ຄົ້ນຫາວັດ ຈໂຣຍຕານຊາ ໃນແຂວງຈ໋າວິງ

(VOVWORLD) -ວັດ ຈໂຣຍຕານຊາຖືກຕັ້ງຢູ່ບ້ານບ໊າຍຊ່າວເຢື໊ອຕາແສງກີມເຊີນເມື່ອງຈ໋າກູ໊ ແຂວງຈ໋າວິງ. ນີ້ແມ່ນໜຶ່ງໃນບັນດາວັດທີ່ເກົ່າແກ່ ເປັນຕົວແທນຂອງຊາວເຜົ່າຂະແມຕິດພັນກັບປະຫວັດສາດປະຕິວັດຂອງທ້ອງຖິ່ນ
ຄົ້ນຫາວັດ ຈໂຣຍຕານຊາ ໃນແຂວງຈ໋າວິງ - ảnh 1ຫໍບູຊາໃຫຍ່ໃນວັດ ຈໂຣຍຕານຊາ

   ກໍ່ເຊັ່ນດຽວກັນກັບວັດຂະແມອື່ນໆ, ວັດ ຈໂຣຍຕານຊາມີບັນດາກິດຈະກຳຍ່ອຍຄືປະຕູວັດ, ຫໍບູຊາໃຫຍ່, ຫໍພັກພະສົງສຳມະເນນ, ສາລາ, ຫ້ອງຮຽນ, ທາດບັນຈຸກະດູກ... ແຕ່ລະກິດຈະກຳສະຖາປັດຕະຍະກຳກໍ່ລ້ວນແຕ່ມີລັກສະນະສິລະປະສູງແລະຖືກຈັດສັນຢ່າງກົມກຽວໃນກຸ່ມວັດ.  ຈາກລວດລາຍຈິດຕະກຳ ຕະຫຼອດຮອດການສ້າງບັນດາຮູບປັ້ນຢ່າງລະອຽດອ່ອນ. ວັດຖືກຕັ້ງໃນບໍລິເວນທີ່ກວ້າງໃຫຍ່ກວ່າ 22.200 ຕາແມັດໃນບໍລິເວນກໍ່ປູກຫຼາຍຕົ້ນໄມ້ໃຫຍ່ ອັນໄດ້ສ້າງທັດຊະນີຍະພາບທີ່ງົດງາມ ແລະສະຫງົບງຽບ. ພະອາຈານຢາງໂຊແທັງເຈົ້າອະທິການວັດ ຈໂຣຍຕານຊາໃຫ້ຮູ້ວ່າ:

     “ລັດໄດ້ຮັບຮອງວັດແມ່ນປູຊະນີຍະສະຖານປະຫວັດສາດປະຕິວັດ. ປັດຈຸບັນວັດພວມເກັບຮັກສາບັນດາວັດຖຸພັນທີ່ມີຄ່າໃນນັ້ນມພະພຸດທະຮູບພະພຸດເຈົ້າຊີວິດພ້ອມກັບເຄື່ອງບູຮານຫຼາຍຢ່າງ.ບັນດາພະພິກຂຸ, ຄະນະຄຸ້ມຄອງວັດມີຄວາມເອົາໃຈໃສ່ ເຖິງການອະນຸລັກເວັດທະນະທຳເຜົ່າຂະແມ.ວັດໄດ້ຮັກສາອະນຸລັກບັນດາວາດຟ້ອນຂອງເຜົ່າຂະແມຄືຟ້ອນໂຣບຳ, ຟ້ອມກອງຊາດຳ... ວັດຍັງສ້າງເງື່ອນໄຂສະດວກໃຫ້ແກ່ລູກນ້ອງຂອງພໍ່ແມ່ພີ່ນ້ອງເຜົ່າ ຂະແມເຂົ້າໂຮງຮຽນ. ແຕ່ລະປີຮອດຍາມພັກແລ້ງພວກນ້ອງນັກຮຽນຕ່າງກໍ່ໄປຮຽນຢູ່ວັດເພື່ອອະນຸລັກຮັກສາຕົວໜັງສືຂອງເຜົ່າຕົນ”.

     ວັດ ຈໂຣຍຕານຊາ ໄດ້ຮັບການກໍ່ສ້າງເມື່ອປີ1847ໂດຍຊາວພຸດໃນບ້ານ ບ໊າຍຊ່າວເຢື໊ອ ບໍລິຈາກທີ່ດິນແລະປະກອບເຫື່ອແຮງກໍ່ສ້າງ. ເຈົ້າອະທິການວັດອົງທຳອິດແມ່ນພະອາຈານມະຫາ ແທັກເຄີມາວ. ວັດໄດ້ຮັບການເປີດກວ້າງປະຕິສັງຂອນຫຼາຍຄັ້ງ ຈຶ່ງໃຫຍ່ໂຕໂອ້ໂຖງຄືໃນວັນນີ້.  ວັດບໍ່ພຽງແຕ່ແມ່ນແຫ່ງທີ່ສັກສິດມີລັກສະນະວັດທະນະທຳຈິດວິນຍານເທົ່ານັ້ນຫາກຍັງແມ່ນສູນກາງດຳເນີນຊີວິດວັດທະນະທຳທາງດ້ານຈິດໃຈຂອງຊາວເຜົ່າຂະແມໃນຕາແສງກີມເຊີນ ເມືອງຈ໋າກູ໊ ແຂວງຈ໋າວິງ. ອຳນາດການປົກຄອງແລະຊາວທ້ອງຖິ່ນກໍ່ມີຄວາມເອົາໃຈໃສ່ ເຖິງການຈັດຕັ້ງບັນດາງານບຸນຂອງຊາວເຜົ່າຂະແມຢູ່ວັດ.  ທ່ານແທັກຮອນ ສັງກັດຄະນະຄຸ້ມຄອງວັດ ຈໂຣຍຕານຊາ ໃຫ້ຮູ້ວ່າ:

      “ແຕ່ລະປີຢູ່ວັດກໍ່ໄດ້ຈັດຕັ້ງພິທີສົງພະ, ວັນບຸນຈອນເທີນຳ ເທີເມິຍ. ໃນວັນບຸນຕ່າງໆ,ວັດໄດ້ເປີດປະຕູຕ້ອນຮັບພໍ່ແມ່ພີ່ນ້ອງມາໄຫ້ວບູຊາ. ແຕ່ລະເດືອນພໍ່ແມ່ພີ່ນ້ອງກໍ່ໄດ້ໄປວັດໃນ 4 ວັນຄື ວັນທີ 8, 15, 23 ແລະ 30 ໄລ່ຕາມຈັນທະປະຕິທິນ. ວັດໄດ້ໂຄສະນາໃຫ້ປະຊາຊົນຕ້ອງຢູ່ໃນສິນກິນໃນທຳ  ດຸໝັ້ນທຳມາຫາກິນ ມຸ່ງໄປສູ່ຄວາມສຸດຈະລິດ ອຸ້ມຊູຊ່ວຍເຫຼືອຜູ້ທຸກຍາກ”.

      ໃນໄລຍະຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝະລັ່ງແລະຈັກກະພັດອາເມລິກາ, ວັດ ຈໂຣຍຕານຊາແມ່ນບ່ອນປົກປິດພະນັກງານປະຕິວັດ. ໃນບໍລິເວນວັດກໍ່ມີຂຸມໃຕ້ດິນຫຼາຍຂຸມເພື່ອໃຊ້ເປັນບ່ອນເຄື່ອນໄຫວແລະຫຼົບຫຼີກຈາກສັດຕູ. ວັດຍັງແມ່ນສະຖານທີ່ດຳເນີນຊີວິດໂຮມປະຊຸມຂອງພະນັກງານປະຕິວັດເພື່ອແລກປ່ຽນເຜີຍແຜ່ບັນດາແຜນນະໂຍບາຍໜ້າທີ່ຂອງພັກຄອມມູນິດຫວຽດນາມ. ທ່ານກຽນຊາຣິງ ຮອງຫົວໜ້າຄະນະຄຸ້ມຄອງວັດ ຈໂຣຍຕານຊາ ໃຫ້ຮູ້ວ່າ:

      “ເມື່ອກ່ອນນີ້ມີພະນັກງານປະຕິວັດແມ່ນລຸງ ອາຈາໂຣວິດຊາຣັດ ຊາວເຜົ່າຂະແມເຊື້ອຊາດກຳປູເຈຍເຂົ້າສັນຊາດຫວຽດນາມ. ພວກຂ້າພະເຈົ້າໄດ້ເຊື້ອເຊີນລຸງມານີ້ ສອນໜັງສືໃນວັດ ຈໂຣຍຕານຊາແລະລຸງໄດ້ຄິດເຖິງການຕໍ່ສູ້ປົດປ່ອບຊາດພ້ອມກັບການປະຕິວັດຫວຽດນາມ. ທ່ານໄດ້ຂົນຂວາຍຄະນະຄຸ້ມຄອງແລະພໍ່ແມ່ພີ່ນ້ອງຊາວພຸດຢູ່ທີ່ນີ້ ເດີນຕາມການປະຕິວັດ. ຢູ່ບ້ານນີ້ກໍ່ຍັງມີລຸງຕ໊າມຊວນແມ່ນພະນັກງານປະຕິວັດທີ່ດີເດັ່ນໄດ້ສືບທອດລຸງອາຈາໂຣວິດຊາຣັດ. ນັ້ນເປັນຕົ້ນໄປກໍ່ໄດ້ມີຊາວໜຸ່ມແລະພະນັການຫຼາຍຄົນເດີນຕາມການປະຕິວັດ”.

    ວັດ ຈໂຣຍຕານຊາ ມີສະຖາປັດຕະຍະກຳທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳເຜົ່າຂະແມ. ວັດນີ້ຍັງແມ່ນສະຖານທີ່ແດງເພື່ອສຶກສາອົບຮົມມູນເຊຶ້ອຮັກຊາດ, ວິລະຊົນປະຕິວັດໃຫ້ແກ່ຄົນລຸ້ນຕ່າງໆ. ວັນທີ 29 ສິງຫາປີ 2012 ຄະນະກຳມະການປະຊາຊົນແຂວງຈ໋າວິງໄດ້ປະກາດໃຊ້ຂໍ້ຕົກລົງຮັບຮອງວັດ ຈໂຣຍຕານຊາ ແມ່ນປູຊະນີຍະສະຖານລະດັບແຂວງຂຶ້ນກັບຮູບແບບປູຊະນີຍະສະຖານປະຫວັດສາດ. 

ຕອບກັບ

ຂ່າວ/ບົດ​ອື່ນ