ຄວາມງາມແບບມະຫັດສະຈັນຂອງໜອງລາກ


(vovworld)- ເມື່ອ​ມາ​ຢ້ຽມ​ຢາມ ໄຕ​ງວຽນ, ນັກ​ທ່ອງ​ທ່ຽວ ເຄີຍ​ໄປ​ຢ້ຽມ​ຊົມທັດ​ສະ​ນີ​ຍະ​ພາບ​ຫນອງ ລາກ (Lăk), ຊື່ງ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຫນອງ​ນ້ຳ​ຈືດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ແລະ ກວ້າງ​ໃຫຍ່​ຢູ່​ຫວຽດ​ນາມ. ຢູ່​ອ້ອມ​​ແອ້ມຫນອງ​ລາກ ແມ່ນ​ປ່າ​ດົງ​ດີບ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ສະ​ນັ້ນ​ຫນອງ​ລາກ ບໍ່​ພຽງ​ແຕ່​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຊີ​ວະ​ພາບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ດ້ວຍ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ດັ່ງ​ໃນ​ຝັນເທົ່າ​ນັ້ນ ຫາກ​ແຫ່ງນີ້​ຍັງ​ຕິດ​ພັນ​ກັບ​​​ເລື່ອງ​ລາວກ່ຽວ​ກັບ​ກົກ​ເຄົ້າ​ຂອງ​ຊາວ ເມີ​ນົງ, ​ຊື່ງແມ່ນ​ຊົນ​ເຜົ່າ​ມີ​ພື້ນ​ຖາ​ນ​ວັດ​ທະ​ນະ​ທຳ​ອ​ຸ​ດົມ​ສົມ​ບູນ ແລະ ​ຕັ້ງ​ພູມ​ລຳ​ເນົາ​ຢູ່​ທີ່ນີ້​ມາ​ແຕ່​ດົນ​ນານ​ອີກ​ດ້ວຍ.

 ຄວາມງາມແບບມະຫັດສະຈັນຂອງໜອງລາກ - ảnh 1
ຫນອງ​ລາກ ຢູ່ ໄຕ​ງວຽນ
ພາບ:internet

        ຕາມ​​ເລື່ອງ​ລາວ​ທີ່​ເລົ່າ​ຂານ​ກັນ​ມາຂອງ​ຊາວ ເມີ​ນົງ​ແລ້ວ, ແຕ່ກີ້​ແຕ່ກ​ອ່ນ ​ເທວະ​ດາໄຟ​ຊະ​ນະ​ເທວະ​ດາ​ນ​້ຳ ພາ​ຍ​ຫລັງ​ການ​ຕໍ່ສູ້​​ຢ່າງ​ດຸ​ເດືອດ​​ເປັນ​ໄລຍະ​ຍາວ ເຮັດ​ໃຫ້​ບ້ານ​ຊ່ອງ​ຂອງ​ຊາວ ເມີ​ນົງ ​ຕົກ​ເຂົ້າ​ສູ່​ສະ​ພາບ​​ແຫ້ງ​ແລ້ງ ແລະ ຂາ​ດ​ເຂີນ​ນ້ຳ​ຢ່າງ​ແຮງ. ໃນ​ຄາວນັ້ນ, ມີ​ຜູ້​ບ່າວ​ຄົນ​ຫນຶ່ງ ໄດ້​ກ້າ​ຫານ​ອອກ​ເດີນ​ທາງ​ໄປ​ຫາ​ນ້ຳເພື່ອ​ກູ້​ເອົາ​ຊີ​ວິດ​ຂອງ​ຊາວ​ບ້ານ ແລະ ​ພາ​ຊາວ ເນີ​ນົງ ມາ​ຕັ້ງ​ພູມ​ລຳ​ເນົາ​ຢູ່​ທີ່ນີ້. ຫນອງ​​ນ້ຳ ແລະ ເຂດ​ດິນ​ແດນນັ້ນ ແມ່ນ​ຫນອງ​ລາກ​ ​ໃນປະ​ຈຸ​ບັນ. ຫນອງ​ລາກ ຕັ້ງ​ຢູ່​ແຄມ​ເທດ​ສະ​ບານ ລຽນ​ເຊີນ, ເມືອງ ລາກ, ຫ່າງ​ຈາກ​ນະ​ຄອນ ບວນ​ມາ​ທວດ, ແຂວງ ດັກ​ລັກ​ໄປທາງ​ທິດ​ໃຕ້ ປະ​ມານ 52 ກິ​ໂລ​ແມັດ​. ຫນອງ​ລາກ ​ກວ້າງ 500 ເຮັກ​ຕາ ແລະ ນອນ​ໃນ​ເຂດ​ພື້ນ​ທີ່​ ສູງ 500 ແມັດ​ເມື່ອ​ທຽບ​ໃສ່​ຫນ້າ​ນ້ຳ​ທະ​ເລ. ​ເມື່ອສັງ​ເກດ​ຈາກ​ທາງ​ໄກ, ຫນອງ​ລາກ ຄື​ດັ່ງ​ແພ​ໄຫມ​ສີ​ຂຽວສວຍ​ງາມ​ຜືນ​ຫນຶ່ງ​​ທ່າມກາງ​ເຂດ​ພູ​ຜາ​ປ່າ​ໄມ້​ໄຕ​ງວຽນ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ. ອ້ອມຫນອງ ລາກ ແມ່ນ​ເຂດ​ປ່າ​ດົງ​ດີບ ດ້ວຍ​ລະ​ບົບ​ສັດ​ສາ​ວາ​ສິ່ງ​ອຸ​ດົມ​ສ​ົ​ມ​ບູນ, ຢູ່​ໃນ​ປ່າ​ມີ​ສັດ​ຫາ​ຍາກ​ຫລາຍ​ຊະ​ນ​ິດ ຊື່ງ​ໄດ້​ຈັດ​ເຂົ້າ​ປື້ມ​ປົກ​ແດງ. ພິ​ເສດ ຢູ່​ເຂດ​ອ້ອມ​ຫນອງ ລາກ ມີ​​ຊ້າງ​ປ່າ ແລະ ຊ້າງ​ໄດ້​ຮັບ​ການ​ເຝີກ​ສອນ​ຫລາຍ​ສຸດ​ຢູ່​ຫວຽດ​ນາມ. ສະ​ນັ້ນ ສິ່ງ​ປະ​ທັບ​ໃຈ​ທີ່​ສຸດ ສຳ​ລັບ​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມ​ຢາມ ຫນອງ​ລາກ ນັ້ນ​ແມ່ນ​​ໄດ້​ເຫັນ​ຮູບ​ພາບກວາ​ນ​ຊ້າງ​ບັນ​ຊາ​ຊ້າງ​ຍ່າງ​ໄປ​ຕາ​ມ​ຖະ​ຫນົນ​ສາຍ​ຕ່າງໆ. ບາງ​ເທື່ອ​ຍັງ​ພົບ​ເຫັນ​ຊ້າງ​ອາບ​ນ້ຳ​ຢູ່​ແມ່​ນ້ຳ,  ຊ້າງ​ກັບ​ຄືນ​​ເມືອບ້ານ​​ໃນ​ຍາມ​ສາ​ຍັນ. ຮູບ​ພາບ​ເຫລົ່າ​ນັ້ນ ໄດ້​​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມຫນອງ ​ລາກ ເປັນ​ຈ​ຳ​ນວນ​ຫລວງ​ຫລາຍ. ອ້າຍ ຫງວຽນ​ແມ້ງ​ຮ່າ​, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ນະ​ຄອນ ຫາຍ​ຟ່ອງ ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ມາ​ຢ້ຽມ​ຢາມ ຫນອງ​ລາກ ມີຫລາຍ​ຮູບ​ການ​ທ່ອງ​ທ່ຽວ. ນັກ​ທ່ອງ​ທ່ຽວ ສາ​ມາດ​ຂີ່​ຊ້າງ ຫລື ຂີ່​ເຮືອ​ລ່ອງ​ຕາມ​ແມ່​ນ້ຳ​ເພື່ອ​ຢ້ຽມ​ຊົ​ມ​ທັດ​ສະ​ນີ​ຍະ​ພາບ​ຫນອງ​ນ້ຳ.. ນັກ​ທ່ອງ​ທ່ຽວ​ກໍ່​ສາມາດໄປ​ຢ້ຽມ​ຢ​າມ​ບ້ານ​ຕ່າງໆ​ຂອງ​ຊາວ​ເຜົ່າ ເມີ​ນົງ ​ທີ່ດຳ​ລົງ​ຊີ​ວິດ​ຢູ່​ແຄມ​ຫນອງ ຫລື ເຂົ້າ​ເລິກ​ໃນ​ປ່າ​ເພື່ອ​ຄົ້ນ​ຫາ​ສັດ​ປ່າ. ຂ້າ​ພະ​ເຈົ້າ​ໄດ້​ໄປ​ຫລາຍ​ແຫ່ງ​ແລ້ວ, ແຕ່​ເມື່ອ​ມາ​ຢ້ຽມ​ຢາມ​ຫນອງ​ລາກ ກໍ່​ເຫັນ​ວ່າມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ພິ​ເສດ​​ສະ​ເພາະຊື່ງ​ບ່ອນ​ອື່ນພັດບໍ່​ມີ.”

 ຄວາມງາມແບບມະຫັດສະຈັນຂອງໜອງລາກ - ảnh 2
ນັກ​ທ່ອງ​ທ່ຽວ​ຂີ່​ຊ້າງ​ຂ້າມ​ແມ່​ນ້ຳ
ພາບ:daclac.gov.vn

        ມາ​ຢ້ຽມ​ຢາມ​ຫນອງ​ລາກ, ນັກ​ທ່ອງ​ທ່ຽວ ບໍ່​ພຽງ​ແຕ່​​ໄດ້ຄົ້ນ​ຫາ​ຄວາມ​ງາມ​ຂອງທຳ​ມະ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ໂອ​ກາດ​​ໄດ້ຊອກ​ຮູ້​​​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າເມີ​ນົງ ອີກ​ດ້ວຍ, ໃນ​ນັ້ນ ຕ້ອງ​ເວົ້າ​ເຖິງ​ອາ​ຊີບ​ເຝີກ​ສອນ​ຊ້າງ​ປ່າ. ຢູ່​ເຂດ​ຫນອງ​ລາກ, ມີຄອບ​ຄົວ ລຸງ​ດາມ​ນັງ​ລອງ ​ແມ່ນຄອບຄົວ​ທີ່​ຊື່​ສຽງ​ດ້ວຍ ອາ​ຊີບ​ເຝີກ​ສອນ​ຊ້າງ​ປ່າ​ ຜ່ານ 3 ລຸ້ນ​ຄົນ​. ​ປະ​ຈຸ​ບັນ ລຸງ​ລອງ ມີ​ຊ້າງ​ປ່າ​ຫລາຍ​ໂຕກວ່າ​ໝູ່​ຢູ່​ຫນອງ​ລາກ. ຕາມ​ລຸງ​ດາມ​ນັງ​ລອງ​ແລ້ວ, ຊາວ​ເຜົ່າ​ໄຕ​ງວຽນ ເວົ້າ​ລ​ວມ ແລະ ຊາວ​ເຜົ່າ​ເມີ​ນົງ ເວົ້າ​ສະ​ເພາະ ແມ່ນ​ຜູ້​ຮັກ​ແພງ​ຊ້າງ​ປ່າ​ທີ​່​ສຸດ, ຖື​ຊ້າງ​​ເປັນສັນ​ຍາ​ລັກ​ໃຫ້​ກຳ​ລັງ​ແຮງ, ຄວາມ​ອີ່ມ​ຫນຳ​ສຳ​ລານ​ພູ​ນ​ສຸກ​ຂອງວົງ​ຕະ​ກຸນ.

        “ ພາຍ​ຫລັງ​ໄດ້​ຮັບ​ການ​ເຝິກ​ສອນ, ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງກວານ​ຊ​້າງ​ແລ້ວ, ​​ແມ່ນ​ຈະ​ຈັດ​ພິທີ​ຮັບຊ້າງ​ປ່າ​​ເຂົ້າບ້ານ, ນັບ​ແຕ່​ນັ້ນ, ຊ້າງໄດ້ຮັບ​ຖື​ວ່າ​ແມ່ນສະ​ມາ​ຊິກ​ຂອງ​ຄອບຄົວ ​ແລະ ​ໄດ້ ຕັ້ງ​ຊື່​ຕາມ​ວົງ​ຕະ​ກຸນ​ຂອງ​ຄອບ​ຄົວ, ຊ້າງ​ກໍ່ໄດ້​ຮັບ​ອາ​ລົມ​ຈິດ, ຊັບ​ສິນ​, ​ເມື່ອ​ຕາຍ​ແລ້ວກໍ່​ຖືກຝັງ, ​ພ້ອມກັບຊັບ​ສິນ​ ຕາມ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາວ​ເຜົ່າ ເມີ​ນົງ.”

        ແຕ່​ລະ​ປີ, ປະ​ຊາ​ຊົນ​ຢູ່​ເຂດ ຫນອງ​ລາກ ຈັດ​ຕັ້ງ​ບັນ​ດາພິ​ທີ​ການ​ທີ່​ເປັນ​ມູນ​ເຊື້ອ, ສະ​ແດງ​ອາ​ລົມ​ຈິດ​ຄວາມຮັກ​ແພງ​ທີ່​ມີ​ຕໍ່​​ໂຕຊ້າງ​ຄື: ພິ​ທີ​ຮັບ​ຊ້າງ​​ເຂົ້າເປັນ​ສະ​ມາ​ຊິກ​ໃນ​ບ້ານ, ພິ​ທີພາ​ວະ​ນາ​ສຸ​ຂະ​ພາບ​ໃຫ້​ຊ້າງ. ພິ​ເສດ ແມ່ນ​ງານ​ບຸນ​ແຂ່ງ​ຊ້າງ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຄິດ​ເຖິງຄວາມ​ອົງ​ອາດ​ກ້າ​ຫານຂອງ​ຜູ້​ບ່າວ ເມີ​ນົງ​ ໃນ​ການ​ລ່າ​ຊ້າງ​​ເມື່ອ​ກ່ອນນີ້.

        ໃນ​ລາຍ​ການ​ຄົ້ນ​ຫາ​ທັດສະ​ນີ​ຍະ​ພາບ ຫນອງ​ລາກ, ນັກ​ທ່ອງ​ທ່ຽວ ຍັງ​ມ​ີ​ໂອ​ກາດ​ໄດ້​ໄປ​ຢ້ຽມ​ຢາມ ເຮືອນ​ຍາວຂອງ ຊາວ​ເຜົ່າ ເມີ​ນົງ ດ້ວຍ​ວັດ​ຖຸ​ອຸ​ປະ​ກອນ​ຫລາຍ​ຢ່າງ​ທີ່​ຮັບ​ໃຊ້​ໃນ​ຊີ​ວິດ​ປະ​ຈຳ​ວັນ ​ສະ​ແດງ​ໃຫ້​ເຫັນ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ຢູ່​ທີ່ນີ້​ຄື: ຕັ່ງ Kpal, ກອງ H’Gor, ຄ້ອງ, ໄຫ​ບູ​ຮານ…ປະ​ຈຸ​ບັນ, ບ້ານ ຢູ​ນ(Jun) ແລະ ບ້ານ ເມີ​ລຽງ (M’Lieng) ຂອງ​ຊາວ​ເຜົ່າ ເມີ​ນົງ ຍັງ​ຄົງ​ຮັກ​ສາ​ຮີດ​ຄອງ​ປະ​ເພ​ນີ​, ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນເຊື້ອ​ດ້ວຍ​ອາ​ຊີບ​ຕ່ຳ​ແພ​ພື້ນ​ເມືອງໄວ້​ໄດ້. ນັກ​ທ່ອງ​ທ່ຽວ​ສາ​ມາດ​ຊື້​ເຄື່ອງ​ເປັນ​​ທີ່ລະ​ນຶກ, ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​ ກໍ​ຄືຮັບ​ຊົມ​ບັນ​ດາ​ລາຍ​ການ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ຊົນ​ເຜົ່າ​ຢູ່​ທີ່ນີ້ອີກ.

        ດ້ວຍ​ຄວາມ​ງາມ​ແບບ​ເລິກ​ລັບ​ຂອງ​ເຂດ​ດິນ​ແດນ ໄຕ​ງວຽນ, ໃນ​ຊຸມ​ປີມໍ່ໆ​ມານີ້, ຫນອງ ລາກ ນັບ​ມື້​ນັບ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວ​ງ​ຫລາຍ. ນອກ​ຈາກ​ທິວທັດ​ທຳ​ມະ​ຊາດ​ທີ່ສວຍ​ງາມ​, ອາ​ກາດ​ປອດ​ໂປ່ງພ້​ອ​ມ​ກັບ​ຮູບ​ການ​ທ່ອງ​ທ່ຽວ​ຂີ່​ຊ້າງ​ຂ້າມ​ແມ່​ນ້ຳ, ​ຂີ່ເຮືອ​ລ່ອງ​ຕາມ​​ສາຍແມ່​ນ້ຳ ເກີ​ຣົງ​ອາ​ນາ, ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ຄົ້ນ​ຫາ​ສີ​ສັນວັດ​ທະ​ນະ​ທຳ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ ເມີ​ນົງ ນັ້ນ, ໄດ້​ເຮັດ​ໃຫ້ ​ຫນອງ ລາກ​ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​​ທີ່ຂາດບໍ່​ໄດ້​ໃນ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ຢູ່ແຂວງ ດັກ​ລັກ​ ເວົ້າ​ສະ​ເພາະ ແລະ ເຂດ​ໄຕ​ງວຽນ ເວົ້າ​ລວມ.

ຕອບກັບ

ຂ່າວ/ບົດ​ອື່ນ