(vovworld) - ຢູ່ຕາແສງຫາຍຈ່ຽວ, ເມືອງຕຽນລື້, ແຂວງຮຶງອຽນ, ປະຊາຊົນຢູ່ທີ່ນີ້ຜູ້ໃດກໍ່ຮູ້ຈັກເຖິງຄອບຄົວທ່ານ ໂດວັນເດິກ. ເຂົາເຈົ້າຕ່າງກໍ່ສະຫງວນອາລົມຈິດພິເສດ ແລະ ໃຫ້ຄຳຍ້ອງຍໍຢ່າງຈິງໃຈແກ່ທ່ານຄື: ທ່ານເດິກແມ່ນຄົນຂະຫຍັນຂັນເຄື່ອນໃນການສ້າງເສດຖະກິດ, ທ່ານແມ່ນແບບຢ່າງກ່ຽວກັບການລ້ຽງດູລູກເຕົ້າ… ໃນລາຍການປະເທດຊາດ ແລະ ຊາວຫວຽດນາມ ພາກນີ້, ພວກເຮົາຂໍແນະນຳທ່ານ ໂດວັນດຶກ, ຊາວກະສິກອນທີ່ດຸໝັ່ນຂະຫຍັນພຽນ, ຜ່ານບົດຂຽນຂອງນັກຂ່າວລານແອງ.
(ພາບປະກອບ: google.com)
“ບໍ່ລັ່ງເລໃຈຕໍ່ຄວາມທຸກຍາກ, ລຳບາກ, ເຮັດທຸກສິ່ງທຸກຢ່າງເພື່ອລູກ” ນັ້ນແມ່ນເປົ້າໝາຍສູ້ຊົນຂອງທ່ານ ໂດວັນເດິກ. ກໍ່ເຊັ່ນດຽວກັບຊາວໜຸ່ມຜູ້ອື່ນໆໃນຕາແສງຫາຍຈ່ຽວ, ປີ 1974, ທ່ານ ເດິກ ໄດ້ເຂົ້າເປັນທະຫານໃນເວລາທີ່ມີອາຍຸ 19 ປີ. ເດີນທາງອອກຈາກໝູ່ບ້ານທີ່ທຸກຍາກ, ທ່ານພ້ອມກັບເພື່ອນຮ່ວມກົມກອງໄດ້ເຂົ້າຮ່ວມສະໜາມຮົບບວນເມທວດ ແລ້ວບຸກເຂົ້າປົດປ່ອຍໄຊງ່ອນ. ໃນສົງຄາມດຸເດືອດນັ້ນ, ທ່ານເປັນຄົນໂຊກດີກວ່າເພື່ອນຮ່ວມກົມກອງຜູ້ອື່ນໆຫຼາຍຄົນ, ພຽງແຕ່ຖືກບາດເຈັບເບົາເທົ່ານັ້ນ. ແຕ່ເມື່ອປະເທດຊາດເປັນເອກະພາບ, ໄດ້ກັບເມືອບ້ານ, ຄວາມຫຍຸ້ງຍາກທີສຸດສຳຫຼັບທ່ານກໍ່ຄືບັນດານັກຮົບທີ່ອອກຈາກກອງທັບນັ້ນແມ່ນຄວາມທຸກຍາກ, ຍ້ອນທີ່ດິນທຳການຜະລິດບໍ່ມີ, ອາຊີບກໍ່ບໍ່ມີເຊັ່ນກັນ. ທ່ານດ້ເອົາເມຍຄົນໃນບ້ານດຽວກັນ, ແຕ່ຄອບຄົວຝ່າຍເມຍກໍ່ຫຍຸ້ງຍາກພໍສົມຄວນ, ດັ່ງນັ້ນ, ຄອບຄົວທ່ານຍິ່ງມີຄວາມທຸກຍາກກວ່າອີກ. ສອງຜົວເມຍທ່ານໄດ້ຊອກຫາທຸກວິທີທາງເພື່ອທຳມາຫາກິນ. ທຶນຮອນບໍ່ມີ, ທີ່ດິນທຳການຜະລິດກໍ່ບໍ່ມີ, ແຕ່ດ້ວຍເຈດຈຳນົງຂອງນັກຮົບຜູ້ໜຶ່ງ, ທ່ານໄດ້ຕັດສິນໃຈຂ້າມຜ່ານ.
“ໃນລະບອບເກື້ອກູນກ່ອນນີ້, ພາຍຫຼັງສ້າງຄອບຄົວ ແລະ ເກີດລູກ, ຊີວິດຄອບຄົວຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກຫຼາຍ, ແຕ່ຂ້າພະເຈົ້າເອງຕ້ອງພະຍາຍາມບືນຕົວຂຶ້ນ, ແກ້ໄຂຄວາມຫຍຸ້ງຍາກທຸກຢ່າງດ້ວຍການລ້ຽງໝູ, ລ້ຽງງົວ, ຫາເງິນຊື້ທີ່ດິນ, ສ້າງເສດຖະກິດຄອບຄົວໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ”.
ໃນເບື້ອງຕົ້ນພຽງແຕ່ມີໝູໜຶ່ງໂຕເທົ່ານັ້ນ, ແຕ່ບັດນີ້, ຄອບຄົວທ່ານໄດ້ມີໝູເປັນຝູງ ແລະ ມີງົວຫຼາຍໂຕໃນຄອກ. ປ້າຫງວຽນທິເມົາ, ເມຍຂອງທ່ານເດິກ, ແບ່ງປັນວ່າ:
“ປະຈຸບັນ, ຄອບຄົວຂ້າພະເຈົ້າມີໝູ 50 ໂຕ ແລະ ງົວ 4 ໂຕພວມລ້ຽງຕາມຄັນຄູ, ກ່ອນນີ້ລ້ຽງໝູພຽງໜຶ່ງ, ສອງໂຕເທົ່ານັ້ນ, ຕໍ່ມາເມື່ອຫາເງິນໄດ້ໜ້ອຍໜຶ່ງກໍ່ລ້ຽງໝູ, ງົວຕື່ມອີກ. ໃນເບື້ອງຕົ້ນ, ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຕ້ອງໄປກູ້ຢືມເງິນເພື່ອຊື້ງົວ, ດັ່ງນັ້ນ, ຜົວເມຍຂ້າພະເຈົ້າຈຶ່ງພະຍາຍາມລ້ຽງເພື່ອແຜ່ພັນຂະຫຍາຍສັດລ້ຽງຕື່ມອີກ”
ປະຈຸບັນ, ໄດ້ຢູ່ໃນເຮືອນຕຶກຫຼັງໃຫຍ່ ແລະ ສວຍງາມ, ແຕ່ທ່ານຍັງຄົງຈື່ຈຳໄລຍະເວລາທີ່ຫຍຸ້ງຍາກ, ຕ້ອງໄປກູ້ຢືມເງິນຍາດຕິພີ່ນ້ອງ ແລະ ເພື່ອນມິດຢູ່ທົ່ວທຸກແຫ່ງເພື່ອຊື້ໝູມາລ້ຽງແລ້ວນຳໄປຂາຍຫາເງິນລ້ຽງຊີບ.
“ກ່ອນນີ້ປະມານ 30 ປີ, ຂ້າພະເຈົ້າໄດ້ລ້ຽງໝູ ແລ້ວນຳໄປຂາຍຢູ່ຕະຫຼາດ, ມີບາງຄັ້ງຂາຍໝູໂຕໜຶ່ງຫາໄດ້ເງິນພຽງໝື່ນກວ່າດົ່ງເທົ່ານັ້ນ, ແຕ່ຂ້າພະເຈົ້າຍັງຄົງພະຍາຍາມລ້ຽງຢູ່”.
ລ້ຽງສັດອີງໃສ່ເງື່ອນໄຂພາວະວິໄສຄືດິນຟ້າອາກາດ, ໂລກລະບາດ, ດັ່ງນັ້ນຈຶ່ງບໍ່ອາດຫຼີກລ້ຽງຄວາມສ່ຽງໄດ້. ແຕ່ເມື່ອທຽບໃສ່ຜູ້ລ້ຽງສັດຫຼາຍຄົນ, ທ່ານ ເດິກຍັງໂຊກດີຢູ່, ເພາະວ່າຈຳນວນເງິນຖືກເສຍຫາຍບໍ່ຫຼາຍປານໃດ. ທ່ານ ເດິກ ເວົ້າວ່າ, ຄວາມໂຊກດີນັ້ນແມ່ນຍ້ອນມີໄລຍະເວລາໜຶ່ງທ່ານໄດ້ຮັບໜ້າທີ່ເຮັດວຽກຢູ່ຟາມລ້ຽງສັດ.
“ເມື່ອປະເທດເປັນເອກະພາບແລ້ວ, ຂ້າພະເຈົ້າຍັງເຮັດວຽກຢູ່ຟາມຕ່າງໆໃນກອງທັບ, ຂ້າພະເຈົ້າເຄີຍໄປບັນດາຟາມລ້ຽງງົວ, ເມື່ອເຫັນງົວໃນຟາມເຫຼົ່ານັ້ນ ຂ້າພະເຈົ້ານິຍົມຫຼາຍ ແລະ ຢາກຊື້ເອົາງົວຮັບໃຊ້ໃຫ້ແກ່ການແກ່ລາກ, ຕໍ່ມາຄິດວ່າວຽກງານນີ້ຕ້ອງອີງໃສ່ກົນຈັກ, ດັ່ງນັ້ນຈຶ່ງຊື້ມາລ້ຽງເພື່ອແຜ່ພັນ. ຂ້າພະເຈົ້າເມົາມົວກັບວຽກງານລ້ຽງສັດ, ສ່ວນວຽກງານການຄ້າພັດບໍ່ເປັນ”.
(ພາບປະກອບ: google.com)
ບໍ່ພຽງແຕ່ລ້ຽງສັດເທົ່ານັ້ນ, ທ່ານຍັງປະກອບທຶນຊື້ກ່ຳປັ່ນເພື່ອຂຸດຄົ້ນຂີ້ຊາຍ. ທ່ານເຮັດວຽກຕະຫຼອດວັນ ແລະ ຄືນເພື່ອຫາເງິນມາລ້ຽງຄອບຄົວ. ຄິດສະເລ່ຍ, ລາຍຮັບແຕ່ລະເດືອນຂອງທ່ານແຕ່ 40 – 45 ລ້ານດົ່ງ. ຈຳນວນເງິນດັ່ງກ່າວພໍໃຊ້ໃນຄອບຄົວ ແລະ ລ້ຽງລູກໃຫ້ເຕີບໃຫຍ່.
“ທຸກສິ່ງທຸກຢ່າງແມ່ນເພື່ອຊີວິດ, ເພື່ອລູດເຕົ້າ, ຂ້າພະເຈົ້າກໍ່ບໍ່ຫວັງສ້າງຄວາມຮັ່ງມີ. ມີຫຼາຍຄັ້ງນອນບໍ່ຫຼັບຍ້ອນຄິດເຖິງຊີວິດຂອງລູກ. ປະຈຸບັນ, ລູກຊາຍ 3 ຄົນຂອງຂ້າພະເຈົ້າໄດ້ສ້າງຄອບຄົວແລ້ວ. ເຂົາເຈົ້າລ້ວນແຕ່ແມ່ນຄົນດຸໝັ່ນຂະຫຍັນພຽນ ແລະ ເມົາມົວກັບການສ້າງເສດຖະກິດ”.
ລູກຂອງທ່ານທັງໝົດ 4 ຄົນ ລ້ວນແຕ່ດຳລົງຊີວິດແບບທຳມະດາງ່າຍດາຍ, ດຸໝັ່ນຂະຫຍັນພຽນ ແລະ ຢູ່ເຕົ້າໂຮມພ້ອມກັບພໍ່ແມ່, ນັ້ນແມ່ນຄວາມຜາສຸກທີ່ສຸດສຳຫຼັບທ່ານ. ປະຈຸບັນ, ອາຍຸສູງ ແລະ ສຸຂະພາບກໍ່ອ່ອນເພຍລົງ, ທ່ານບໍ່ອາດເຮັດວຽກໄດ້ຫຼາຍຄືເກົ່າອີກ, ແຕ່ຄວາມສຸດຈິດສຸດໃຈໃນການສ້າງເສດຖະກິດ, ດຳລົງຊີວິດເພື່ອຄອບຄົວຂອງທ່ານໄດ້ເປັນແບບຢ່າງໃຫ້ແກ່ລູກຫຼານ, ທ່ານເດິກເວົ້າວ່າ, ເຮັດວຽກຫຍັງກໍ່ຕ້ອງສຸດຈິດສຸດໃຈ, ດັ່ງນັ້ນ, ພຽງແຕ່ລ້ຽງສັດເທົ່ານັ້ນ, ແຕ່ທ່ານພັດເອກອ້າງທະນົງໃຈທີ່ສຸດຕໍ່ປະຊາຊົນໃນໝູ່ບ້ານກ່ຽວກັບວິທີສ້າງຄວາມຮັ່ງມີຂອງຕົນ.