(vov) - ດ້ວຍຄວາມດຸໝັ່ນຂະຫຍັນພຽນ, ນຳໃຊ້ວິທະຍາສາດ ເຕັກນິກເຂົ້າໃນການຜະລິດ, ປະຈຸບັນ, ນັບມື້ນັບມີຊົນເຜົ່າສ່ວນໜ້ອຍຫຼາຍຄົນ ຢູ່ເຂດ ໄຕງວຽນ ໄດ້ບືນຕົວຂຶ້ນ ສ້າງຄວາມຮັ່ງມີຢູ່ໃນບ້ານເກີດເມືອງນອນຂອງຕົນ. ທ່ານດຽວໂລກ, ຢູ່ຕາແສງ ດັກຣຕິກ, ເມືອງ ຕູຍດຶກ, ແຂວງດັກນົງ - ເສດຖີເງິນຕື້ຄົນຊົນເຜົ່າ ມນົງ ຢູ່ ດັກນົງແມ່ນໜຶ່ງໃນຈຳນວນຄົນດັ່ງກ່າວ, ບໍ່ພຽງແຕ່ຄືແນວນັ້ນ, ທ່ານຍັງແມ່ນຄົນທີ່ໄດ້ຊ່ວຍເຫຼືອພໍ່ແມ່ປະຊາຊົນໃນໝູ່ບ້ານບືນຕົວຂຶ້ນເພື່ອສ້າງຄວາມຮັງມີອີກດ້ວຍ.
ທ່ານ ດຽວໂລກ ບົວລະບັດສວນກາເຟ
(ພາບອິນເຕີແນດ)
ເຖິງວ່າໄດ້ມີອາຍຸ 63 ປີແລ້ວກໍ່ຕາມ, ແຕ່ທ່ານ ດຽວໂລກ ຍັງຄົງມີສຸຂະພາບແຂງແຮງ ແລະ ເຄີຍເຮັດວຽກຕະຫຼອດມື້ຢູ່. ທ່ານເລົ່າສູ່ຟັງວ່າ, ກ່ອນນີ້, ຄອບຄົວທ່ານທຸກຍາກຫຼາຍ. ຜົວເມຍທ່ານມີລູກເຖິງ 10 ຄົນ, ເນື້ອທີ່ໄຮ່ນາຫຼາຍ ແຕ່ພັດບໍ່ຮູ້ວິທີທຳການຜະລິດ, ມັນຕົ້ນ, ສາລີເກັບກ່ຽວໄດ້ເທົ່າໃດ ກໍ່ກິນໝົດເທົ່ານັ້ນ. ປີ 2000, ເມື່ອລັດມີລາຍການໃຫ້ກູ້ຢືມທຶນເພື່ອພັດທະນານິຄົມປູກຢາງພາລາຂະໜາດນ້ອຍ, ທ່ານໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ. ໃນປີທຳອິດ, ທ່ານໄດ້ຮັບປູກຢາງພາລາໃນເນື້ອທີ່ 2 ເຮັກຕາ, ທັງປູກ, ທັງຮຽນວິທີການປູກຝັງ ແລະ ລ້ຽງສັດ. ຮຽນໄດ້ເທົ່າໃດທ່ານກໍ່ໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງຕົນໄດ້ເທົ່ານັ້ນ, ແລະເຫັນວ່າໄດ້ຮັບປະສິດທິຜົນຢ່າງແທ້ຈິງ. ແຕ່ລະປີ, ຈຳນວນສັດທີ່ລ້ຽງໃນຄອກຂອງຄອບຄົວກໍ່ເພີ່ມຂຶ້ນ, ເນື້ອທີ່ປູກຢາງພາລາກໍ່ຂະຫຍາຍອອກ. ບໍ່ພຽງແຕ່ປູກຢາງພາລາເທົ່ານັ້ນ, ທ່ານຍັງຮຽນວິທີປູກກາເຟ, ໝາກພິກໄທອີກດ້ວຍ. ປະຈຸບັນ, ຄອບຄົວທ່ານໄດ້ມີຕົ້ນໄມ້ອຸດສາຫະກຳ 20 ປະເພດ. ໃນນັ້ນ 6 ເຮັກຕາປູກຢາງພາລາໄດ້ສ້າງລາຍຮັບໃຫ້ແກ່ທ່ານແຕ່ 3 ລ້ານ ເຖິງ 4 ລ້ານ ດົ່ງ. ໃນເນື້ອທີ່ປູກຢາງພາລາໃໝ່, ທ່ານຍັງປູກສະຫຼັບມັນຕົ້ນເເນວຍີ່ປຸ່ນຕື່ມອີກ, ແຕ່ລະປີສ້າງລາຍຮັບໄດ້ກວ່າ 100 ລ້ານດົ່ງ.
ບໍ່ພຽນແຕ່ຄາກັບວຽກໄຮ່ການນາເທົ່ານັ້ນ, ຜົວເມຍທ່ານຍັງຕິດເຄືອງກັບຝູງໝູອີກ. ພາຍຫຼັງຂາຍໝູແຕ່ລະປີກໍ່ສ້າງລາຍຮັບ ໃຫ້ແກ່ຄອບຄົວທ່ານໄດ້ຫຼາຍພໍສົມຄວນ. ເມື່ອມີຂອງກິນຂອງຈົ່ງ, ທ່ານໄດ້ສ້າງເງື່ອນໄຂໃຫ້ລູກໄດ້ຮຳ່ຮຽນ. ລູກຂອງທ່ານ 5 ຄົນ ໄດ້ກາຍເປັນຄູສອນ, ພະນັກງານປ່າໄມ້ຢູ່ທ້ອງຖີ່ນ. ຕາມການຄິດໄລ່ແລ້ວ, ລາຍຮັບຂອງຄົວຄົວທ່ານໃນແຕ່ລະປີແມ່ນ 1 ຕື້ດົ່ງ, ທ່ານ ດຽວໂລກ ໄດ້ເວົ້າຄວາມໃນໃຈສູ່ຟັງວ່າ:
”ເຮົາໄດ້ເຂົ້າຮ່ວມບັນດາຊຸດອົບຮົມກ່ຽວກັບວິທີເຮັດກະເສດ, ປູກກາເຟ, ລ້ຽງສັດຢ່າງໝັ່ນພຽນ, ຍ້ອນເຫດນັ້ນຈຶ່ງສາມາດເຮັດໄດ້. ຢາກເຮັດໃຫ້ພໍ່ແມ່ປະຊາຊົນສ້າງເສດຖະກິດເກັ່ງ, ເຮົາຕ້ອງລະດົມແຕ່ລະຄອບຄົວໄປຮຳ່ຮຽນເອົາບົດຮຽນຈາກພຶດຕິກຳຕົວຈິ່ງ, ເມື່ອເຫັນໄດ້ຜົນປະໂຫຍດ, ເຂົາເຈົ້າຈະປະຕິບັດຕາມ. ປະຈຸບັນ, ປະຊາຊົນໃນບ້ານເຮົາ, ຄອບຄົວໃດກໍ່ປູກຕົ້ນຢາງພາລາ, ມີເຮືອນຫຼັງໃໝ່, ລາຍຮັບກໍ່ສູງກວ່າເກົ່າ.
ປູກຕົ້ນຢາງພາລາໄດ້ຊ່ວຍໃຫ້ທ່ານດຽວໂລກຫຼຸດພົ້ນອອກຈາກຄວາມທຸກຍາກ
(ພາບອິນເຕີແນດ)
ບໍ່ພຽງແຕ່ດຸໝັ່ນຮ່ຳຮຽນເພື່ອພັດທະນາເສດຖະກິດໃຫ້ຄອບຄົວເທົ່ານັ້ນ, ທ່ານ ດຽວໂລກ ຍັງຊ່ວຍເຫຼືອ, ແນະນຳວິທີການປູກຝັງ, ລ້ຽງສັດໃຫ້ພໍ່ແມ່ປະຊາຊົນຢ່າງສຸດຈິດສຸດໃຈ. ທ່ານ ດຽວເນີຍ, ຫົວໜ້າໜ່ວຍກູ້ຢືມທຶນເພື່ອພັດທະນາເນື້ອທີ່ປູກຢາງພາລາຂະໜາດນ້ອຍ, ປະທານສະມາຄົມຜູ້ມີອາຍຸສູງຕາແສງ ດັກຣຕິກ, ໃຫ້ຮູ້ວ່າ, ຍ້ອນມີບັນດາຜູ້ທີ່ເປັນແບບຢ່າງນຳໜ້າຄືທ່ານ ດຽວໂລກ, ໂຄງການປູກຢາງພາລາຢູ່ທ້ອງຖີ່ນຈຶ່ງໄດ້ຮັບຜົນສຳເລັດ. ປະຈຸບັນ, ປະຊາຊົນໃນຕາແສງສາມາກປູກຢາງພາລາໄດ້ເກືອບ 1500 ເຮັກຕາ, ໃນນັ້ນ 900 ເຮັກຕາແມ່ນສາມາດຂຸດຄົ້ນຢາງໄດ້ແລ້ວ. ບ້ານ ເມຮາ ແລະ ບູເຢິງ ຂອງຊາວ ເມີນົງ ໄດ້ກາຍເປັນບ້ານຮັ່ງມີກວ່າໝູ່ຂອງຕາແສງ, ຂອງເມືອງ, ຍ້ອນມີຢາງພາລາ ແລະ ກາເຟ. ເມື່ອເວົ້າເຖິງທ່ານ ດຽວໂລກ. ທ່ານ ດຽວເນີຍ, ໃຫ້ຮູ້ວ່າ:
“ຍ້ອນມີຄວາມມານະພະຍາຍາມຮ່ຳຮຽນຢ່າງສຸດຈິດສຸດໃຈ, ທ່ານ ດຽວໂລກ ຈຶ່ງກຳໄດ້ວິທະຍາສາດເຕັກນິກໃນການປູກຝັງ ແລະ ລ້ຽງສັດ. ປະຈຸບັນ, ຄອບຄົວຂອງລາວທັງລ້ຽງສັດ, ທັງປູກຢາງພາລາ, ກາເຟ, ໝາກພິກໄທ, ໝາກມວງຫິມມະພານ… ແຕ່ລະປີ, ທ່ານໄດ້ຊ່ວຍເຫຼືອໃຫ້ປະຊາຊົນຜູ້ທຸກຍາກໃນບ້ານເຂົ້າສານແຕ່ 5 – 6 ກະສອບ ແລະ ເງິນນັບລ້ານດົ່ງ. ຫວ່າງແລ້ວນີ້, ຄອບຄົວທ່ານ ດຽວໂລກ ໄດ້ຊ່ວຍເຫຼືອໃຫ້ຄອບຄົວໄກ້ຄຽງເງິນ 20 ລ້ານດົ່ງເພື່ອສ້າງເສດຖະກິດ. ທ່ານແມ່ນແບບຢ່າງທີ່ນຳໜ້າເພື່ອໃຫ້ບ້ານ ເມຮາ ແລະ ບູເຢິງ ລົບລ້າງຄວາມທຸກຍາກ, ອຶດຫິວ. ປະຈຸບັນມີປະມານ 80%ຈຳນວນຄອບຄົວໄດ້ກໍ່ສ້າງເຮືອນໃໝ່ແລ້ວ”.
ຈາກແບບຢ່າງທີ່ດີເດັ່ນຂອງທ່ານ ດຽວໂລກ, ປະຈຸບັນ, ມີຫຼາຍຄອບຄົວໃນໝູ່ບ້ານ ເມຣາຄື: ດຽວເຫວ໋, ດຽວເມີຣັງ, ດຽວແບນ.. ໄດ້ຮູ້ນຳໃຊ້ວິທະຍາສາດເຕັກນິກໃນການປູກຝັງ, ນຳມາເຊິ່ງປະສິດທິຜົນສູງ. ສະເພາະທ່ານ ດຽວໂລກ, ບໍ່ພຽງແຕ່ແມ່ນຊາວ ເມີນົງ ຜູ້ທຳອິດໃນໝູ່ບ້ານນຳໃຊ້ວິທະຍາສາດເຕັກນິກກ່ອນໝູ່ເທົ່ານັ້ນ, ຫາກຍັງແມ່ນຜູ້ທີ່ມີລາຍຮັບສູງສຸດໃນຕາແສງອີກດ້ວຍ. ດ້ວຍຄວາມດຸໝັ່ນທຳມາຫາກິນ, ແລະ ຮ່ຳຮຽນເອົາບົດຮຽນໃນການນຳໃຊ້ວິທະຍາສາດ, ເຕັກນິກເຂົ້າໃນການຜະລິດ. ທ່ານ ດຽວໂລກ ພ້ອມກັບປະຊາຊົນໃນໝູ່ບ້ານ ເມີນົງ ພວມບືນຕົວຂຶ້ນກໍ່ສ້າງໝູ່ບ້ານໃຫ້ນັບມື້ນັບຮັ່ງມີສວຍງາມ. ຍາມໃດທ່ານກໍ່ຄິດວ່າ: “ຕົ້ນໄມ້ທີ່ປູກຢູ່ໃນໝູ່ບ້ານຂອງຕົນ ໄດ້ສ້າງຄວາມຮັ່ງມີໃຫ້ແກ່ຄອບຄົວຂອງທ່ານ. ດັ່ງນັ້ນຕ້ອງນຳໃຊ້ວິທີການຜະລິດຄືແນວໃດໃຫ້ບັນລຸປະສິດທິຜົນສູງສຸດໃນເນື້ອທີ່ດິນຂອງຕົນ”.