(vovworld) - ຮ່າງທຽກ ແມ່ນໜຶ່ງໃນບັນດາຄຸ້ມຖະໜົນເກົ່າຂອງ ຮ່າໂນ້ຍ ທີ່ມີອາຊີບຫຼໍ່, ຕີ , ຈອດເຄື່ອງຂອງດ້ວຍຊືນ. ໃນເມື່ອກ່ອນ, ຖະໜົນ ຮ່າງທຽກ ແມ່ນແຫ່ງເຕົ້າໂຮມບັນດານາຍຊ່າງທີ່ມີສີມືດີ ເຊິ່ງມາຈາກໝູ່ບ້ານ ຟູ໋ທື໋ ( ເມືອງ ຕື່ລຽມ) ຮ່າໂນ້ຍ, ຜ່ານໄລຍະເວລາຫຼາຍປີ, ແຕ່ຮ່າງທຽກຍັງຄົງຮັກສາອາຊີບຫັດຖະກຳທີ່ເປັນມູນເຊື້ອໄວ້ໄດ້. ປະຈຸບັນ, ແຕ່ລະມື້ສຽງຄ້ອນທີ່ຕີໃສ່ແຜ່ນຊືນຂາວ ເຫຼື້ອມແວວວາວຍັງຄົງດັງກ້ອງກັງວາງໄປທົ່ວຖະໜົນ, ອັນໄດ້ສ້າງເປັນບັນດາຜະລິດຕະພັນທີ່ມີປະໂຫຍດຢ່າງແທ້ຈິງໃຫ້ແກ່ຊີວິດປະຈຳວັນຂອງຜູ້ຊົມໃຊ້.
ຖະໜົນ ຮ່າງທຽກ
(ພາບ: ອິນເຕີແນດ)
ຖະໜົນ ຮ່າງທຽກໃນເມື່ອກ່ອນແມ່ນຂຶ້ນກັບໝູ່ບ້ານ ອຽນໂນ້ຍ, ເມືອງ ທໍ້ເຊືອງ. ແມ່ນແຫ່ງດຶງດູດຊາວບ້ານ ຟູ໋ທື໋, ເມືອງ ຮ່ວາຍດຶກ ແລະ ປະຊາຊົນຢູ່ເຂດອື່ນໆມາເຮັດອາຊີບຫັດຖະກຳ. ດ້ວຍຄວາມດຸໝັ່ນຂະຫຍັນພຽນ ແລະ ສີໄມ້ລາຍມືຂອງຕົນ, ເຂົາເຈົ້າໄດ້ສ້າງເປັນບັນດາຜະລິດຕະພັນທີ່ລະອຽດແນບນຽນ. ໃນເບື້ອງຕົ້ນ, ເຂົາເຈົ້າເຮັດອາຊີບຫຼໍ່ຊືນ, ຜະລິດໂຖຈູບທູບທຽນ, ກາຊົງນ້ຳຊາ, ພາໃສ່ຈອກ, ກາ… ແລະ ຮອດຊຸມປີກາງສະຕະວັດທີ 20, ເຂົາເຈົ້າໄດ້ຫັນໄປຜະລິດເຄື່ອງເຫຼັກຄື: ຖັງໃສ່ນ້ຳ, ຄຸຕັກນ້ຳ, ຊາມ, ຫີບໃສ່ໂສ້ງເສື້ອ… ແຕ່ລະປີ, ເມື່ອບຸນວັນເພັງເດືອນແປດວຽນມາ, ບັນດານາຍຊ່າງໃນຖະໜົນ ຮ່າງທຽກ ຍັງຜະລິດເຄື່ອງຫຼິ້ນປະເພດຕ່າງໆໃຫ້ແກ່ເດັກນ້ອຍຄື: ກ່ຳປັ່ນ, ເຮືອບິນໃຫ້ເດັກຊາຍ, ໂຄມໄຟຮູບເທວະດາ ຫຼືຮູບແມງກະເບື້ອໃຫ້ເດັກຍິງ… ຖະໜົນ ຮ່າງທຽກ ຍາວພຽງ 136 ແມັດເທົ່ານັ້ນ, ແຕ່ທັງສອງຟາກຖະໜົນເຕັມໄປດ້ວຍຮ້ານຂາຍເຄື່ອງຂອງທີ່ເຮັດດ້ວຍຊືນ. ດັ່ງນັ້ນການເຄື່ອນໄຫວຄ້າຂາຍໃນຖະໜົນຈຶ່ງດຳເນີນໄປຢ່າງຟົດຟື້ນຕະຫຼອດວັນ ແລະ ຄືນ. ທ່ານ ຫງວຽນວັນຈຶກ, ຜູ້ເຮັດອາຊີບນີ້ມາເປັນເວລາເກືອບ 50 ປີ, ໃຫ້ຮູ້ວ່າ:
“ກ່ອນນີ້, ຖະໜົນ ຮ່າງທຽກ ບໍ່ຄຶກໂຄມໜາແໜ້ນຄືໃນປະຈຸບັນ. ກ່ອນປີ 1970, ມີປະມານ 15 ຄອບຄົວເຮັດອາຊີບຜະລິດເຄື່ອງຂອງດ້ວຍຊືນເທົ່ານັ້ນ. ໃນຊຸມປີ 1954 – 1955, ຖະໜົນ ຮ່າງທຽກ ເຄີຍຜະລິດຫີບໃສ່ເຂົ້າໜົມໃຫ້ບັນດາຮ້ານຂາຍເຂົ້າໜົມຢູ່ຖະໜົນ ຮ່າງບວມ. ໃນໄລຍະນີ້ຄອບຄົວຂ້າພະເຈົ້າທຳມາຫາກິນໄດ້ຮັບຜົນດີທີ່ສຸດ, ບາງເທື່ອເຄື່ອງຂອງຜະລິດອອກ ກໍ່ບໍ່ຕອບສະໜອງໄດ້ຕາມຄວາມຕ້ອງການທີ່ນັບມື້ນັບຫຼາຍຂອງຜູ້ອຸປະໂພກ”.
ຖະໜົນ ຮ່າງທຽກ
(ພາບ: ອິນເຕີແນດ)
ບັນດາຜູ້ເຮັດອາຊີບນີ້ເປັນເວລາຫຼາຍປີຢູ່ຖະໜົນ ຮ່າງທຽກ ໃຫ້ຮູ້ວ່າ, ອາຊີບຜະລິດເຄື່ອງຂອງດ້ວຍຊືນບາງເທື່ອຈະເລີນຮຸ່ງເຮືອງ, ບາງເທື່ອກໍ່ຖືກຊຸດໂຊມ. ພິເສດແມ່ນ ເມື່ອຜູ້ອຸປະໂພກໃຊ້ເຄື່ອງພຼາສຕິກແທນໃຫ້ເຄື່ອງອາລູມີນຽມ ແລະ ເຄື່ອງຊືນນັ້ນ, ຫຼາຍຄອບຄົວໃນຖະໜົນໄດ້ຄິດເຖິງເລື່ອງຫັນໄປເຮັດອາຊີບອື່ນ. ແຕ່ພາຍຫຼັງໃຊ້ເຄື່ອງພຼາສຕິກມາໄດ້ໄລຍະໜຶ່ງ, ຜູ້ບໍລິໂພກພັດເຫັນວ່າ ເຄື່ອງ ພຼາສຕິກ ບໍ່ສາມາດທົນກັບຄວາມຮ້ອນ, ຄວາມເຢັນໄດ້ ແລະ ກໍແຕກງາຍ… ເຂົາເຈົ້າຈຶ່ງຫັນມາໃຊ້ເຄື່ອງອາລູມີນຽມຄືນໃໝ່. ສິ່ງດັ່ງກ່າວເຮັດໃຫ້ອາຊີບນີ້ມີໂອກາດຟື້ນຕົວຄືນມາ. ປະຈຸບັນ, ບັນດາຄອບຄົວເຮັດອາຊີບຫັດຖະກຳຢູ່ຖະໜົນ ຮ່າງທຽກ ສ່ວນຫຼາຍແມ່ນຜະລິດຕາມໃບສ່ັງຊື້ສິນຄ້າ. ສ່ວນເຄື່ອງຂອງທີ່ຜະລິດດ້ວຍຈຳນວນຫຼາຍຄື: ຫີບໃສ່ເອກະສານ, ບົວຫົດນ້ຳ, ຊາມຂະໜາດຕ່າງໆແມ່ນຜະລິດຢູ່ບ້ານ ຟູ໋ທື໋ ທີ່ຂຶ້ນກັບເມືອງ ຕື່ລຽມ, ຮ່າໂນ້ຍ, ເຊິ່ງແມ່ນບ້ານເກີດເມືອງນອນຂອງຊ່າງຫຼາຍຄົນທີ່ເຮັດອາຊີບຫັດຖະກຳຢູ່ຖະໜົນ ຮ່າງທຽກ. ປະຈຸບັນ, ຢູ່ໝູ່ບ້ານ ຟູ໋ທື໋ ມີ 70 – 80% ຈຳນວນຄອບຄົວເຮັດອາຊີບຜະລິດເຄື່ອງຊືນ. ໃນ 10 ປີມານີ້, ມີຫຼາຍຄອບຄົວໄດ້ຜະລິດເຄື່ອງຂອງປະເພດຕ່າງໆຄີ: ບົວຫົດນ້ຳ, ໂຖດອກໄມ້ປະດັບດ້ວຍຊືນ ທັງຮັບໃຊ້ພາຍໃນປະເທດ, ທັງສົ່ງອອກປະເທດໂຮນລັງ, ການາດາ… ເອື້ອຍໂດທິໂຮ່ຍ, ເຈົ້າຂອງຮາກຖານຜະລິດຂະໜາດໃຫຍ່ກວ່າໝູ່ໃນໝູ່ບ້ານ, ໃຫ້ຮູ້ວ່າ:
ໝູ່ບ້ານ ຟູ໋ທື໋ຜະລິດເຄື່ອງຂອງດ້ວຍຊືນ
(ພາບ: ອິນເຕີແນດ)
“ຄອບຄົວຂ້າພະເຈົ້າເລີ່ມສົ່ງອອກຜະລິດຕະພັນໄປຍັງຕ່າງປະເທດນັບແຕ່ປີ 1999. ປີນັ້ນມີຫຼາຍຄົນສັ່ງຊື້ຜະລິດຕະພັນຫຼາຍ, ຄອບຄົວຂ້າພະເຈົ້າຕ້ອງຈ້າງຜູ້ອອກແຮງງານ 700 ຄົນມາເຮັດວຽກຈຶ່ງສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການສົ່ງອອກຜະລິດຕະພັນໄດ້. ແຕ່ໃນຊຸມປີມໍ່ໆມານີ້, ເສດຖະກິດໂລກຖືກຊຸດໂຊມ, ການສົ່ງອອກ ແລະ ໃບສັ່ງຊື້ສິນຄ້າກໍ່ຫຼຸດລົງ, ແຕ່ຍັງມີຈຳນວນພໍສົມຄວນເພື່ອໃຫ້ຄອບຄົວຜະລິດຢູ່”.
ສິ່ງພິເສດນັ້ນແມ່ນ, ບັນດາຜະລິດຕະພັນຫັດຖະກຳຂອງໝູ່ບ້ານ ຟູ໋ທື໋ ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຈາກລຸກຄ້າຕ່າງປະເທດ. ທ່ານ ໂດມິນຈີ໋, ເຈົ້າຂອງຮາກຖານຜະລິດຫັດຖະກຳໃນໝູ່ບ້ານ, ໃຫ້ຮູ້ວ່າ:
“ໝູ່ບ້ານຫັດຖະກຳ ຟູ໋ທື໋ ພວກຂ້າພະເຈົ້າມີມູນເຊື້ອຜະລິດເຄື່ອງຂອງດ້ວຍຊືນມາແຕ່ດົນນານແລ້ວ. ດັ່ງນັ້ນຜະລິດຕະພັນສົ່ງອອກຂອງພວກຂ້າພະເຈົ້າໄປຍັງປະເທດໂຮນລັງທັງສວຍງາມ, ທັງມີລັກສະນະແກ່ງແຍ້ງສູງ ເມື່ອທຽບໃສ່ປະເທດອື່ນໆ”.
ຜ່ານການເວລາ, ສາຍພົວພັນລະຫວ່າງຖະໜົນຫັດຖະກຳ ແລະ ໝູ່ບ້ານຫັດຖະກຳຍັງຄົງສະໜິດຕິດພັນກັນຢູ່. ອາຊີບຫັດຖະກຳຢູ່ຖະໜົນ ຮ່າງທຽກ, ໝູ່ບ້ານ ຟູ໋ທື໋, ຍັງຄົງໄດ້ຮັບການຮັກສາ ແລະ ພັດທະນາ, ນີ້ແມ່ນພະຍານຫຼັກຖານກ່ຽວກັບວັດທະນະທຳໝູ່ບ້ານອາຊີບຫັດຖະກຳຂອງທັງລອງ - ຮ່າໂນ້ຍໃນເມື່ອກ່ອນ.