ໂນ ​ໄດ້​ພາໃຫ້​ເຂົາ​ເຈົ້າ​ຫວນ​ຄືນ​ຫຼັງ​​ໄລຍະ​ສົງຄາມ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງຜູ້​ຮຸກ​ຮານ ​ຍາກ​ທີ່​ຈະຫລົງ​ລືມ​ໄດ້. ຮູບ​ພາບ​ບັນດາ​ກອງ​ທະຫານ​ສະຫງ່າ​ອົງອາດ, ພາຍປືນຂຶ້ນ​ເຮືອ​ຂ້າມແມ່​ນຳ້ ​ອອກ​ໄປສູ່​ສະໜາມຮົບຍັງ​ຄົງຝັງ​ເລິກ​ຢູ່ໃນ​​ໃຈ ​ພະຍານ​ປະຫວັດສາດ​ຫລາຍ​ທ່ານຢູ່.

ກັບຄືນຢ້ຽມຢາມທ່າເຮືອບັກເອົາເລົາ ຢູ່ ແຂວງອຽນບາຍ - ảnh 1
ທ່າເຮືອບັກ ເອົາເລົາ
ພາບ:yenbai.vn

        ​ໂດຍ​ແມ່ນ​ເສັ້ນທາງ​ຄົມມະນາຄົມ​ຕົ້ນຕໍ​ເພື່ອ​ຊ່ວຍຫນູນ​ໃຫ້​ສະຫນາມຮົບ ດ້ຽນບຽນ​ຝູ, ທ່າ​ເຮືອ​ບັກ ​ເອົາ​ເລົາ ກ່ອນ​ນີ້ ​ໄດ້​ກາຍ​ເປັນ​​ເປົ້າ​ໝາຍ​ ຍິງ​ທຳລາຍຂອງ​ພວກ​ລ່າ​ເມືອງ​ຂຶ້ນຝລັ່ງ. ຕະຫລອດ​​ເວລາສອງ​ຮ້ອຍ​ກວ່າວັນ​ແລະ​ຄືນ, ຢູ່​ແຫ່ງ​ນີ້​​ຍາມ​ ໃດ​ກໍຍິນສຽງ​ລະ​ເບີດ. ມີບັນດາຖ້ຽວເຮືອບັກຂ້າມແມ່ນຳ້ຖືກ​ເຮືອບິນ​ຖີ້ມລະ​ເບີດ​ທຳລາຍ. ​ເຮ​ືອບັກຖືກ​ຈົ່ມ​ນຳ້, ທະຫານ, ຄົນ​ງານ​ຖືກເສຍສະຫລະຊີວິດ ​​ເຖິງ​ວ່າ​ລ່າ​ເມືອງ​ຂຶ້ນ​ຝລັ່ງ​ໄດ້​ນຳ​ໃຊ້ລະເບີດກວ່າ 2.700 ໂຕນທຳລາຍເຂດນີ້ ​ແຕ່ບໍ່ອາດສະກັດກັ້ນເຮືອ​ໄປມາ​ຂ້າມ​ແມ່​ນຳ້ລຳ​ນີ້ໄດ້. ພົນ​ເອກ ຫວໍ​ງວຽນ​ຢາ​ບ ​ເຄີ​ຍ​ໄປມາທ່າ​ເຮືອ​ບັກນີ້ ​ໄດ້​ຍ້ອງຍໍ​ຈິດ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ລຳບາກ ​ແລະ ຄວາມດຸ​ເດືອດເພື່ອ​ສຳ​ເລັດ​ຫນ້າ​ທີ່​​ແມ່ນ​ຮັບປະກັນການ​ຄົມມະນາຄົມ. ທ່ານ ຟ້າ​ມຈູງ​​ໂຕນ, ​ແມ່ນຫນຶ່ງ​ໃນ​ບັນດາ​ຜູ້​ບັນຊາບັນດາ​ຖ້ຽວ​ເຮືອ​ບັກ​ໂດຍ​ກົງ​ ​ໃນ​ຄາວ​ນັ້ນ​​ໃຫ້​ຮູ້​ວ່າ:

        “ຕອນ​​ແລງ ​ເວລາ 4 ​ໂມງ, 4 ​ໂມງ​ເຄິ່ງ ບັນຍາກາດຢູ່​ສອງ​ຟາກ​​ແມ່​ນຳ້​​ແມ່ນຟົດ​ຟື້ນ​ທີ່​ສຸດ. ​ເຮືອ​ບັກ, ​ເຮືອ​ຂົນ​ສົ່ງ​ປືນ​ໃຫຍ່, ອາວຸດ, ທະຫານ​, ຄົນ​ງານ​ເກນຂ້າມແມ່​ນຳ້. ປືນ​ໃຫຍ່, ອາວຸດ​ຫນັກ​ສ່ວນ​ຫລາຍ​ແມ່ນ​ຂົນ​ສົ່ງ​ດ້ວຍ​ເຮືອ​ບັກ​ໃນ​ຍາມຄຳ່​ຄືນ​. ຄາວ​ນັ້ນ ​ເຮືອບິນ​ຂອງ​ສັດຕູ​ຍິງ​ທຳລາຍຢ່າງ​ດຸ​ເດືອດ ​ແຕ່​ອ້າຍ​ນ້ອງ​ທະຫານ​ພັດບໍ່​ຢ້ານ​ກົວ​.”

        ທ່າ​ເຮືອບັກ​ເອົາ​ເລົາ ​ແມ່ນ​​ແຫ່ງ​ທີ່​​ເຊິ່ງຂະ​ບວນລົດຖີບ​ຂົນສົ່ງ​​ຂອງຄົນ​ງານ​ເກນ ​ແຂວງ ຟູ​ທໍ້ ​ເຄີ​ຍຂົນ​ສົ່ງ​ເຂົ້າສານ ຈາກ​ອຽນ​ບາຍ​ ​ໄປ​ຍັງ​ສາງ​ຢູ່​ຕີນ​ກິ່ວ ຟາ​ດີ​ນ. ນີ້​ກໍ​ແມ່ນ​​ແຫ່ງ​ທີ່​ບັນດາ​ນັກຮົບ ກອງ​ພັນ​ໃຫຍ່ “​ເຕີ​ດທັງ” ນຳ​ເອົາ​ປືນ​ໃຫຍ່​​ເຂົ້າ​ສະຫນາມຮົບ  ດ້ຽນບຽນ​ຝູ.  ລຸງ ດັ້ງ​ງອກ​ຈີ, ອາຍຸ 87 ປີ ຢູ່ ຕາ​ແສງ ຫງວຽນ​ຟຸກ ນະຄອນ ອຽນ​ບາຍ, ​ພະນັກງານ​ການ​ເມືອງ ກອງຮ້ອຍ 395, ​​ເຄີຍ​ເຂົ້າ​ຮ່ວມ​ບັ້ນ​ຮົບ ດ້ຽນບຽນ​ຝູ ​​ເລ່ົາ​ສູ່​ຟັງ​ວ່າ:

        “​ເສັ້ນທາງ​ຈາກ​ທ່າ​ເຮືອ​​ໄປ​ເຖິງ​ສະຫນາ​ມຮົບ​ຖືກ​ສັດຕູ​ທຳລາຍ​ທຸກ​ມື້. ​ໃນ​ຄາວ​ນັ້ນ ​ເຮື​ອຂອງ​ປະຊາຊົນນັບ​ຮ້ອຍ​ລຳ​ຢູ່ ​ເຂດ​ເອົາ​ເລົາໄດ້​ຂົນ​ສົ່ງພວກ​ຂ້າພະ​ເຈົ້າ​ຂ້າມ​ແມ່​ນຳ້. ​ໃນ​ເວລາ​ພຽງ 1 ຊົ່ວ​ໂມງ, ກອງພັນ​ໃຫຍ່ພວກ​ຂ້າພະ​ເຈົ້າ​​ທຸກ​ຄົນ​ໄດ້​ຂ້າມ​ແມ່​ນຳ້​ເພື່ອ​ເຂົ້າ​ສູ່ສະຫນາມຮົບ.”

        ​ໃນ​ບັ້ນ​ຮົບ​ ດ້ຽນບຽນ​ຝູ, ​ແຂວງ ອຽນ​ບາຍ ລະດົມ​ຄົນ​ງານ​ເກນ​ກວ່າ 31.600 ​ເທື່ອ​ຄົນ​ເພື່ອ​ຮັບ​ໃຊ້​ສະຫນາມຮົບ. ຕາ​ແສງ ​ເອົາ​ເລົາ ບໍ່ ຮອດ 300 ຄອບຄົວ ​ແຕ່​ມີ​​ຄົນ​ງານ​ເກນເຖິງ 300 ​ເທື່ອ​ຄົນ​​​ຮັບ​ໃຊ້​ສະຫນາມຮົບ. ​ຜູ້​ຍັງ​ເຫລືອຢູ່ບ້ານ, ສ່ວນ​ຫລາຍ​ແມ່ນ​ແມ່ຍິງ, ຜູ້​ເຖົ້າ​ຜູ້​ແກ່ ກໍ​ໄດ້​ອອກທ່າ​ເຮືອ​ເພື່ອ​​ເຂົ້າ​ຮ່ວມ​ການ​ຕໍ່ຕ້ານ. ​ນັບ​ແຕ່ເດືອນ 4/1952 ຈົນ​ເຖິງ​ສິ້ນ​ສຸດ​ໄຊຊະນະດ້ຽນບຽນ​ຝູ, ມີ ອາວຸດ, ສະ​ບຽງອາຫານ ນັບ 300.000 ​ໂຕນ​ຖືກ​ຂົນ​ສົ່ງ​ຜ່ານ​ແມ່​ນຳ້ ພ້ອມ​ກັບ​ທະຫານ, ປະຊາຊົນ​ນັບ​ໝື່ນໆ​ເທື່ອ​ຄົນ​ໄດ້​ຜ່ານ​ທ່າ​ເຮ​ືອບັກ​ເອົາ​ເລົາ​ຢ່າງ​ປອດ​ໄພ. ປ້າ ຫງວຽນ​ທິ​ເບ, ອາຍຸ 85 ປີ ຢູ່ ນະຄອນ ອຽນ​ບາຍ ​ເລົ່າ​ສູ່​ຟັງ​ວ່າ:

        “ຂະ​ບວນ​ເຮືອຂອງ​ພວກ​ຂ້າພະ​ເຈົ້າ​ມີ​ເຖິງ​ຮ້ອຍໆ​ລຳ. ກາງ​ເວັນ​ນຳ​ເອົາ​ເຮືອ​ໄປ​ລີ້​ຊ້ອນ, ກາງຄືນ​ຈຶ່ງ​ອອກ​ມາ​ຂົນ​ສົ່ງ. ຮູ້ຈັກ​ວ່າ ຈະ​ອັນຕະລາຍ​ແທ້ ​ແຕ່​ຕ້ອງ​ປະຕິບັດ.”

        ການ​ພາຍ​ເຮືອ​ຂົນ​ສົ່ງ​ກໍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ, ​ແຕ່​ດ້ວຍ​ຄວາມ​ຕັດສິນ​ໃຈ “ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ແນວ​ຫນ້າ, ​ເພື່ອ​ຍາດ​ເອົາ​ໄຊຊະນະ”, ສະ​ນັ້ນ ພະນັກງານ, ປະຊາຊົນ​ຮັບ​ໃຊ້​ຢູ່​ທ່າ​​ເຮືອ​ບັກ ຕ້ອງ​ຊອກ​ຫາ​ວິທີ​​ເໝາະ​ສົມ, ຫລຸດຜ່ອນ​ເວລາ​ຂ້າມ​ແມ່​ນຳ້ລົງ ​ເພື່ອ​​ໄປມາ​ໄດ້​ຫລາຍ​ເທື່ອ. ​ທ່າ​ເຮືອ​ບັກ ​ໄດ້​ຮັບ​ຮອງ​ວ່າ ​ແມ່ນ​ເຂດ​ປູຊະນີຍະສະຖານ​ປະ​ຫວັດ​ສາດ​ລະດັບ​ຊາດ​ປີ 2012.

ຄຽງ​ຂ້າງ​ແມ່​ນຳ້​ແດງ ​ແມ່ນ​ອະນຸສາວະລີ “ທ່າ​ເຮືອ​ບັກ​ປະຫວັດສາດ”. ອະນຸສາວະລີ ​ຄື​ດັ່ງ​ຕັກ​ເຕືອນ​ໃຫ້​ລຸ້ນຫນຸ່ມ​ກ່ຽວ​ກັບ​ປະຫວັດສາດ​ອັນ​ສະຫງ່າ​ອົງອາດ​ຂອງ​ທ່າ​​ເຮືອ​ບັກ. ທ່າ​ເຮືອ​ບັກເອົາ​ເລົາ ​ແມ່ນ​ສັນຍາ​ລັກ​​ແຫ່ງ​ນຳ້​ໃຈເ​ດັດ​ດຽວສູ້​ຮົບ​​ຍາດ​ເອົາ​​ໄຊຊະນະ, ​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ອົງ​ຄະນະ​ພັກ, ປະຊາຊົນ​ບັນດາ​ເຜົ່າ ​ແລະ ກຳລັງ​ປະກອບ​ອາວຸດ​ແຂວງ ອຽນ​ບາຍ.

ຕອບກັບ

ຂ່າວ/ບົດ​ອື່ນ