(VOVWORLD) -ພໍ່ຕູ້ ເວືອງຈິ໊ງດຶກ (1865 - 1947) ແມ່ນບຸກຄົນໜຶ່ງດຽວເທົ່ານັ້ນ ທີ່ໄດ້ຮັບການນັບຖື ຈາກພໍ່ແມ່ພີ່ນ້ອງເຜົ່າມົ້ງວ່າ ແມ່ນພະຍາເຜົ່າມົ້ງ. ທຳນຽບຂອງວົງຕະກຸນ ເວືອງ ຫຼື ເອີ້ນວ່າທຳນຽບຂອງພະຍາເຜົ່າມົ້ງ ເວືອງຈິ໊ງດຶກ ຢູ່ຕາແສງ ຊ່າຝິ່ນ, ເມືອງ ດົ່ງວັນ ແມ່ນກິດຈະກຳສະຖາປັດຕະຍາກຳ ທີ່ເປັນເອກະລັກອັນດັບໜຶ່ງໃນແຂວງ ຮ່າຢາງ. ທຳນຽບແຫ່ງນີ້ ໄດ້ຮັບການຮັບຮອງຈາກລັດ ຫວຽດນາມ ແມ່ນປູຊະນີຍະສະຖານລະດັບຊາດ ເມື່ອປີ 1993
ທຳນຽບຂອງພະຍາເຜົ່າມົ້ງ ເວືອງຈິ໊ງດຶກ |
ປາງກ່ອນນີ້, ພະຍາເຜົ່າມົ້ງ ເວືອງຈິ໊ງດຶກ ແມ່ນຜູ້ຄຸ້ມຄອງບັນດາເຂດ ກວນເບະ, ອຽນນິງ, ແມ່ວຫວາກ, ດົ່ງວັນ ແລະ ນີ້ກໍ່ແມ່ນເຂດປົກຄອງດ້ວຍຕົນເອງຂອງເຜົ່າມົ້ງໃນແຂວງ ຮ່າຢາງ. ກ່ອນນີ້ເກືອບ 100 ປີ, ພໍ່ຕູ້ ເວືອງຈິ໊ງດຶກ ໄດ້ຈ້າງນາຍຊ່າງກໍ່ສ້າງມາຈາກຈີນ ເພື່ອດຳເນີນການກໍ່ສ້າງ ທຳນຽບຂອງວົງຕະກຸນ ເວືອງ. ພ້ອມກັນນັ້ນກໍ່ມີກຳມະກອນນັບໜື່ນຄົນຂອງ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມການກໍ່ສ້າງທຳນຽບພະຍາເຜົ່າມົ້ງ, ຄ່າໃຊ້ຈ່າຍໃນການກໍ່ສ້າງທຳນຽບແຫ່ງນີ້ ແມ່ນຫຼວງຫຼາຍທີ່ສຸດ. ນາງ ເວືອງທິເຈີ່, ຜູ້ເປັນຫຼານຂອງພະຍາເຜົ່າມົ້ງ ແລະ ກໍ່ແມ່ນຜູ້ນຳທ່ຽວຊົມຢູ່ເຂດປູຊະນີຍະສະຖານ ທຳນຽບວົງຕະກຸນ ເວືອງ ເລົ່າສູ່ຟັງວ່າ:
“ພໍ່ຕູ້ ເວືອງຈິ໊ງດຶກ ແມ່ນຜູ້ນຳຢູ່ເຂດດິນແຫ່ງນີ້. ພໍ່ຕູ້ເກີດປີ 1865 ແລະ ເຖິງແກ່ມໍລະນະກຳເມື່ອ ປີ 1947 ລວມອາຍຸ 82 ປີ. ປັດຈຸບັນສຸສານຂອງ ເພິ່ນ ຖືກຕັ້ງຢູ່ຮ່ອມພູນີ້. ໄລຍະຕໍ່ມາຜູ້ທີ່ມີຊື່ສຽງໃນດິນແດນແຫ່ງນີ້ ກໍ່ແມ່ນລູກຊາຍຜູ້ທີສອງຂອງພໍ່ຕູ້ ນັ້ນແມ່ນທ່ານ ເວືອງຈີ໊ຊິ່ງ ເຊິ່ງແມ່ນສ່ຽວຮັກສ່ຽວແພງຂອງປະທານ ໂຮ່ຈີມິນ. ທ່ານ ເວືອງຈີ໊ຊິ່ງ ເປັນສະມາຊິກສະພາແຫ່ງຊາດຊຸດທີ I, ຊຸດທີ II ແລະ ໄລຍະຕໍ່ມາແມ່ນເຈົ້າເມືອງໆ ດົ່ງວັນ ຄົນທຳອິດຢູ່ທີ່ນີ້”.
ເມື່ອຫຼຽວເບິ່ງຈາກຈອມພູ, ທຳນຽບວົງຕະກຸນ ເວືອງ ປຽບເໝືອນຫຼັງເຕົ່າພວມພົ້ນເດັ່ນຂຶ້ນ ໃນທ່າມກາງຮ່ອມພູ ຊ່າຝິ່ນ, ທຳນຽບແຫ່ງນີ້ ຖືກອອກແບບປຽບເໝືອນປ້ອມໝັ້ນທີ່ໜັກແໜ້ນ, ທຳນຽບແຫ່ງນີ້ ຖືກອ້ອມຮອບດ້ວຍສາຍພູສູງ, ຢູ່ທາງໃນແມ່ນກຸ່ມສະຖານປັດຕະຍາກຳ ທີ່ເປັນເອກະລັກທີ່ສະຫງວນໃຫ້ແກ່ຊົນຊັ້ນຂຸນນາງ ຢູ່ເຂດພູສູງ ດ້ວຍບັນດາແຖວເຮືອນສອງຊັ້ນ ຕັ້ງຕິດຕໍ່ກັນຄືດັ່ງບັນດາສາຍພູສະຫຼັັບສັບຊ້ອນ ບົນເຂດພູພຽງຫີນ. ຢູ່ນອກທຳນຽບກໍ່ມີສອງປ້ອມປືນ ເພື່ອປ້ອງກັນ, ມີບັນດາສຸສານຂອງລູກ ແລະ ຫຼານຂອງພໍ່ຕູ້ ເວືອງຈິ໊ງດຶກ. ຢູ່ໃນທຳນຽບກໍ່ມີສາງເກັບມ້ຽນອາວຸດ, ສາງເກັບມ້ຽນຄຳ, ເງິນ, ສາງຢາຝິ່ນ, ມີຫ້ອງນອນ, ຫ້ອງເຮັດວຽກ, ເຮືອນຄົວ, ເຂດລ້ຽງສັດ… ອ້ອມຮອບທຳນຽບແຫ່ງນີ້ ແມ່ນສວນຕົ້ນໄມ້ກິນໝາກ ແລະ ດອກໄມ້ຫຼາກຫຼາຍສີສັນນາໆຊະນິດ. ນາງ ເວືອງທິເຈີ່ ໃຫ້ຮູ້ວ່າ:
“ເຂດເຮືອນຂອງພໍ່ຕູ້ ເວືອງຈິ໊ງດຶກ ຖືກປຸກສ້າງເມື່ອປີ 1898 ແລະ ສຳເລັດການກໍ່ສ້າງເມື່ອປີ 1903. ເຂດເຮືອນນີ້ປະກອບດ້ວຍ 64 ຫ້ອງ. ທຳນຽບປະກອບດ້ວຍສາມເຂດຄື ເຂດທາງໜ້າ, ເຂດກາງ ແລະ ເຂດຫຼັງ. ເຂດທາງໜ້າແມ່ນບ່ອນຢູ່ຂອງທະຫານເວນຍາມຮັກສາ, ເຂດກາງແມ່ນບ່ອນຢູ່ຂອງເມຍ ແລະ ພວກລູກ, ສ່ວນເຂດຫຼັງແມ່ນບ່ອນຢູ່ຂອງພະຍາເຜົ່າມົ້ງ ເວືອງຈິ໊ງດຶກ. ທຳນຽບແຫ່ງນີ້ໄດ້ຖືກບູລະນະ ປະຕິສັງຂອນເມື່ອປີ 2004. ຝາເຮືອນ, ດິນຂໍ, ຫີນຍັງຄົງຖືກຮັກສາເໝືອນເດີມ, ໄມ້ກໍ່ແມ່ນໄມ້ກະຈະ ແທນໃຫ້ໄມ້ແປກຄືເມື່ອກ່ອນນີ້”.
ໃນແຕ່ລະວັນທຳນຽບວົງຕະກຸນ ເວືອງ ໄດ້ຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມຢ່າງຫຼວງຫຼາຍ. ໂດຍແມ່ນຄັ້ງທຳອິດທີ່ໄດ້ມາຢ້ຽມຊົມທຳນຽບຂອງວົງຕະກຸນ ເວືອງ, ອ້າຍ ເບນເຣນເນີ ແຂກທ່ອງທ່ຽວມາຈາກລັດ ກະລີຟອກເນຍ ສະຫະລັດອາເມລິກາ ເວົ້າວ່າ:
“ຂ້າພະເຈົ້າຊົມຊອບທີ່ສຸດ ເມື່ອໄດ້ຮັບຟັງບັນດາເລື່ອງລາວ ປະຫວັດສາດຂອງທຳນຽບແຫ່ງນີ້. ສະຖາປັດຕະຍາກຳຂອງທຳນຽບແຫ່ງນີ້ແມ່ນ ປະສົມປະສານລະຫວ່າງສາມແບບຄື ເອີລົບ, ມົງໂກນ ແລະ ຈີນ ທີ່ສວຍງາມທີ່ສຸດ. ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ ກ່ຽວກັບສະຖາປັດຕະຍາກຳຢູ່ທີ່ນີ້ ແລະ ເລື່ອງລາວປະຫວັດສາດຂອງທຳນຽບທີ່ມີມາປະມານ 100 ປີ”.
ປີ 2004, ຄົວຄອບວົງຕະກຸນ ເວືອງ ໄດ້ຕົກລົງມອບທຳນຽບວົງຕະກຸນ ເວືອງ ໃຫ້ແກ່ລັດ ເພື່ອອະນຸລັກຮັກສາ. ນັບແຕ່ນັ້ນເປັນຕົ້ນມາ ຢູ່ແຫ່ງນີ້ໄດ້ກາຍເປັນສະຖານທີ່ທ່ອງທ່ຽວ ເພື່ອຕອ້ນຮັບແຂກທ່ອງທ່ຽວມາຢ້ຽມຊົມ ທັດສະນະສຶກສາ. ມາຢ້ຽມຢາມແຂວງ ຮ່າຢາງ ໃນວັນນີ້, ແຂກທ່ອງທ່ຽວບໍ່ຄວນພາດໂອກາດມາຢ້ຽມຊົມ ສະຖານທີ່ທີ່ດູດດື່ມແຫ່ງນີ້ ເພື່ອຄົ້ນຫາທຳນຽບວົງຕະກຸນ ເວືອງ, ຢ້ຽມຢາມຕະຫຼາດນັດຢູ່ຕໍ່ໜ້າທຳນຽບ ພ້ອມກັບບັນດາທິວທັດທຳມະຊາດ ສະຖານທີ່ປະຫວັດສາດອື່ນໆ ໃນແຂວງ ຮ່າຢາງ ອີກດ້ວຍ.