ຄວາມເປັນເອກະລັກໃນບັນດາງານບຸນວັດທະນະທຳຢູ່ແຂວງລາຍເຈົາ

(VOVWORLD) -ໂດຍແມ່ນເຂດດິນຂອງກວ່າ 20 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ, ດັ່ງນັ້ນ ບັນດາງານບຸນວັດທະນະທຳຂອງພໍ່ແມ່ປະຊາຊົນໃນແຂວງລາຍເຈົາແມ່ນອຸດົມສົມບູນ, ຫຼາຍຮູບຫຼາຍສີ ແລະ ເປັນເອກະລັກ

ມາຢ້ຽມຢາມແຂວງລາຍເຈົາ, ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ເຊື່ອມຕົວເຂົ້າກັບທັດສະນີຍະພາບເຂດພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ, ໄດ້ຮັບປະທານບັນດາເຍື່ອງອາຫານພິເສດຂອງທ້ອງຖິ່ນເທົ່ານັ້ນ, ແຂກທ່ອງທ່ຽວຍັງມີໂອກາດໄດ້ເຊື່ອມຕົ້ວເຂົ້າກັບບັນຍາກາດຟົດຟື້ນມ່ວນຊື່ນໃນບັນດາງານບຸນອີກດ້ວຍ.

ຄວາມເປັນເອກະລັກໃນບັນດາງານບຸນວັດທະນະທຳຢູ່ແຂວງລາຍເຈົາ - ảnh 1ງານບຸນດອກບານຢູ່ແຂວງລາຍເຈົາ

      ຖ້າຫາກບັນດາເພື່ອນແມ່ນຜູ້ຢາກຄົ້ນຫາບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາເຜົ່າສ່ວນໜ້ອຍໃນເຂດທາງທິດຕາເວັນຕົກພາກເໜືອຫວຽດນາມນັ້ນ, ແນ່ນອນວ່າຈະບໍ່ພາດໂອກາດເຂົ້າຮ່ວມບັນດາງານບຸນທີ່ເປັນເອກະລັກໃນແຂວງລາຍເຈົາ, ໃນນັ້ນ ມີງານບຸນດອກບານ ຖືກຈັດຂຶ້ນເມື່ອວັນທີ 13 ເດືອນຍີ່ໂດຍໄລ່ຕາມຈັນທະປະຕິທິນ. ງານບຸນດອກບານແມ່ນເລີ່ມມາຈາກເລື່ອງລາວທີ່ເວົ້າເຖິງຄູ່ບາວສາວຮັກກັນແຕ່ບໍ່ສາມາດກາຍເປັນຄູ່ຜົວເມຍໄດ້ ແລະເມື່ອນາງສາວຄົນນັ້ນເສຍຊີວິດ ກໍໄດ້ປ່ຽນໂຕເປັນດອກບານຂາວບານສະພັ່ງໄປທົ່ວເຂດພູຜາປ່າໄມ້. ຈຸດເວລາຈັດງານບຸນ ກໍແມ່ນຊວງເວລາທີ່ ດອກບານຂາວບານສະພັ່ງໄປທົ່ວເຂດທາງທິດຕາເວັນຕົກພາກເໜືອ ແລະ ແຊວງລາຍເຈົາ ຊຶ່ງເປັນການບົ່ງບອກເຖິງຊຸມວັນລະດູບານໃໝ່ວຽນມາ. ນາງແທງເຮືອງ, ແຂກທ່ອງທ່ຽວມາຈາກຮ່າໂນ້ຍ ເວົ້າວ່າ : 

    “ ມານີ້ໄດ້ຮັບຟັງ ເລື່ອງລາວ ກ່ຽວກັບຄູ່ບາວສາວ ຈຶ່ງເຫັນຈົນສຸດຄວາມບໍລິສຸດຂອງດອກບານ. ຂ້າພະເຈົ້າໄດ້ໄປລາຍເຈົາ 2 ຄັ້ງໃນໂອກາດຈັດງານບຸນ, ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳ, ເຂົ້າຮ່ວມການລະຫຼິ້ນພື້ນເມືອງ, ໄດ້ຟ້ອນສາບພ້ອມກັບພໍ່ແມ່ພີນ້ອງບັນດາເຜົ່າ. ຂ້າພະເຈົ້າຊົມຊອບບັນດາວາດຟ້ອນ, ທຳນອງຂັບກ້ຽວຂອງເຂົາເຈົ້າອີກດ້ວຍ. ”

    ລະດູບານໃໝ່ກໍແມ່ນຊວງເວລາດຳເນີນງານບຸນຫຼາຍກ່ວາໝູ່ໃນແຂວງລາຍເຈົາ, ໃນນັ້ນ ຕ້ອງເວົ້າເຖິງງານບຸນ ຕູຕີ ຊຶ່ງຈັດຂຶ້ນໃນວັນທີ 2 ເດືອນຍີ່ ໂດຍໄລ່ຕາມຈັນທະປະຕິທິນໃນແຕ່ລະປີຂອງພໍ່ແມ່ປະຊາຊົນເຜົ່າໄຢ໋ເພື່ອພາວະນາໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການຜະລິດໄດ້ຮັບຜົນດີ, ຊາວບ້ານມີຄວາມອີ່ມໜຳສຳລານ ແລະ ສົມບູນພຸນສຸກ. ນາງລໍ່ທິແລ້ວ ຢູ່ບ້ານຊາງທ່າງໜຶ່ງ ຕາແສງຊານທ່າງ ໃຫ້ຮູ້ວ່າ :

    “ ຊາວເຜົ່າໄຢ໋ພວກຂ້າພະເຈົ້າ ປີໜຶ່ງມີມື້ໜຶ່ງຈັດງານບຸນຕູຕີ ເພື່ອໄຫວ້ບູຊາຕົ້ນໄມ້ໃນບ້ານ. ຮອດຍາມຈັດງານບຸນ, ພວກຂ້າພະເຈົ້າໄດ້ຟ້ອນລຳ ມ່ວນຫຼາຍ. ພໍ່ແມ່ພີນ້ອງໃນບ້ານ ຕ່າງກໍຫວັງຮອດຍາມຈັດງານບຸນ, ທຸກຄົນຕ່າງກໍກະກຽມເກີບ, ຊຸດອາພອນປະຈຳເຜົ່າເພື່ອໄປຮ່ວມງານບຸນ ”

     ງານບຸນ ຕູຕີສິ້ນສຸດລົງດ້ວຍຄາບເຂົ້າລວມໝູ່ ໂດຍຮັບປະທານຢູ່ກັບທີ່, ເພື່ອຮັດແໜ້ນຄວາມຮັກແພງ ຖານບ້ານໃກ້ເຮືອນຄຽງ ດ້ວຍຄວາມຫວັງພ້ອມກັນສູ້ຊົນບືນຕົວຂຶ້ນພັດທະນາ. ທ່ານ ດາວມິນເຊີນ ຮອງປະທານຄະນະກຳມະການປະຊາຊົນຕາແສງ ຊານທ່າງ ໃຫ້ຮູ້ວ່າ :     

    “ງານບຸນ ຕູຕີແມ່ນເພື່ອເພື່ອພາວະນາໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການຜະລິດໄດ້ຮັບຜົນດີ, ຊາວບ້ານມີຄວາມອີ່ມໜຳສຳລານ ແລະ ສົມບູນພຸນສຸກ. ນອກຈາກຂັ້ນຕອນຈັດພິທີແລ້ວ, ໃນປີນີ້ ກໍຍັງຈັດໃຫ້ມບັນດາລາຍການສະແດງສິລະປະ ແລະ ການແຂ່ງຂັນກິລາປະເພດຕ່າງໆ ”

   ແຕ່ລະປີ, ພາຍຫຼັງລະດູການເກັບກ່ຽວ, ຊາວເຜົ່າລຶໃນແຂວງລາຍເຈົາ ກໍໄດ້ຈັດບຸນເຂົ້າໃໝ່ເພື່ອໄຫວ້ບູຊາສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ, ດິນຟ້າອາກາດ ແລະ ພາວະນາໃຫ້ລະດູການຜະລິດໄດ້ຮັບຜົນດີ. ນີ້ແມ່ນພິທີກຳໃນຂະແໜງກະສີກຳ ບໍ່ພຽງແຕ່ມີຄວາມໝາຍທາງດ້ານຈິດວິນຍານເທົ່ານັ້ນ, ຫາກຍັງມີຄຸນຄ່າທາງດ້ານວັດທະນະທຳຂອງພໍ່ແມ່ປະຊາຊົນເຜົ່າລຶອີກດ້ວຍ, ອັນໄດ້ດຶງດູດການເຂົ້າຮ່ວມຂອງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ປ້າຕາວທິດາ ຢູ່ຕາແສງບ້ານຮອນ, ເມືອງຕາມເດືອງ, ແຂວງລາຍເຈົາ ໃຫ້ຮູ້ວ່າ 

    “ ພິທີບູຊາເຂົ້າໃໝ່ຂອງ ຊາວເຜົ່າລຶແມ່ນມີມາແຕ່ດົນນານ. ພາຍຫຼັງລະດູເກັບກ່ຽວເຂົ້າ, ກໍທຳພິທີໄຫວ້ບູຊາບັນພະບຸລຸດ, ປູ່ຍ່າຕາຍາຍ, ພໍ່ແມ່ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ທີ່ໄດ້ລ່ວງລັບໄປ, ພ້ອມທັງພາວະນາໃຫ້ມີຄວາມຢູ່ເຢັນເປັນສຸກ, ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການຜະລິດໃນຊຸມປີທີ່ຈະມາເຖິງໄດ້ຮັບຜົນດີ ”

     ພິທີບູຊາເຂົ້າໃໝ່ຖືກຊາວເຜົ່າລຶເຮັດໃນເຮືອນ, ໃນຫ້ອງບູຊາທີ່ສັກສິດ. ນີ້ໄດ້ຮັບຖືວ່າ ແມ່ນບ່ອນຢູ່ຂອງວິນຍານບັນພະບຸລຸດ, ປູ່ຍ່າຕາຍາຍ, ຜູ້ທີ່ໄດ້ລ່ວງລັບໄປ. ພາຍຫຼັງໄດ້ຮັບປະທານອາຫານແລ້ວ, ເຈົ້າຂອງຄອບຄົວ ສານແຕະຕາແລວ, ແລ້ວແຊມໃບໄມ້ຂຽວ ແລະ ປັກຢູ່ໜ້າບ້ານ. ໃນ 3 ວັນ, ຄອບຄົວບໍ່ໄດ້ຊື້ຂາຍ, ກູ້ຢືມຫຼືໃຫ້ວັດຖຸສິ່ງຂອງບໍ່ວ່າອັນໃດແກ່ຄົນອື່ນ ແລະ ບໍ່ໄດ້ອອກຈາກເຮືອນ ກໍຄືບໍ່ໄດ້ຕ້ອນຮັບແຂກ. ລຸງ ຕາວວັນເປົາ ຢູ່ຕາແສງບ້ານຮອນ, ເມືອງຕາມເດືອງ, ແຂວງລາຍເຈົາ ໃຫ້ຮູ້ວ່າ:

     “ ໃນທຸກໆພິທີກຳຂອງ ຊາວເຜົ່າລຶ, ຕ່າງກໍປັກແຕະຕາແລວ, ໃນນັ້ນມີ ພິທີບູຊາເຂົ້າໃໝ່. ການປັກແຕະຕາແລວ ກໍໝາຍເຖິງຄວາມຫວັງຢາກຂັບໄລ່ຜີສາງນາງໄມ້, ສະກັດກັ້ນສິ່ງທີ່ຊົ່ວຮ້າຍມາສູ່ຄອບຄົວເພື່ອນຳຄວາມໂຊກດີມາສູ່ຄອບຄົວ”

     ໃນວັນນີ້, ເຖິງວ່າຊີວິດທາງວັດຖຸ ແລະ ຈິດໃຈຂອງຊາວເຜົ່າລຶມີການປ່ຽນແປງກໍຕາມ, ແຕ່ ພິທີບູຊາເຂົ້າໃໝ່ຂອງຊາວເຜົ່າລຶໃນແຂວງລາຍເຈົາຍັງຄົງໄດ້ຮັບການຮັກສາໄວ້ໄດ້. ປະເພນີນີ້ແມ່ນມີລັກສະນະວົງຄະນະຍາດສູງເພາະບັນດາຄອບຄົວໃນບ້ານ ລ້ວນແຕ່ຈັດຕັ້ງ ແລະ ມີການເຂົ້າຮ່ວມຂອງຊາວບ້ານ. ນີ້ຍັງແມ່ນໂອກາດເພື່ອພໍ່ແມ່ພີນ້ອງໄດ້ພົບປະກັນ, ຊົມເຊີຍໝາກຜົນການອອກແຮງງານ ແລະ ເພີ່ມທະວີຄວາມສາມັກຄີຂອງຊາວບ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ