ຄົ້ນຫາບັນດາວັດຂະແມໃນແຂວງຈ໋າວິງ

(VOVWORLD) -    ຈ໋າວິງແມ່ນດິນແດນມີກິດຈະກຳສະຖາປັດຕະຍະກຳທີ່ພົ້ນເດັ່ນຫຼາຍແຫ່ງໃນນັ້ນຕ້ອງເວົ້າເຖິງວັດວາອາຮາມ. ແຂວງຈ໋າວິງມີລະບົບວັດຂະແມທີ່ໃຫຍ່ໂຕກວ່າໝູ່ໃນທົ່ວປະເທດດ້ວຍ 143 ວັດ, ແຕ່ລະວັດກໍ່ລ້ວນແຕ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳເຜົ່າ ຂະແມແລະມີຈຸດທີ່ເປັນເອກະລັກສະເພາະ. ໃນນັ້ນພົ້ນເດັ່ນຂຶ້ນແມ່ນຕ້ອງເວົ້າເຖິງວັດວາມໄຣ, ວັດໂຟໂນໂດນ, ວັດກອມປົງດຸງ, ວັດອົງແມດ...
ຄົ້ນຫາບັນດາວັດຂະແມໃນແຂວງຈ໋າວິງ - ảnh 1ຫໍບູຊາໃຫຍ່ຢູ່ວັດວາມໄຣ

    ວັດຂະແມພາກໃຕ້ເຄີຍມີບັນດາກິດຈະກຳຄືປະຕູໂຂງຂອງວັດ, ຫໍບູຊາໃຫຍ່, ເຮືອນພະສົງສຳມະເນນ, ສະຖານທີ່ສອນສາສະໜາ, ທາດບັນຈຸກະດູກ... ຫໍບູຊ່າໃຫຍ່ ແມ່ນສະຖານທີ່ພົ້ນເດັ່ນທາງດ້ານສິລະປະສະຖາປັດຕະຍະກຳ, ປະຕິມາກຳການປະດັບປະດາຂອງຊາວເຜົ່າຂະແມ                         ວັດວາມໄຣຕັ້ງຢູ່ບ້ານວາມໄຣຕາແສງຮ່າເຕິນເມືອງຈ໋າກູ໊ ໄດ້ຮັບຖືວ່າແມ່ນວັດໃຫຍ່ກວ່າໝູ່ ແລະສວຍງາມກວ່າໝູ່ຂອງຊາວເຜົ່າ ຂະແມເວົ້າລວມແລະໃນແຂວງຈ໋າວິງເວົ້າສະເພາະ. ເບິ່ງຈາກໄກ,ວັດວາມໄຣປຽບເໝືອນຫໍປະສາດທີ່ໃຫຍ່ໂຕ. ວັດປຽບເໝືອນຜະລິດຕະພັນສິລະປະກຳທີ່ສົມບູນຈາກປະຕູໂຂງ, ຫຼັງຄາ,  ລະບົບກຳແພງ, ຕະຫຼອດຮອດຂັ້ນໄດ, ເດີ່ນສວນ... ສະຖາປັດຕະຍະກຳ ວັດວາມໄຣຖືກອອກແບບຕາມອັງກໍວັດຂອງກຳປູເຈຍສົມທົບກັບສະຖາປັດຕະຍະກຳຂະແມທີ່ເປັນເອກະລັກ. ພິເສດໃນບໍລິເວນວັດກໍ່ມີຮູບປັ້ນພະພຸດທະເຈົ້າພວມນອນຖືກທາສີແດງຟອກຄຳປິວ ມີລວງຍາວ 54 ແມັດກວ້າງ 16 ແມັດສູງ 20 ແມັດ. ສ່ວນ ວັດໂຟໂນໂດນຖືກຕັ້ງຢູ່ຕາແສງດ້າຍອານເມືອງຈ໋າກູ໊ ກໍ່ແມ່ນໜຶ່ງໃນບັນດາວັດທີ່ໃຫຍ່ໂຕທີ່ສຸດໃນແຂວງຈ໋າວິງ.ໂດຍແມ່ນວັດພຽງແຫ່ງດຽວຢູ່ ແຂວງຈ໋າວິງທີ່ມີນົກຍາງມາດຳລົງຊີວິດຢ່າງຫຼວງຫຼາຍດັ່ງນັ້ນວັດນີ້ກໍ່ຖືກອຸປະມາດັ່ງເດີ່ນນົກໃນແຂວງຈ໋າວິງ.                   

      ຫໍບູຊາໃຫຍ່ຂອງວັດໂຟໂນໂດນຖືກອອກແບບດ້ວຍຫຼັງຄາມີຮູບໂຄ້ງຄືຫາງມັງກອນ, ຍອດຫໍບູຊາມີຮູບແຫຼມສູງດ້ວຍຮູບເທວະດາສີ່ໜ້າໂມຮາບຣອມນົກວິເສດໄກນໍ...  ທີ່ເປັນເອກະລັກຂອງວັດທະນະທຳເຜົ່າຂະແມອັນໄດ້ສ້າງຂີດໝາຍພິເສດໃຫ້ແກ່ວັດນີ້. ພະພິກຂຸເຈືອງວັນບ່ຽນ ເຈົ້າອະທິການວັດໂຟໂນໂດນເລົ່າສູ່ຟັງວ່າ:

   “ວັດມີເນື້ອທີ່ກວ້າງເກືອບ 60.000 ຕາແມັດຖືກປຸກສ້າງເມື່ອປີ 1677.  ຊາວເຜົ່າຂະແມມີວັດນີ້ເພື່ອຫຼໍ່ຫຼອມທາງດ້ານຈິດວິນຍານຂອງເຂົາເຈົ້າ. ຊາວເຜົ່າຂະແມໄປວັດໃນວັນທີ 8, 15, 2, ວັນທີ 30 ໄລ່ຕາມຈັນທະປະຕິທິນ. ຊາວພຸດກໍ່ລ້ວນແຕ່ໄປວັດເຂົາເຈົ້າກໍ່ນຳສະບຽງອາຫານມາມອບໃຫ້ຄູບາ”

ຢູ່ເມືອງຈ໋າກູ໊ ກໍ່ຍັງມີອີກວັດໜຶ່ງທີ່ມີຊື່ສຽງນັ້ນແມ່ນວັດ ລອງເຈື່ອງຖືກຕັ້ງຢູ່ບ້ານລອງເຈື່ອງຕາແສງເຕິນຮຽບ. ວັດລອງເຈື່ອງ ເຄີຍຮັບເລືອກເປັນສະຖານທີ່ຈັດຕັ້ງບັນດາງານບຸນໃນແຕ່ລະປີຂອງພໍ່ແມ່ພີ່ນ້ອງເຜົ່າຂະແມ. ທ່ານເຈືອງເຢືອ ຊາວບ້ານລອງເຈື່ອງໃຫ້ຮູ້ວ່າ:

 “ງານບຸນແຊນໂດນຕາ ແມ່ນວັນບຸນໃຫຍ່ ຖືກຈັດຂຶ້ນໃນວັນເພງເດືອນ 8.  ວັນບຸນຈອນເທີນຳເທີເມິຍ ແມ່ນພິທີອວຍພອນປີໃໝ່ ຖືກຈັດຂຶ້ນໃນເດືອນເມສາ. ວັດນີ້ໄດ້ປຸກສ້າງກ່ອນນີ້ 185 ປີ.ວັດມີພະພຸດທະຮູບນອນປະລິນິພານຢູ່ອ້ອມແອ້ມກໍ່ມີພະອໍລະຫັນ 80 ອົງ”.

ຢູ່ແຂວງຈ໋າວິງກໍ່ຍັງມີວັດບູຮານສາມວັດຄືວັດເອິງ, ວັດຫາງ ແລະ ວັດອົງແມດ ໃນນັ້ນວັດອົງແມດໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳກິລາແລະທ່ອງທ່ຽວແມ່ນປູຊະນີຍະສະຖານລະດັບຊາດເມື່ອປີ 2009. ສ່ວນຢູ່ເມືອງຕ໋ຽວເກິ່ນໃນແຂວງຈ໋າວິງກໍ່ມີ 15 ວັດ. ໃນນັ້ນວັດກອມປົງດຸງແມ່ນວັດທີ່ພົ້ນເດັ່ນທີ່ສຸດ. ພະອາຈານໃຫຍ່ ກີມແມັ້ງເຈົ້າອະທິການ ວັດກອມປົງດຸງ ໃຫ້ຮູ້ວ່າ:

"ວັດກອມປົງດຸງ ໄດ້ຮັບການປຸກສ້າງເມື່ອປີ 1719 ຕາມພາສາເຜົ່າຂະແມກໍ່ໝາຍເຖິງທ່າໝາກພ້າວ. ເມື່ອກ່ອນນີ້ຕໍ່ໜ້າວັດກໍ່ມີທ່ານ້ຳ ດັ່ງນັ້ນພໍ່ແມ່ນປະຊາຊົນໄດ້ມາແລກປ່ຽນຄ້າຂາຍສິນຄ້າແລະຕັ້ງຊື່ຕາມທ່າໝາກພ້າວ. ວັດນີ້ມີເນື້ອທີ່ເກືອບ 3 ເຮັກຕາ. ສິລະປະຂັບຢູ່ເກກໍ່ໄດ້ເລີ່ມມາຈາກວັດນີ້.ປັດຈຸບັນເຈົ້າອະທິການວັດແມ່ນພະພິກຂຸອົງທີ 9 ແລ້ວ”.

  ຈ໋າວິງແມ່ນດິນແດນດຳລົງຊີວິດທີ່ມີມາແຕ່ດົນນານຂອງຊາວເຜົ່າຂະແມດັ່ງນັ້ນຜູ້ຄົນທັງຫຼາຍສາມາດພົບເຫັນບັນດາວັດທີ່ເຂັ້ມຂົ້ນໄປດ້ວຍສະຖາປັດຕະຍະກຳ  ທີ່ເປັນປະເພນີຂອງຊາວເຜົ່າຂະແມ. ບໍ່ພຽງແຕ່ມີຄວາມງາມທີ່ເກົ່າແກ່ເທົ່ານັ້ນ ບັນດາວັດໃນແຂວງຈ໋າວິງ ຍັງແມ່ນບ່ອນເກັບຮັກສາ ວັດທະນະທຳທີ່ເປັນເອກະລັກສະເພາະ ຂອງຊາວເຜົ່າຂະແມອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ