ຄວາມເປັນເອກະລັກຂອງເຂດທ່ອງທ່ຽວຕານຢູລີໃນແຂວງນິງຖ້ວນ

(VOVWORLD) -ເຂດທ່ອງທ່ຽວ ຕານຢູລີ ນອນຢູ່ບ້ານເຊີນຫ໋າຍຕາແສງເຟືອກຊິງ  ເມືອງຖ້ວນນາມແຂວງນິງຖ້ວນຫ່າງຈາກນະຄອນຟານຣາງທາດຈຳປະມານ 30 ກິໂລແມັດໄປທາງທິດໃຕ້. ນີ້ແມ່ນເຂດທ່ອງທ່ຽວທີ່ລືຊື່ໃນແຂວງນິງຖ້ວນຖືກອອກແບບເປັນເອກະລັກປຽບເໝືອນໝູ່ບ້ານມົງໂກນຮັດແຄບ.
ຄວາມເປັນເອກະລັກຂອງເຂດທ່ອງທ່ຽວຕານຢູລີໃນແຂວງນິງຖ້ວນ - ảnh 1ຕູບມົງໂກນຢູ່ເຂດທ່ອງທ່ຽວຕານຢູລີ

    ຕານຢູລີແມ່ນເຂດທ່ອງທ່ຽວທຳອິດຢູ່ ຫວຽດນາມຖືກຈຳລອງແບບອີງຕາມການດຳລົງຊີວິດແບບເລື່ອນລອຍຂອງຊາວມົງໂກນດ້ວຍບັນດາຕູບສວຍງາມມີລັກສະນະເພີນຈິດມີພາຫະນະອຸປະກອບຄົບຊຸດຢູ່ເຂດພູພຽງທີ່ກວ້າງໃຫຍ່ໄພສານແຄມທະເລຕອນໃຕ້ ພາກກາງຫວຽດນາມ. ເມື່ອມາຮອດເຂດທ່ອງທ່ຽວຕາມຢູລີແຂກທ່ອງທ່ຽວຕ່າງກໍ່ຕົກສະເງິຕໍ່ຄວາມງາມໂດຍທຳມະຊາດດົນບັນດານໃຫ້. ນາງໂດ໊ທິແທັງເຕີມ ຜູ້ອຳນວຍການບໍລິຫານເຂດທ່ອງທ່ຽວຕານຢູລີໃຫ້ຮູ້ວ່າ:

        “ນີ້ແມ່ນເຂດທ່ອງທ່ຽວຄົ້ນຫາມີເຂດພັກເຊົາເປັນເອກະລັກ. ນັ້ນແມ່ນບ້ານມົງໂກນ,ຕູບມົງໂກນມີຈຸດວັດທະນະທຳແບບເລື່ອນລອຍຂອງຊາວມົງໂກນ. ປັດຈູບັນຢູ່ແຫ່ງນີ້ມີ ຕູບມົງໂກນ15 ຕູບ ແລະເຮືອນໄມ້ ບຸງກາເລົາ 5 ຫຼັງ. ນີ້ແມ່ນສະຖານທີ່ທີ່ດີສຳລັບການຈັດຕັ້ງການເຄື່ອນໄຫວລະຫຼິ້ນມ່ວນຊື່ນສຳລັບບັນດາກຸ່ມ, ຄອບຄົວມາຕງຄ້າຍພັກຜ່ອນຄົ້ນຫາວັດທະນະທຳຂອງຊາວເຜົ່າຈຳ. ນອກຈາກນັ້ນຢູ່ທີ່ນີ້ກໍ່ຍັງຈັດຕັ້ງບັນດາຄ່ຳຄືນງານລາຕີຈູດໄຟຕັ້ງຄ້າຍ.ແຂກທ່ອງທ່ຽວມາເຕົ້າໂຮມຫຼາຍທີ່ສຸດແມ່ນໃນໂອກາດບຸນເຕັດແລະລະດູຮ້ອນເຊິ່ງຫຼາຍທີ່ສຸດແມ່ນປະມານ 1.500 ຄົນຕໍ່ວັນ ສະເພາະສະຖານທີ່ພັກເຊົາກໍ່ຫຼາຍທີ່ສຸດແມ່ນ 200 ຄົນຕໍ່ວັນ”.

      ມາຄົ້ນຫາຢູ່ເຂດທ່ອງທ່ຽວ ຕານຢູລີ ແຂກທ່ອງທ່ຽວຈະໄດ້ນຸ່ງຊຸດອາພອນເຜົ່າຈຳທີ່ສວຍງາມໄດ້ຮັບຊົມຝຸງແກະພວມກິນຫຍ້າຢູ່ເຂດພູພຽງ. ເປັນໜ້າປະທັບໃຈເມື່ອແຂກທ່ອງທ່ຽວໄດ້ຖ່າຍຮູບເປັນທີ່ລະນຶກກັບໂຕແກະທີ່ເປັນໜ້າຮັກ. ພ້ອມກັນນັ້ນ ແຂກທ່ອງທ່ຽວຈະໄດ້ຄົ້ນຫາຫຼິ້ນເກມຕ່າງໆທີ່ດູດດື່ມ ພ້ອມທັງຫຼິ້ນກິລາພະຈົນໄພແລະການບໍລິການບັນເທີງຕ່າງໆ. ນາງຫງວຽນຟຸງແອັງສັງກັດພະແນກປະຊາສຳພັນຢູ່ເຂດທ່ອງທ່ຽວຕານຢູລີໃຫ້ຮູ້ວ່າ:

     “ການບໍ່ລິການຫຼິ້ນເກນກໍ່ມີລົດ MTB  ເພື່ອຄົ້ນຫາໂນນຊາຍໝຸຍຢິງ, ພາຍເຮືອກາຍັກຢູ່ທະເລໝຸຍຢິງ.ໃນເຂດທ່ອງທ່ຽວກໍ່ມີການຫຼິ້ນຍິງທະນູ, ຂີ່ມ້າ, ນຸ່ງຊຸດອາພອນຊາວມົງໂກນເພື່ອຖ່າຍຮູບເປັນທີ່ລະນຶກ. ເມື່ອແຂກທ່ອງທ່ຽວຂຶ້ນໂນນຊາຍໝຸຍຢິງ ຖ້າຫາກຢືນຢູ່ເທິງໂນນຫຼຽວເບິ່ງລົງລຸ່ມກໍ່ເຫັນຮູບພາບໝຸຍຢິງທີ່ງົດງາມແລະຫໍສັນຍານໝຸຍຢິງອີກດ້ວຍ. ບົນເສັ້ນທາງລົງສູ່ທະເລກໍ່ມີໂງ່ນຫີນໃຫຍ່ຮູບໄຂ່ ແຂກທ່ອງມທ່ຽວຕ່າງປະເທດພິເສດແມ່ນແຂກທ່ອງທ່ຽວ ສ ເກົາຫຼີກໍ່ມັກຖ່າຍຮູບຢູ່ນີ້ທີ່ສຸດ”.

      ເມື່ອມາຮອດເຂດທ່ອງທ່ຽວ ຕານຢູລີ ແຂກທ່ອງທ່ຽວມີໂອກາດໄດ້ຊິມລົດຊາດບັນດາເຍື່ອງອາຫານທີ່ແຊບນົວຢູ່ແຫ່ງນີ້ ເຊິ່ງບໍ່ມີຢູ່ແຫ່ງອື່ນ.ນັ້ນແມ່ນເຍື່ອງອາຫານ ປີ້ງແກະ, ອົບແບ້, ແກງໄກ່... ຢູ່ແຫ່ງນີ້ທິວທັດທຳມະຊາດສວຍສົດງົດງາມດ້ວຍບັນດາພູຫີນໃຫຍ່, ຫາດຊາຍທະເລຂາວຍາວຢຽດຈົນສຸດສາຍຕານ້ຳທະເລໃສເຢັນອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວທັງຫຼາຍ. ອ້າຍເລແທັງຫ໋າຍແຂກທ່ອງທ່ຽວມາຈາກນະຄອນຟານທຽດ ແຂວງບິ່ງຖ້ວນໃຫ້ຮູ້ວ່າ:

       “ມາທ່ຽວຢູ່ເຂດທ່ອງທ່ຽວ ຕານຢູລີ ຂ້າພະເຈົ້າເຫັນໄດ້ວ່າ ເຂດທ່ອງທ່ຽວຢູ່ແຫ່ງນີ້ປຽບເໝືອນເຂດພູພຽງຢູ່ ມົງໂກນ. ບັນດາຕູບມົງໂກນຖືກປະດັບປະດາດ້ວຍລວດລາຍງາມຕາ, ພາຍໃນຕູບຖືກຕົບແຕ່ງດ້ວຍຈຸດວັດທະນະທຳຂອງຊາວມົງໂກນ.ໂນນຊາຍສວຍງາມທີ່ສຸດຂ້າພະເຈົ້າບໍ່ເຄີຍເຫັນຈັກເທື່ອ.ສຳເລັດທະເລກໍ່ງາມນ້ຳທະເລໃສຂຽວເຢັນ. ແຫ່ງນີ້ໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ພວກຂ້າພະເຈົ້າດ້ວຍການບໍລິການທີ່ດີທີ່ສຸດ”.

   ດ້ວຍຄວາມງາມທີ່ຮົກເຮື້ອ ທິວທັດທຳມະຊາດມີລັກສະນະເພີນຈິດ ອາຫານການກິນອຸດົມສົມບູນພ້ອມກັບບັນດາການລໍລິການທີ່ເປັນເອກະລັກ,ເຂດທ່ອງທ່ຽວຕານຢູລີເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວ. ຍ້ອນມີໝູ່ບ້ານມົງໂກນທີ່ສະຫົງບສຸກໃນທາມກາງເຂດພູພຽງທີ່ກວ້າງໃຫຍ່ໄພສານ. ດັ່ງນັ້ນເຂດທ່ອງທ່ຽວຕານຢູລີຖືກແຂກທ່ອງທ່ຽວຕັ້ງຊື່ວ່າ “ເຂດພູພຽງມົງໂກນຢູ່ ຫວຽດນາມ”. 

ຕອບກັບ

ຂ່າວ/ບົດ​ອື່ນ