ຄົ້ນຫາກຸ່ມສະຖານທີ່ວັດທະນະທຳປະຫວັດສາດສະບາອອມ, ວັດເອິງ, ຫໍພິພິທະພັນວັດທະນະທຳຊົນເຜົ່າ ຂະແມ
Ngoc Anh -  
(VOVWORLD) -ກຸ່ມສະຖານທີ່ວັດທະນະທຳປະຫວັດສາດສະບາອອມ, ວັດເອິງ, ຫໍພິພິທະພັນວັດທະນະທຳຊົນເຜົ່າ ຂະແມຖືກຕັ້ງຢູ່ຕາແສງ 8 ນະຄອນ ຈ໋າວິງ. ນີ້ແມ່ນທິວທັດທຳມະຊາດສະຖານທີ່ປະຫວັດສາດທີ່ລືຊື່ຂອງແຂວງຈ໋າວິງກໍ່ຄືໃນທົ່ວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.
ກຸ່ມສະຖານທີ່ວັດທະນະທຳປະຫວັດສາດສະບາອອມ, ວັດເອິງ, ຫໍພິພິທະພັນວັດທະນະທຳຊົນເຜົ່າ ຂະແມ ເບິ່ງຈາກບ່ອນສູງ |
ຈຸດໃຈກາງຂອງກຸ່ມສະຖານທີ່ວັດທະນະທຳປະຫວັດສາດນັ້ນແມ່ນສະນ້ຳຈືດມີຮູບສີ່ຫຼ່ຽມດ້ວຍເນື້ອທີ່ກວ່າ 300 ເຮັກຕາປະກອບດ້ວຍສາມເຂດຕົ້ນຕໍນັ້ນແມ່ນສະ, ຝັ່ງສະແລະ ປ່າດ້ວຍຕົ້ນໄມ້ໃຫຍ່ອອ້ອມຮອບສະ,ສະເພາະໜ້າສະມີເນື້ອທີ່ກວ້າງເກືອບ 100 ເຮັກຕາ. ສະບາອອມເມື່ອກ່ອນນີ້ກໍ່ແມ່ນໜອງເກັບນ້ຳຊົນລະປະທານຖືກປະຊາຊົນຂຸດມາແຕ່ຫຼາຍສະຕະວັດກ່ອນນີ້ ເພື່ອແນໃສ່ສະສົມນ້ຳຝົນຮັບປະກັນແຫຼ່ງນ້ຳຈືດຮັບໃຊ້ຊີວິດປະຈຳວັນກໍ່ຄືຮັບໃຊ້ການຜະລິດກະສິກຳ. ຢູ່ອ້ອມສະແມ່ນເຂດປ່າດົງດິບ ຖືກອະນຸລັກຮັກສາເກືອບເໝືອນເດີມ. ສະບາອອມຖືກຢັ້ງຢືມແມ່ນສະຖານທີ່ປະຫວັດສາດ - ວັດທະນະທຳລະດັບຊາດເມື່ອປີ 1994. ທິວທັດຢູ່ແຫ່ງນີ້ງຽບສະງັດມີລັກນະນະເພີນຈິດອັນໄດ້ເຮັດໃຫ້ຜູ້ຄົນທັງຫຼາຍອຸປະມາສະບາອອມປຽບເໝືອນດ່າຫຼາດໃນທາມກາງເຂດທົ່ງພຽງ. ນ້ອງແທັກທິງີຊາວແຂວງຈ໋າວິງໃຫ້ຮູ້ວ່າ:
“ສະບາອອມແມ່ນໜຶ່ງໃນບັນດາສະຖານທີ່ທ່ອງ່ທ່ຽວຈຸດສຸມຂອງແຂວງຈ໋າວິງ, ແຕ່ລະປີກໍ່ລ້ວນແຕ່ດຶງດພູດແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາຢ່າງຫຼວງຫຼາຍ. ໃນງານບຸນໄຫ້ວພະຈັນ - ອັອກອອມບັອກຂອງຊາວເຜົ່າຂະແມຢູ່ສະບາອອມກໍ່ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເຊິ່ງໄດ້ດຶງດູດຜູ້ມາຮ່ວມຢ່າງຫຼວງຫຼາຍບໍ່ພຽງແຕ່ຊາວເຜົ່າຂະແມເທົ່ານັ້ນ ຫາກຍັງມີຊາວເຜົ່າກິງເຜົ່າຮວາອີກດ້ວຍ. ຢູ່ຄຽງຂ້າງ ສະບາອອມກໍ່ຫໍພິພິທະພັນວັດທະນະທຳເຜົ່າຂະແມຢູ່ແຫ່ງນີ້ຍັງເກັບຮັກສາບັນດາວັດຖຸພັນຂອງຊາວເຜົ່າຂະແມໃນນັ້ນມີບັນດາເຄື່ອງມືຮັບໃຊ້ການຜະລິດແຕ່ປາງກີ້ປາງກ່ອນ ພ້ອມກັບບັນດາເຄື່ອງດົນຕີຊຸດອາພອນປະຈຳເຜົ່າຊຸດເຄື່ອງນຸ່ງຂອງເຈົ້າບ່າວເຈົ້າສາວໃນງານດອງ...”.
ຢູ່ກົງກັນຂ້າມກັບຫໍພິພິທະພັນວັດທະນະທຳເຜ່ົາຂະແມ ກໍ່ແມ່ນວັດເອິງເຊິ່ງແມ່ນວັດໃຫຍ່ໃນແຂວງຈ໋າວິງ.ເບິ່ງທາງໄກຜູ້ຄົນທັງຫຼາຍຈະເຫັນຕຶກອາຄານໃນວັດຖືກກໍ່ສ້າງດ້ວຍສະຖປັດຕະຍະກຳດ້ວຍຮູບທາດສູງມີຄວາມງາມທີ່ໃຫຍ່ໂຕໂອໂຖງ ແຕ່ກໍ່ມີຄວາມສະຫງ່າຜ່າເຜີຍ. ປະຕູໂຂງວັດເອິງຖືກປະດັບດາປະດາດ້ວຍສິລະປະປະຕິມາກຳຢ່າງລະອຽດອ່ອນດ້ວຍຮູບແກະຄວັດສະລັກນາງເທວະດານົກວິເສດ... ຕາມຈຸດພິເສດສະເພາະຂອງວັດທະນະທຳເຜົ່າຂະແມຢູ່ໃນຫໍບູຊາໃຫຍ່ ແມ່ນບໍລິເວນທີ່ກວ້າງໃຫຍ່ ຖືກປະດັບປະດາຮູບມັງກອນທາສີແດງໂອບຄຳ. ສີ່ຝາໃນຫໍບູຊາໃຫຍ່ ກໍ່ແມ່ນຮູບຝາພະໜັງທີ່ເປັນເອກະລັກສະແດງໃຫ້ເຫັນແນວຄິດຂອງພຸດທະສາສະໜາພັນລະນາເສັ້ນທາງບວດຈຳສິນຂອງພະພຸດທະເຈົ້າ. ຢູ່ຕໍ່ໜ້າຫໍບູຊາໃຫຍ່ ກໍ່ແມ່ນທາດບັນຈຸກະດູກຂອງບັນດາເຈົ້າອະທິການວັດຜ່ານສະໄໝຕ່າງໆ.ພະພິກຂຸ ແທັກຊາກວນຢູ່ວັດເອິງໃຫ້ຮູ້ວ່າ:
“ວັດນີ້ຖືກກໍ່ສ້າງເມື່ອປີ 990 ມີເນື້ອທີ່ກວ້າງປະມານ 45.000 ຕາແມັດ. ວັດເອິງແມ່ນວັດທີ່ເກົ່າແກ່ໃນແຂວງຈ໋າວິງໄດ້ຮັບການຢັ້ງຢືນແມ່ນສະຖານທີ່ປະຫວັດສາດລະດັບຊາດເມື່ອປີ 1994. ວັດຍັງເກັບຮັກສາບາງວັດຖຸພັນທີ່ມີຄ່າຫາຍາກ. ວັດໄດ້ມີອາຍຸກວ່າ 1.000 ປີດັ່ງນັ້ນໄດ້ບູລະນະປະຕິສັງຂອນມາຫຼາຍຄັ້ງແຕ່ຈຸວັດທະນະທຳເຜົ່າຂະແມຍັງຖືກຮັກສາໄວ້ເໝືອນເດີມ. ແຕ່ລະປີວັດໄດ້ດຶງດູດແຂກປະມານ 300.000 ຄົນມາໄຫວ້ບູຊາແລະ ຢ້ຽມຊົມ”.
ໃນໂອກາດພັກແລ້ງກໍ່ມີນັກຮຽນມາວັດຮຽນຍາມພັກແລ້ງຢ່າງຫຼວງຫຼາຍ.ອາຈານສອນກໍ່ແມ່ນບັນດາຄູບາໃນວັດພ້ອມກັບບັນດາຜູ້ອາສາສະໝັກ. ພະພິກຂຸ ທັກຊາອວນເລົ່າສູ່ຟັງວ່າ:
“ພະພິກຂຸ ສອນພາສາບາລີສັນສະກິດ, ພາສາ ຝຣັ່ງ, ວິຊາຄະນິດສາດ, ຟີຊິກສາດ, ເຄມີສາດ... ຄູບາຢູ່ທີ່ນີ້ກໍ່ຂຶ້ນກັບສາສະໜາພຸດນິກາຍຫິນະຍານຂະແມ. ຢູ່ນີ້ສອນນັກຮຽນບໍ່ເກັບຄ່າ ທັງນີ້ກໍ່ເພື່ອຮັກສາຮີດຄອງປະເພນີຂອງພໍ່ແມ່ປູ່ຍ່າຕາຍາຍປະໄວ້ໃຫ້”.
ກຸ່ມສະຖານທີ່ວັດທະນະທຳປະຫວັດສາດສະບາອອມວັດເອິງຫໍພິພິທະພັນວັດທະນະທຳເຜົ່າຂະແມກໍ່ແມ່ນຄວາມເອກອ້າງທະນົງໃຈຂອງພໍ່ແມ່ພີ່ນ້ອງເຜົາຂະແມ. ແຕ່ລະປີຮອດວັນບຸນຈອນຈະນຳເທີໄມ, ວັນບຸນດົນຕາພິເສດບຸນໄຫ້ວພະຈັນອັອກອອມບັອກຊາວເຜົ່າຂະແມເຜົ່າກິງເຜົ່າຮວາໃນແຂວງຈ໋າວິງແລະບັນດາແຂວງໃກ້ຄຽງໄດ້ມາເຕົ້າໂຮມກັນຢູ່ທີ່ນີ້ ເພື່ອໄຫ້ວບຸຊາ ແລະ ເຂົ້າຮ່ວມບັນດາງານບຸນ.
Ngoc Anh