ຕະຫຼາດນັດຫ່າງ - ຈຸດວັດທະນະທຳເປັນເອກະລັກ ໃນການດຳລົງຊີວິດຍຸກທັນສະໄໝ
Anh Huyen -  
(VOVWORLD) -ໃນທ່າມກາງເຂດຕົວເມືອງທີ່ຟົດຟື້ນເນືອງນັນດ້ວຍບັນດາຮ້ານຂາຍເຄື່ອງ ຮ້ານຊັບພະສິນຄ້າທີ່ທັນສະໄໝ ແຕ່ຍັງຄົງປາກົດມີຕະຫຼາດນັດເປັນເອກະລັກຂອງເຂດບ້ານນາພາກເໜືອ. ນັ້ນແມ່ນຕະຫຼາດຫ່າງຢູ່ ຫ໋າຍຟ່ອງ. ຕະຫຼາດນີ້ຂາຍເຄື່ອງຂອງຄົບທຸກຊະນິດຈາກແນວປູກ, ຕົ້ນໄມ້ປະດັບ, ດອກໄມ້, ແນວພັນຜັກ, ແນວພັນສັດລ້ຽງຄື ໜາ ແມວ ກະຕ່າຍ ນົກ ຕະຫຼອດຮອດບັນດາເຄື່ອງໃຊ້ໃນຄອບຄົວ ເຄື່ອງເອເລັກໂຕນິກທີ່ມີລາຄາແພງ. ສຳລັບທຸກຄົນແລ້ວໄປຕະຫຼາດຫ່າງກ່ອນອື່ນໝົດແມ່ນການໄປທ່ຽວຊົມຫຼັງຈາກນັ້ນຈຶ່ງແມ່ນຊື້ຂາຍເຄື່ອງ
ຕົ້ນໄມ້ປະດັບຖືກວາງຂາຍຢູ່ຕະຫລາດຫ່າງ |
ຕະຫຼາດຫ່າງເມື່ອກ່ອນນີ້ແມ່ນຕະຫຼາດຢູ່ບ້ານຢືຫ່າງເຊິ່ງແມ່ນໝູ່ບ້ານບູຮານມີແຕ່ສະຕະວັດທີ XVI ຫາ XVIII. ບໍລິເວນບ້ານຢືຫ່າງເມື່ອກ່ອນນີ້ແມ່ນເຂດດິນກະສິກຳແລະແມ່ນຈຸດຊຸມທາງຄົມມະນາຄົມ, ດັ່ງນັ້ນຕະຫຼາດກາຍເປັນບ່ອນພົບປະແລກປ່ຽນຊື້ຂາຍແນວປູກສັດລ້ຽງ ແລະ ເຄື່ອງອຸປະກອນຮັບໃຊ້ວຽກງານກະສິກຳ. ຂະບວນວິວັດຫັນເປັນຕົວເມືອງໄດ້ແຜ່ຂະຫຍາຍອອກສູ່ບັນດາເຂດອ້ອມແອ້ມ, ດັ່ງນັ້ນໃນປັດຈຸບັນຕະຫຼາດຫ່າງ ແມ່ນນອນຢູ່ໃນໃຈກາງຕົວເມືອງຂຶ້ນກັບຕາແສງຢືຫ່າງເກັງ ເມືອງເລເຈິນ ນະຄອນຫ໋າຍຟ່ອງ. ສິ່ງພິເສດແມ່ນ ເຖິງວ່າໄດ້ຜ່ານໄລຍະເວລາຫຼາຍປີແລ້ວກໍ່ຕາມ ແຕ່ບັນດາປະເພນີແລກປ່ຽນສິນຄ້າປະເພດກະສິກຳຢູ່ຕະຫຼາດຫ່າງເມື່ອກ່ອນນີ້ ຍັງຄົງຮັກສາຈົນຮອດວັນນີ້.
ເມື່ອກ່ອນນີ້ຕະຫຼາດຫ່າງ ມີຂຶ້ນຕາມແບບຕະຫຼາດນັດໃນວັນທີ 5 ຫຼືວັນທີ 15 ໄລ່ຕາມຈັນທະປະຕິທິນໃນແຕ່ລະເດືອນ. ປັດຈຸບັນຕະຫຼາດຫ່າງພຽງມີຂຶ້ນໃນວັນອາທິດຕາມແຕ່ລະອາທິດ. ຕາມປະເພນີແລ້ວຕະຫຼາດຍັງຄົງຂາຍບັນດາແນວປູກ ສັດລ້ຽງແລະບັນດາເຄື່ອງອຸປະກອນຮັບໃຊ້ວຽກງານກະສິກຳ. ບັນດາຜູ້ຄົນດດຳລົງຊີວິດຢູ່ນະຄອນແລະບັນດາແຂວງໃກ້ຄຽງກໍ່ໄດ້ມາຕະຫຼາດຫ່າງເພື່ອຊື້ໄກ່ ຊື້ແນວພັນຜັກ, ກະບຽນສານດ້ວຍໄມ້ໄຜ່, ຂຽງສາມຂາ... ເຊິ່ງແມ່ນບັນດາເຄື່ອງອຸປະກອນທີ່ຄິດວ່າຍັງມີຂາຍໃນອະດີດຕະການແຕ່ຍັງຄົງມີຂາຍໃນ ຕະຫຼາດຢູ່. ລຸງຄ່າ ຈາກແຂວງຫ໋າຍເຢືອງໄປຕະຫຼາດໃຫ້ຮູ້ວ່າ:
“ຢູ່ທີ່ນີ້ອັນໃດກໍມີຂາຍ. ຂ້າພະເຈົ້າມັກໄປຕະຫຼາດນັດຢູ່ທີ່ນີ້ເພາະວ່າເຫັນຢູ່ທີ່ນີ້ມີວິນຍານຂອງຊາດ. ທຸກສິ່ງທຸກຢ່າງກໍ່ມີລັກສະນະລຽບງ່າຍຂອງເຂດບ້ານນາ, ບັນດາເຄື່ອງຫັດຖະກຳກໍ່ລ້ວນແຕ່ມີຂາຍຢູ່ທີ່ນີ້ ຂ້າພະເຈົ້າຊອກຊື້ກະໂຊ້ສະນ້ຳດ້ວຍໄມ້ໄຜ່ໄດ້ແລ້ວ”.
ບໍ່ພຽງແຕ່ຊາວທ້ອງຖິ່ນມັກໄປຕະຫຼາດນັດເທົ່ານັ້ນ, ຕະຫຼາດຫ່າງຍັງດຶງດູດບັນດາຜູ້ໄປຢ້ຽມຊົມ, ແຂກທ່ອງທ່ຽວເມື່ອມາຢາມຫ໋າຍຟ່ອງໃນແຕ່ລະເທື່ອອີກດ້ວຍ. ນອກຈາກພວກພໍ່ຄ້າຊາວຂາຍແລ້ວ, ຕະຫຼາດຫ່າງຍັງມີບັນດາຜູ້ມາຂາຍເຄື່ອງແບບພິເສດທີ່ສຸດ ນັ້ນແມ່ນເຂົາເຈົ້ານຳເອົາສັດລ້ຽງ, ບັນດາສິນພິເສດຂອງຄອບຄົວມາຂາຍຫຼືມາແລກປ່ຽນບົດຮຽນກັບບັນດາຜູ້ທີ່ຊົມຊອບວຽກງານປູກຝັງລ້ຽງສັດຄືກັນ. ລຸງ ດວ່ານຫິວຢາ ຢູ່ເມືອງເລເຈິນ ນະຄອນຫ໋າຍຟ່ອງໃຫ້ຮູ້ວ່າ:
“ນີ້ແມ່ນຕະຫຼາດພື້ນເມືອງຂອງຫ໋າຍຟ່ອງ. ພໍ່ແມ່ພີ່ນ້ອງຊາວຫ໋າຍຟ່ອງ ມີຄວາມເບີກບານໃຈທີ່ສຸດເພາະວ່າພໍ່ແມ່ພີ່ນ້ອງຢູ່ເຂດຊົນນະບົດມີບ່ອນເພື່ອຈຳໜ່າຍຜະລິດຕະພັນຄື ຈາກສັດລ້ຽງ,ຕົ້ນໄມ້ປະດັບຕະຫຼອດຮອດເຄື່ອງໃຊ້ໄມ້ສອຍຮັບໃຊ້ຊີວິດປະຈຳວັນອີກດ້ວຍ”.
ໂດຍແມ່ນຕະຫຼາດຮັບໃຊ້ສາມັນຊົນ ແຕ່ ຕະຫຼາດຫ່າງມີເຄື່ອງຂອງຄົບທຸກຊະນິດ ແລະ ຖືກຂາຍເປັນເຂດ, ແຕ່ລະເຂດກໍ່ຂາຍເຄື່ອງຕ່າງຫາກ. ມີແຖວຮ້ານຂາຍ ປາໂຊ ຕັ້ງເຕັມທາງເຂົ້າໄປຕະຫຼາດ. ຖ້າຫາກບັນດາຮ້ານຢູ່ຕາມສາຍທາງຂາຍຕົ້ນໄມ້ປະດັບຢູ່ອ້ອມຕະຫຼາດ ເຮັດໃຫ້ຜູ້ໄປຕະຫຼາດຢ້ຽມຊົມດອກໄມ້ຢ່າງບໍ່ມີຍາມຢຸດເຊົານັ້ນ, ເມື່ອໄປຮອດເຂດຂາຍແນວພັນສັດລ້ຽງໃນຕະຫຼາດ, ຜູ້ໄປຕະຫຼາດຄືຊິຫຼົງທາງເຂົ້າໃນບັນຍາກາດຟົດຟື້ນເນືອງນັ້ນຍ້ອນສຽງຮ້ອງຂອງສັດຫຼາຍປະເພດ. ອ້າຍຫງວຽນກວາງຕ໊ຽນ ແຂກມາຈາກຮ່າໂນ້ຍໃຫ້ຮູ້ວ່າ:
“ຢູ່ ຕະຫຼາດຫ່າງກໍ່ມີສິນຄ້າຫຼາຍປະເພດເຊິ່ງຕະຫຼາດອື່ນບໍ່ມີຂາຍ. ບາງຄັ້ງຂ້າພະເຈົ້າກໍ່ໄດ້ມານີ້ ຊື້ໄກ່ມາລ້ຽງ”.
ບັນດາຄຸນຄ່າວັດທະນະທຳຂອງຕະຫຼາດທີ່ເປັນປະເພນີໃນສະໄໝຕະຫຼາດຂະຫຍາຍຕົວດ້ວຍລະບົບຮ້ານຂາຍເຄື່ອງ ຮ້ານສັບພະສິນຄ້າທີ່ທັນສະໄໝນັ້ນ ຢູ່ໃຈກາງນະຄອນທີ່ຟົດຟື້ນເນືອງນັນຍັງຄົງຮັກສາຕະຫຼາດນັດຄືຕະຫຼາດຫ່າງໄວ້ໄດ້. ໃນຕະຫຼາດ ບໍ່ພຽງແຕ່ແລກປ່ຽນຊື້ຂາຍເທົ່ານັ້ນຫາກຍັງແມ່ນສາຍສຳພັນລະຫວ່າງປັດຈຸບັນກັບອະດີດຕະການ. ເບິ່ງຄືວ່າຕະຫຼາດຫ່າງນັບມື້ນັບດຶງດູດຫຼາຍຄົນມາຕະຫຼາດຄືດັ່ງສະຖານທີ່ວັດທະນະທຳຊຸມຊົນໃນທ່າມກາງການດຳລົງຊີວິດຍຸກທັນສະໄໝໃນວັນນີ້.
Anh Huyen