(VOVWORLD) -ບ້ານ ດົງງື ຕາແສງ ຫງູຖາຍ ເມືອງ ທ້ວນແທັງ ແຂວງ ບັກນິງ ມີຊື່ສຽງດ້ວຍກອງລະຄອນຕຸກກະຕານ້ຳ ດົງງື. ຜ່ານໄລຍະທາງແຫ່ງປະຫວັດ, ມາຮອດປັດຈຸບັນ ກອງລະຄອນຕຸກກະຕານ້ຳບ້ານ ດົງງື ແມ່ນໜຶ່ງໃນຈຳນວນ 14 ກອງລະຄອນຕຸກກະຕາພື້ນເມືອງໃນທົ່ວປະເທດ ຍັງມີການເຄື່ອນໄຫວ ດ້ວຍບັນດາລາຍການສະແດງອັນເປັນເອກະລັກ ແລະ ອຸດົມສົມບູນ ເຊິ່ງເປັນການຢັ້ງຢືນພະລັງຊີວິດອັນຍືນຍົງ ຂອງປະເພດສິລະປະທີ່ເປັນເອກະລັກນີ້
ບັນດານັກສິລະປະການຢູ່ບ້ານດົງງື ພວມກະກຽມ ຕົວລະຄອນຕຸກກະຕານ້ຳ ເພື່ອທຳການສະແດງ |
ຜ່ານໄລຍະ 10 ສະຕະວັດແຫ່ງການຄົງຕົວ ແລະ ຂະຫຍາຍຕົວ, ສິລະປະລະຄອນຕຸກກະຕານ້ຳ ດົງງື ຍັງຄົງແມ່ນຄວາມງາມທາງດ້ານວັດທະນະທຳ ເຊິ່ງໄດ້ສ່ອງແສງເຖິງຊີວິດວັດທະນະທຳມະນຸດ, ຄວາມລຽບງ່າຍຂອງປະຊາຊົນຢູ່ເຂດທາງພາກເໜືອ. ລະຄອນຕຸກະຕານ້ຳ ດົງງື ບໍ່ພຽງແຕ່ມີຄວາມເປັນເອກະລັກ ຍ້ອນບັນດາເລື່ອງລາວຕ່າງໆເທົ່ານັ້ນ ຫາກຍັງດຶງດູດໃຈຜູ້ຊົມ ດ້ວຍບັນດາທຳນອງເພງຂັບ ກວນເຫາະ ທີ່ອ່ອນຫວານ ແລະ ຈັບໃຈ ເຊິ່ງຍາກທີ່ຈະສາມາດຫາໄດ້ຢູ່ບ້ານໃດໆ ໃນເຂດບ້ານນາ. ຕາມຊາວທ້ອງຖິ່ນແລ້ວ ອາຊີບສະແດງລະຄອນຕຸກກະຕານ້ຳໄດ້ປາກົດຕົວ ໃນທ້າຍສະໄໝລາດຊະວົງ ຫຼີ (1009 - 1225) ແຕ່ພຽງໄດ້ຮັບການຟື້ນຟູຢ່າງແທ້ຈິງ ໃນປີ 1958 ຍ້ອນບັນດານັກສິລະປະການຟື້ນຟູ ແລະ ຖ່າຍທອດ. ຊຸມປີທຳອິດ, ກອງສິລະປະ ລະຄອນຕຸກກະຕານ້ຳ ດົງງື ຕົ້ນຕໍແມ່ນເພື່ອຮັບໃຊ້ພໍ່ແມ່ພີ່ນ້ອງໃນໂອກາດຈັດງານບຸນຂອງໝູ່ບ້ານ ແລະ ໃນງານບຸນຂອງບັນດາທ້ອງຖິ່ນຢູ່ໃກ້ຄຽງ. ລຸງ ຫງວຽນດັງຢຸງ ສັງກັດກອງລະຄອນຕຸກກະຕານ້ຳ ດົງງື ໃຫ້ຮູ້ວ່າ:
“ຂ້າພະເຈົ້າໄດ້ຮັບຟັງບັນດາຜູ້ອາຍຸສູງໃນບ້ານເລົ່າສູ່ຟັງວ່າ ແຕ່ສະຕະວັດທີ X ຫາ XI, ປະເທດຊາດໄດ້ເກີດສົງຄາມ, ການສະແດງລະຄອນຕຸກກະຕານ້ຳ ກໍ່ໄດ້ຖືກສູນຫາຍໄປ. ໄລຍະຕໍ່ມາ ຄືຮອດປີ 1954 ຫາ 1955, ບັນດາຜູ້ອາຍຸສູງ ຈຶ່ງໄດ້ຟື້ນຟູບັນດາລາຍການສະແດງລະຄອນຕຸກກະຕານ້ຳ ຂອງປູ່ຍ່າຕາຍາຍປະໄວ້ໃຫ້. ມາເຖິງປີ 1985 – 1986 ປະເທດຊາດ ໄດ້ພັດທະນາ, ເສດຖະກິດເປີດປະຕູ, ບັນດາຜູ້ເຖົ້າໄດ້ໂຮມປະຊຸມ ແລະ ໄດ້ຕັດສິນຟື້ນຟູສິລະປະສະແດງລະຄອນຕຸກກະຕານ້ຳ ທີ່ມີມາແຕ່ດົນນານນີ້”.
ດ້ວຍຄວາມຫວັງຢາກອະນຸລັກຈຸດວັດທະນະທຳຂອງທ້ອງຖິ່ນ, ກອງລະຄອນຕຸກກະຕານ້ຳ ດົງງື ໄດ້ຮັບການສ້າງຕັ້ງຂຶ້ນ ດ້ວຍການປະກອບສ່ວນທາງດ້ານຈິດໃຈ ແລະ ວັດຖຸຂອງຊາວທ້ອງຖິ່ນ. ຜ່ານການເຄື່ອນໄຫວເປັນເວລາເກືອບ 30 ປີມາຮອດປັດຈຸບັນ ກອງລະຄອນຕຸກກະຕານ້ຳ ດົງງື ໄດ້ໄປສະແດງຢູ່ທົ່ວທຸກແຫ່ງ. ພ້ອມທັງໄດ້ນຳສີສັນຂອງບ້ານເກີດເມືອງນອນໄປສູ່ທຸກເຂດແຄ້ວນຂອງປະເທດຊາດແລະ ໄດ້ໂຄສະນາເຜີຍແຜ່ສິລະປະຂັບ ກວນເຫາະ ບັກນິງ. ລຸງ ຫງວຽນແທັ່ງລາຍ ຫົວໜ້າກອງລະຄອນຕຸກກະຕານ້ຳ ດົງງື ໃຫ້ຮູ້ວ່າ:
“ໄລຍະເບື້ອງຕົ້ນ, ຂະນະທີ່ກອງລະຄອນຕຸກກະຕານ້ຳ ດົງງື ໄດ້ຮັບການຟື້ນຟູ ກໍ່ປະສົບກັບຄວາມຫຍຸ້ງຍາກຂາດເຂີນຫຼາຍຢ່າງ. ມີຫຼາຍຄອບຄົວໄດ້ປະກອບສ່ວນໃຫ້ແກ່ກອງສິລະປະ, ມີບາງຄອບຄົວກໍ່ປະກອບສ່ວນຕົ້ນໄມ້ໄຜ່; ມີບາງຄອບຄົວກໍ່ປະກອບສ່ວນໄມ້ທ່ອນ; ຜູ້ຮູ້ຈັກແກະຄວັດສະຫຼັກ ກໍ່ເຮັດຮູບຕົວລະຄອນ; ຜູ້ຮູ້ຈັກທາສີກໍ່ທາສີໃຫ້ຕົວລະຄອນຕຸກກະຕາມີຄວາມສວຍງາມ ເພື່ອໄປສະແດງ”.
ບັນດາກອງລະຄອນຕຸກກະຕານ້ຳ ອື່ນໆ ເຄີຍບັນຊາຕົວລະຄອນຕຸກກະຕາດ້ວຍໄມ້, ໄມ້ໄຜ່ ແຕ່ຊາວບ້ານ ດົງງື ໄດ້ບັນຊາຕົວລະຄອນຕຸກກະຕາ ດ້ວຍການສົມທົບລະຫວ່າງໄມ້ໄຜ່ ແລະ ເຊືອກ. ດັ່ງນັ້ນຕົວລະຄອນຕຸກກະຕາ ກໍ່ສາມາດເຄື່ອນໄປໄກກວ່າ ແລະ ສາມາດສະແດງໄດ້ຫຼາຍຈັງຫວະ ທີ່ເປັນໜ້າປະທັບໃຈ. ສ່ວນບັນດາຕົວລະຄອນຕຸກກະຕາ ກໍ່ຖືກເຮັດຢ່າງລະອຽດອ່ອນກວ່າ ສາມາດເຄື່ອນເໜັງໄດ້ຢ່າງອ່ອນຊ້ອຍ ຍິ່ງໄປກວ່ານັ້ນ ຕົວລະຄອນກໍ່ສາມາດປິ່ນດ້ວຍມື ແລະ ຕີນໄດ້. ນັກສິລະປະການ ເຢືອງວັນຢ໊າວ ຜູ້ມີອາຍຸສູງກວ່າໝູ່ໃນກອງລະຄອນຕຸກກະຕານ້ຳ ດົງງື ແບ່ງປັນວ່າ:
“ຢາກເຮັດຕົວລະຄອນຕຸກກະຕາແມ່ນກໍ່ຕ້ອງກຳແໜ້ນວ່າ ຕົວລະຄອນຕຸກກະຕານັ້ນແມ່ນທ້າວ ເຕ໊ວ ຫຼື ແມ່ນໃຜ ກໍ່ຕ້ອງມີຂະໜາດ, ມີວິນຍານສະເພາະ, ທ້າວ ເຕ໊ວ ເຄີຍຍິ້ມຫົວ, ດ້ອງແດ້ງ, ສ່ວນບັນດາຕົວລະຄອນຂັບ ກວານເຫາະ ແມ່ນເຄີຍເອົາໃຈໃສ່ເຖິງເຄື່ອງນຸ່ງ, ສີສັນປະດັບປະດາໃຫ້ຜູ້ຂັບຮ້ອງ. ພ້ອມກັນນັ້ນ, ນາຍຊ່າງເຮັດຕົວລະຄອນຕຸກກະຕາ ກໍ່ຕ້ອງມີຄວາມອົດທົນ ແລະ ຄ່ອງແຄ້ວອີກດ້ວຍ”.
ປັດຈຸບັນບ້ານ ດົງງື ມີສອງກອງລະຄອນຕຸກກະຕານ້ຳຟື້ນເມືອງ ນັ້ນແມ່ນ ດົງງື ແລະ ລຸຍເລົາ. ຜ່ານໄລຍະຫຼາຍປີ, ດ້ວຍຄວາມສຸມຈິດສຸມໃຈຂອງບັນດານັກສິລະປະການ, ອາຊີບສະແດງຕຸກກະຕານ້ຳ ດົງງື ຈຶ່ງເຂົ້າສູ່ການເຄື່ອນໄຫວ ຢ່າງເປັນລະບຽບ ແລະ ເປັນອາຊີບ ເພື່ອນຳສີສັນວັດທະນະທຳພື້ນເມືອງຂອງເຂດພາກເໜືອໄປສູ່ຫຼາຍເຂດແຄ້ວນໃນທົ່ວປະເທດ.