(VOVWORLD) -ກຸ່ມປູຊະນີຍະສະຖານກຸງເກົ່າເຫ້ວຖືກຕັ້ງຢູ່ລຽບຕາມສອງຟາກຝັ່ງແມ່ນ້ຳເຮືອງຂື້ນກັບນະຄອນເຫ້ວ ແລະ ບາງເຂດອ້ອມຂ້າງແຂວງ ເທື່ອທຽນເຫ້ວ. ນີ້ແມ່ນສູນກາງວັດທະນະທຳ, ການເມືອງ, ເສດຖະກິດຂອງແຂວງ, ແມ່ນກຸງເກົ່າຂອງຫວຽດນາມໃນສະໄໝລາດສະວົງຫງວຽນ, ແຕ່ປີ 1802 ເຖິງປີ 1945. ດ້ວຍບັນດາຄຸນຄ່າທີ່ມີລັກສະນະທົ່ວໂລກຂອງຕົນ, ກຸ່ມປູຊະນີຍະສະຖານກຸງເກົ່າເຫ້ວໄດ່ກາຍເປັນມໍລະດົກວັດທະນະທຳແຫ່ງທຳອິດຂອງຫວຽດນາມຖືກອົງການ UNESCO ຈັດເຂົ້າໃນບັນຊີລາຍຊື່ມໍລະດົກໂລກເມື່ອປີ 1993
ປະຕູໂຂງໃນລະບົບກຳແພງຂອງກຸງເກົ່າເຫ້ວ |
ປີ 1306, ພາຍຫຼັງງານສົມລົດລະຫວ່າງລາດຊະທິດາຫ່ຽນເຈິນ (ສະໄໝລາດຊະວົງເຈິ່ນ) ກັບເຈົ້າຊີວິດເຜົ່າຈຳແມ່ນເຈເມິນ, ເຂດດິນເຈົາໂອ, ເຈົາຫຼີ (ລວມມີແຂວງກວາງຈິ້, ເທື່ອທຽນເຫ້ວ ແລະ ສ່ວນໜຶ່ງທາງທິດເໜືອຂອງແຂວງກວາງນາມໃນປັດຈຸບັນ) ໄດ້ຖືກໃສ່ຊື່ວ່າແມ່ນທ້ວນຮວ໋າ. ໃນເຄິ່ງສະຕະວັດທີ XV, ສະໄໝເຈົ້າຊີວິດເລແຖງຕົງ, ເຫ້ວເປັນຄັ້ງທຳອິດໄດ້ປະກົດຂຶ້ນ. ປີ 1636, ຫໍເຈົ້າພະຍາຫງວຽນຕັ້ງຢູ່ກີມລອງ (ນະຄອນເຫ້ວ), ເຖິງປີ 1687 ກໍ່ຖືກຍົກຍ້າຍໄປຍັງຟູ໋ຊວນ-ນະຄອນເຫ້ວໃນປັດຈຸບັນ. ໃນຊຸມປີຕົ້ນສະຕະວັດທີ XVIII, ຟູ໋ຊວນກາຍເປັນສູນກາງການເມືອງ, ເສດຖະກິດ, ວັດທະນະທຳຂອງເຂດພາກໃຕ້. ແຕ່ປີ 1788 ຫາປີ 1801, ຟູ໋ຊວນກາຍເປັນເມືອງຫຼວງຂອງລາດຊະວົງເຕິຍເຊີນ. ນັກຄົ້ນຄວ້າປະຫວັດສາດເລວັນລານໃຫ້ຮູ້ວ່າ:
“ບັນດາເຈົ້າຊີວິດໃນສະໄໝລາດຊະວົງຫງວຽນ, ພິເສດແມ່ນເຈົ້າຊີວິດສອງພະອົງທຳອິດແມ່ນ ຢາລອງ ແລະ ມິງມ້າງກໍ່ມີຄວາມຫວັງຢາກໃຫ້ຟູ໋ຊວນກາຍເປັນເມືອງຫຼວງເຫ້ວຂອງທັງປະເທດດ້າຍນາມໃນຄາວນັ້ນ. ແລະ ໃນໄລຍະເວລານັ້ນເຫ້ວມີບົດບາດສຳຄັນທີ່ສຸດຊຶ່ງເປັນສູນກາງການເມືອງຂອງທົ່ວປະເທດ. ມີລາດຊະວົງສະໄໝໜຶ່ງໄດ້ສ້າງຕັ້ງຂຶ້ນຊຶ່ງນຳໜ້າແມ່ນບັນດາເຈົ້າຊີວິດຜະເດັດການ, ແລ້ວກໍຮອດບັນດາກົງຈັກ ແລະ ບັນດາກິດຈະກຳກຳແພງເມືອງຫຼວງກໍ່ໄດ້ຖືກອອກແບບກໍ່ສ້າງ”.
ແຕ່ປີ 1802 ຫາປີ 1945, ເຫ້ວແມ່ນເມືອງຫຼວງຂອງປະເທດຫວຽດນາມເອກະພາບພາຍໃຕ້ການປົກຄອງຂອງເຈົ້າຊີວິດ 13 ພະອົງໃນລາດຊະວົງຫງວຽນ. ແລະ ກໍ່ໃນໄລຍະນີ້, ຢູ່ນີ້ໄດ້ກໍ່ສ້າງບັນດາກິດຈະກຳສະຖາປັດຕະຍະກຳປະຫວັດສາດວັດທະນະທຳທີ່ມີຄຸນຄ່າເປັນຮູບປະທຳ. ອາດຈະເວົ້າເຖິງນັ້ນແມ່ນຢູ່ທາງຟາກຝັ່ງທິດເໜືອຂອງແມ່ນ້ຳເຮືອງແມ່ນລະບົບສະຖາປັດຕະຍະກຳທີ່ສໍ່ສະແດງໃຫ້ເຫັນສິດອຳນາດຂອງລະບອບສູນກາງໃນລາດຊະວົງຫງວຽນຊຶ່ງລວມມີ: ລະບົບກຳແພງເມືອງຫຼວງເຫ້ວ, ລາດຊະວັງເຫ້ວ, ວັງຕືເກິ້ມ, ອັນໄດ້ປະສົມປະສານເຂົ້າກັນຕາມທິດເໜືອໃຕ້. ລະບົບຫໍໂຮງ, ກຳແພງຢູ່ທີ່ນີ້ກໍ່ແມ່ນແບບຢ່າງຂອງການປະສານສົມທົບຢ່າງກົມກ່ຽວລະຫວ່າງສິ່ງທີ່ຍອດຍິ່ງທາງສະຖາປັດຕະຍະກຳຝ່າຍຕາເວັນອອກ ແລະ ຝ່າຍຕາເວັນຕົກ, ຖືກຕັ້ງຢູ່ໃນທັດສະນີຍະພາບທີ່ສວຍສົດງົດງານ ແລະ ປະກອບດ້ວຍຫຼາຍປັດໃຈ, ສັນຍາລັກທີ່ມີຢູ່ແລ້ວໃນທຳມະຊາດ. ລາດຊະວັງຖືກອ້ອມຮອບໄປດ້ວຍລະບົບກຳແພງເກືອບເປັນຮູບສີ່ລ່ຽມດ້ວຍຂະໜາດ ກວ້າງປະມານ 600 ແມັດ, ມີ 4 ປະຕູໂຂງ, ໃນນັ້ນໄດ້ຮັບຖືເປັນສັນຍາລັກຂອງກຸງເຫ້ວ ແມ່ນປະຕູໂຂງເງາະໂມນຊຶ່ງແມ່ນເຂດປົກຄອງແຫ່ງສິດອຳນາດສູງສຸດຂອງລາດຊະວົງຫງວຽນ.
ເມື່ອມຸ້ງສາຍຕາໄປທາງທິດຕາເວັນຕົກຂອງກຳແພງເຫ້ວ, ແຕ່ກໍ່ນອນຢູ່ສອງຝັ່ງແມ່ນ້ຳເຮືອງ, ສຸສານຂອງບັນດາເຈົ້າຊີວິດໃນລາດຊະວົງຫງວຽນໄດ້ຮັບຖືວ່າແມ່ນບັນດາຜົນງານຂອງພື້ນຖານສະຖາປັດຕະຍະກຳ. ສະຖາປັດຕະຍະກຳສຸສານຢູ່ທີ່ນີ້ກໍ່ມີຄວາມເປັນເອກະລັກສະເພາະຂອງຫວຽດນາມ. ສຸສານຂອງເຈົ້າຊີວິດແຕ່ລະອົງໃນລາດຊະວົງຫງວຽນກໍ່ລ້ວນແຕ່ສ່ອງແສງເຖິງຊີວິດ ແລະ ຄຸນລັກສະນະຂອງເຈົ້າຊີວິດອົງນັ້ນ. ນອກຈາກນັ້ນບັນດາສະຖານທີ່ທີ່ມີຄວາມສວຍສົດງົດງາມອື່ນໆໃນກຸ່ມປູຊະນີຍະສະຖານກຸງເກົ່າເຫ້ວອາດຈະເວົ້າເຖິງແມ່ນ: ແມ່ນ້ຳເຮືອງ, ພູຫງຶ້, ວັດທຽນໝຸ, ພະວິຫານແບັກມ້າ, ລັງໂກ, ທ້ວນອານ…ນັກຄົ້ນຄວ້າປະຫວັດສາດເລວັນລານໃຫ້ຮູ້ຕື່ມອີກວ່າ:
“ກາວບາກວາດ, ນັບແຕ່ຕົ້ນສະຕະວັດທີ XIX ກໍ່ໄດ້ມີບົດກາວີຊຶ່ງໄດ້ພັນລະນາເຖິງຮູບພາບຂອງເຫ້ວທີ່ເປັນໜ້າຈັບໃຈ ຂະນະທີ່ເພິ່ນໄດ້ເວົ້າເຖິງແມ່ນ້ຳເຮືອງ. ລຳແມ່ນ້ຳທີີ່ສວຍງາມດັ່ງໃນຝັນເຊັ່ນນັ້ນ ແຕ່ທ່ານພັດສັງເກດແມ່ນ້ຳສາຍນີ້ປຽບເໝືອນດາບມຸ້ງປາຍສູ່ທ້ອງຟ້າ. ເນື້ອແທ້ຂອງເຫ້ວແມ່ນມີຄຸນນະທາດຄືແນວນັ້ນ, ມີຄວາມສວຍງາມ, ນີ້ມນວນ, ແມ່ນເຂດດິນສະຫງົບສຸກແຕ່ກໍ່ຮຸນແຮງທີ່ສຸດ. ການປະຕິວັດເດືອນສິງຫາໄດ້ລະເບີດຂຶ້ນຢູ່ເຫ້ວຕາມກົດເກນ ແລະ ຮູບພາບເຈົ້າຊີວິດບາວດ້າຍມອບດາບໃຫ້ແກ່ຄະນະຜູ້ແທນລັດຖະບານສາທາລະນະລັດປະຊາທິປະໄຕຫວຽດນາມ ກໍ່ແມ່ນສັນຍາລັກຂອງເມືອງຫຼວງເຫ້ວທີ່ສວຍງາມ, ເປັນໜ້າຈັບໃຈ, ອະລິຍະທຳແຕ່ກໍ່ມີຄວາມດຸເດືອດ, ຮຸນແຮງເມື່ອຈຳເປັນ”.
ທີ່ກອງປະຊຸມຄັ້ງທີ່ 17 ຂອງຄະນະກຳມະການມໍລະດົກໂລກທີ່ຈັດຂຶ້ນຢູ່ໂກລົມໂບເມື່ອປີ 1993, UNESCO ໄດ້ຕົກລົງຮັບຮອງກຸ່ມປູຊະນີຍະສະຖານກຸງເກົ່າເຫ້ວແມ່ນມໍລະດົກວັດທະນະທຳຂອງມວນມະນຸດ, ອັນໄດ້ຢັ້ງຢືນຄຸນຄ່າທີ່ມີລັກສະນະທົ່ວໂລກຂອງກຸ່ມປູຊະນີຍະສະຖານກຸງເກົ່າເຫ້ວ. ຕາມນັ້ນແລ້ວ, ກຸ່ມປູຊະນີຍະສະຖານກຸງເກົ່າເຫ້ວກໍ່ເປັນຕົວແທນໃຫ້ແກ່ບັນດາຜົນງານທາງດ້ານສິລະປະທີ່ເປັນເອກະລັກ, ແມ່ນສິ່ງທີ່ໂດດເດັ່ນໂດຍມະນຸດໄດ້ສ້າງຂຶ້ນ, ມີຄຸນຄ່າອັນໃຫ່ຍຫຼວງທາງດ້ານເຕັກນິກການກໍ່ສ້າງ ແລະ ສິລະປະສະຖາປັດຕະຍະກຳອີກດ້ວຍ.