ຕະຫຼາດຫວຽດນາມແມ່ນມີຂຶ້ນໃນຕະຫຼອດປີ. ຕະຫຼາດໃຫຍ່ແມ່ນມີຢູ່ບັນດານະຄອນ, ສ່ວນຕະຫຼາດນ້ອຍແມ່ນມີຢູ່ຕາມແຂວງ, ເມືອງ, ຕາແສງ, ບ້ານ. ຕະຫຼາດຢູ່ຕາມນະຄອນ ມີຜູ້ຊື້ຄົນຂາຍຢ່າງໜາແໜ້ນ ປະມານ 2-3 ພັນຄົນຊຶ່ງຂາຍສິນຄ້າຄົບທຸກປະເພດ. ສຳລັບຕະຫຼາດຢູ່ແຂວງ, ເມືອງແມ່ນມີຜູ້ມາຊື້, ມາຂາຍເຄື່ອງໜ້ອຍກ່ວາ, ແຕ່ກໍຍັງຄົງມີສິນຄ້າຈຳເປັນຄົບທຸກປະເພດ. ຕະຫຼາດແຕ່ລະແຫ່ງກໍລ້ວນແຕ່ມີຊື່ຕ່າງຫາກ, ຊ້ອນແຝງທັງເລື່ອງລາວກ່ຽວກັບວັດທະນະທຳຫວຽດນາມ.
ຕະຫຼາດດົງຊວນທີ່ຮ່າໂນ້ຍ
|
ຢູ່ຫວຽດນາມ, ແຕ່ລະໝູ່ບ້ານ, ຕາແສງ, ເຂດ ແລະ ພາກ, ກໍລ້ວນແຕ່ມີຕະຫຼາດຕ່າງໆຕິດພັນເຂດຊຸມຊົນ. ບໍ່ມີໃຜສາມາດຮູ້ຊັດເຈນວ່າຢູ່ຫວຽດນາມມີຕະຫຼາດຈັກແຫ່ງ. ແຕ່ຕະຫຼາດແຫ່ງໃດ ກໍລ້ວນແຕ່ມີຊື່ຂອງໃຜຂອງມັນ. ເມື່ອເວົ້າເຖິງຊື່ຂອງຕະຫຼາດຫວຽດນາມ, ທ່ານໂຮ່ດ້າຍເຟືອກ ຜູ້ໄດ້ປະກອບອາຊີບຖ່າຍຮູບກ່ຽວກັບຕະຫຼາດຢູ່ຫວຽດນາມເປັນເວລາ 20 ປີແລ້ວ, ໃຫ້ຮູ່ວ່າ
“ ຊື່ຂອງຕະຫຼາດແມ່ນຊື່ຂອງບ້ານ, ຕາແສງນັ້ນ. ຕະຫຼາດທີ່ໃສ່ຊື່ຕາແສງ, ເທດສະບານເມືອງ ແມ່ນມີຫຼາຍກ່ວາ. ຢູ່ບາງແຫ່ງຕະຫຼາດກໍໃສ່ຊື່ຂອງເມືອງ. ຍ້ອນມັນມີຄວາມຜູກພັນເຊັ່ນນັ້ນ, ດັ່ງນັ້ນ, ເມື່ອອ່ານຊື່ຂອງຕະຫຼາດຕ່າງໆຢູ່ຫວຽດນາມນັ້ນ, ເຮົາກໍສາມາດເດົາໄດ້ວ່າຕະຫຼາດແຫ່ງນັ້ນຕັ້ງຢູ່ໃສ ”
ຕະຫຼາດນະຄອນແມ່ນມີຄົນມາຊື້ຂາຍຈົນຮອດຕອນທ່ຽງຄືນ. ຢູ່ເຂດທົ່ງພຽງ, ເຂດບ້ານນາ, ເຂດແຄມທະເລ, ຕະຫຼາດມີຂຶ້ນເປັນເວລາສັ້ນໆ ຄືໃນຍາມເຊົ້າຫຼືໃນຍາມຄ້ອຍແລງ. ສ່ວນຢູ່ເຂດພູດອຍແມ່ນຕະຫຼາດນັດ, ດົນໆຈຶ່ງມີເທື່ອໜຶ່ງ. ຊາວທ້ອງຖິ່ນເຄີຍລໍຖ້າຮອດຍາມຕະຫຼາດນັດຄືລໍຖ້າຮອດຍາມຈັດງານບຸນ. ຢູ່ຕະຫຼາດແຫ່ງນັັ້ນ, ຜູ້ຄົນໄປຕະຫຼາດເຄີຍມາແລກປ່ຽນສິນຄ້າຄືດັ່ງສະໄໝບູຮານຊຶ່ງແມ່ນຄວາມງາມຂອງການຊື້ຂາຍມາແຕ່ດຶກດຳບັນ.
ຢູ່ຕາມເຂດບ້ານນາຫວຽດນາມ, ຈາກຫົວບ້ານຕະຫຼອດຮອດທ່ານ້ຳ, ຕົ້ນໄຮ…ຢູ່ບ່ອນໃດທີ່ມີຄົນມາເຕົ້າໂຮມຢ່າງໜາແໜ້ນນັ້ນ, ຢູ່ບ່ອນນັ້ນລ້ວນແຕ່ມີຕະຫຼາດ. ພຽງແຕ່ມີຄົນມາຊື້ຂາຍເທົ່ານັ້ນ, ຢູ່ບ່ອນນັ້ນອາດຈະກາຍເປັນຕະຫຼາດກໍເປັນໄດ້. ໄລຍະຕໍ່ມາກໍປະກົດມີຕະຫຼາດຢ່ອງຢໍ້, ຍ້ອນວ່າທຸກຄົນມາຕະຫຼາດກໍລ້ວນແຕ່ນັ່ງຢ່ອງຢໍ້ເພື່ອຊື້ຂາຍເຄື່ອງ. ແລະ ກໍອີງຕາມຄວາມຕ້ອງການ ແລະ ຄວາມຊີ້ນເຄີຍຂອງຊາວທ້ອງຖິ່ນແຕ່ລະແຫ່ງ, ຈຶ່ງມີຕະຫຼາດທີ່ເລີ່ມມີຄົນມາຊື້ຂາຍເຄື່ອງນັບແຕ່ 1 ໂມງຫາ 4-5 ໂມງເຊົ້າ, ແລ້ວກໍຄ່ອຍເລີກ. ມີຕະຫຼາດບາງແຫ່ງກໍເລີ່ມມີຂຶ້ນນັບແຕ່ 18-19 ໂມງໃຕ້ແສງຕະກ່ຽງລະຫຍິບລະຫຍັບຊຶ່ງຖືກເອີ້ນວ່າ ຕະຫຼາດເອີມຝູ(ແປວ່າ ຕະຫຼາດຍົມມະໂລກ).
ຕະຫຼາດເຄີຍຖືກຕັ້ງຂຶ້ນຢູ່ສະຖານທີ່ມີເງື່ອນໄຂສະດວກຄື ຢູ່ແຄມແມ່ນ້ຳ, ແຄມທາງຫຼວງ. ຢູ່ຕາມເຂດແມ່ນ້ຳລຳເຊ ຄືຢູ່ເຂດເກີນເທີ, ຝຸ້ງຫຽບ, ລອງຊວຽນໃນເຂດທາງທິດຕາເວັນຕົກພາກໃຕ້ນັ້ນ, ການໄປມາສ່ວນຫຼາຍແມ່ນໃຊ້ເຮືອ. ມີເຮືອຫຼາຍລຳບັນທຸກເຄື່ອງຂອງ ກໍເຕົ້າໂຮມກັນກາຍເປັນຕະຫຼາດບົນແມ່ນ້ຳ. ສ່ວນບັນດາຕະຫຼາດນ້ອຍຢູ່ອ້ອມແອ້ມນະຄອນ ກໍເຄີຍໃສ່ຊື່ຂອງແມ່ຄ້າຄົນໜຶ່ງທີ່ໄດ້ທຳມາຄ້າຂາຍຢູ່ຕະຫຼາດແຫ່ງນີ້ມາແຕ່ດົນນານເຊັ່ນ: ຕະຫຼາດບາຈ່ຽວ(ແປວ່າປ້າຈ່ຽວ), ຕະຫຼາດບາຮອມ(ແປວ່າປ້າຮອມ)…
ຕະຫຼາດຂາຍສົ່ງເຂົ້າສານ ກໍເອີ້ນວ່າ ຕະຫຼາດເຂົ້າສານ, ຕະຫຼາດຂາຍເສື່ອຫຼາຍຊະນິດກໍເອີ້ນວ່າ ຕະຫຼາດເສື່ອ. ສ່ວນຕະຫຼາດຖືກຕັ້ງຢູ່ຕາມສວນກໍເຄີຍໃສ່ຊື່ຂອງຕົ້ນໄມ້ໃນສວນ. ຍົກຕົວຢ່າງເຊັ່ນ: ຕະຫຼາດຢູ່ສວນມີຕົ້ນຄາມ ກໍເອີ້ນວ່າ ຕະຫຼາດຄາມ, ຕະຫຼາດມີຕົ້ນໄມ້ໄຜ່ກໍເອີ້ນວ່າ ຕະຫຼາດໄມ້ໄຜ່.…
ຢູ່ຕາມຕະຫຼາດຂາຍຜັກ, ເຄີຍເອີ້ນວ່າ ຕະຫຼາດຂຽວ. ຕະຫຼາດຂາຍກຸ້ງ, ປາ, ເຄີຍເອີ້ນວ່າ ຕະຫຼາດຣົ່ງ. ຕາມບັນດານັກຄົ້ນຄ້ວາແລ້ວ, ການຕັ້ງຊື່ໃຫ້ຕະຫຼາດເຫຼົ້ານັ້ນ ກໍເປັນຂີດໝາຍແຫ່ງອະລິຍະທຳພື້ນຖານກະສີກຳຂອງຫວຽດນາມ. ແລ້ວ, ປັດໄຈວັດທະນະທຳກໍຖືກສະແດງອອກຜ່ານຊື່ເອີ້ນຂອງຕະຫຼາດຕ່າງໆເຊັ່ນ ຕະຫຼາດແຫ່ງຄວາມຮັກຊາປາ, ເຄົາວາຍ, ບັກຮ່າ…ໃນເຂດພາກຕາເວັນຕົກສ່ຽງເໜືອ. ທ່ານ ຝ້າມຢາແຄ້ງ ຢູ່ນາມດົງ, ຮ່າໂນ້ຍໃຫ້ຮູ້ເມື່ອໄດ້ໄປຕະຫຼາດແຫ່ງຄວາມຮັກເຄົາວາຍວ່າ:
“ ບໍ່ແມ່ນວ່າ ເມື່ອໄປຕະຫຼາດກໍເພື່ອຊື້ຂາຍເຄື່ອງເທົ່ານັ້ນ. ໄປຕະຫຼາດເຄົາວາຍ ພຽງແຕ່ໄດ້ຍິນສຽງແຄນ, ສຽງຂັບກ້ຽວຂອງຄູ່ບາວສາວເຜົ່າມົ້ງ, ວາດຟ້ອນຂອງພວກນາງສາວເຜົ່າຜູ້ໄທ ”
ສ່ວນຢູ່ນະຄອນຫຼວງຮ່າໂນ້ຍ, ກໍມີຕະຫຼາດດົງຊວນ, ຢູ່ນະຄອນໂຮ່ຈິມິນ ກໍມີຕະຫຼາດເບັ້ນແທ່ງ, ຢູ່ດານັ້ງ ກໍມີຕະຫຼາດຮ່ານ, ຢູ່ເຂດໄຕງວຽນ, ກໍມີຕະຫຼາດບວນເມ, ຢູ່ເຫວ້ກໍມີຕະຫຼາດດົງບາ… ຊື່ຂອງຕະຫຼາດຕ່າງໆຢູ່ຫວຽດນາມແມ່ນມີຫຼາຍຮູບຫຼາຍສີ, ອັນໄດ້ສ່ອງແສງຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຫວຽດນາມ.