ທ່ານ Trinh Dinh Nang ກັບການປະດິດສ້າງ ຜະລິດຕະພັນຮັກສາສິ່ງແວດລ້ອມ

(vovworld) - ແຕ່​ລະ​ມື້, ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ລົງ​ຊີ​ວິດ​ຂອງ​ພວກ​ເຮົາ​ຕ້ອງ​ຮັບ​ເອົາ​ຂີ້​ເຫ​ຍືອນັບ​ຮ້ອຍ​ໂຕນ​ຈາກ​ໂຮງ​ໝໍ​ຕ່າງໆ. ຖ້າ​ບໍ່​ໄດ້​ຮັບ​ການ​ກຳ​ຈັດ​ໂດຍ​ໄວ,​ ມັນ​ຈະ​ກໍ່​ໃຫ້​ເກີດ​ພະ​ຍາດ, ຂົ່ມ​ຂູ່​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ນັ້ນ​ກໍ່​ແມ່ນ​ສາຍ​ເຫດ​ທີ່​ພາ​ໃຫ້​ທ່ານ Trinh Dinh Nang, ຢູ່​ຕາ​ແສງ​ນົງ​ເທື້ອງ, ເທດ​ສະ​ບານ​ບັກ​ກ້ານ, ແຂວງ​ບັກ​ກ້ານ, ຊອກ​ຮູ້, ຄົ້ນ​ຄ້​ວາ ແລະ ປະ​ດິດ​ສ້າງ​​ລະ​ບົບ​ກຳ​ຈັດ​ຂີ້​ເຫ​ຍືທາງ​ການ​ແພດ ດ້ວຍ​ຍີ່​ຫໍ້ HTL. ນີ້​ແມ່ນ​ຜະ​ລິດ​ຕະ​ພັນ​ທີ່ນຳ​ມາ​ເຊິ່ງ​ປະສິດ​ທິ​ຜົນ​ສູງ​ທາງ​ດ້ານ​ເສດ​ຖະ​ກິດ, ບັນ​ລຸ​ຄຸນ​ນະ​ພາບ​ແກ້​ໄຂ​ສິ່ງ​ແວດ​ລ້ອມ​ສູງ​ສຸດ ແລະ​ ໄດ້​ຮັບໃບ​ຢັ້ງ​ຢືນ​ປະ​ດິດ​ສ້າງ​ຈາກ​ກົມ​ຊັບ​ສິນ​ທາງ​ປັນ​ຍາ, ສັງ​ກັດ​ກະຊວງວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ​ຫວຽດ​ນາມ.

ທ່ານ Trinh Dinh Nang ກັບການປະດິດສ້າງ ຜະລິດຕະພັນຮັກສາສິ່ງແວດລ້ອມ - ảnh 1

ທ່ານ Trinh Dinh Nang

        ​ເຖິງ​ວ່າ​ພຽງ​ແຕ່​ໄດ້​ຮັບ​ການ​ບຳລຸງ​ສ້າງ​ຢູ່​ໂຮງຮຽນ​ກຳມະກອນ​ເຕັກ​ນິກ​ເຫຼັກ​ກ້າ​ຫວຽດບັກ​ ນັບ​ແຕ່​ຊຸມ​ປີ 1970 ​ເທົ່າ​ນັ້ນ, ​ແຕ່​ຜ່ານ​ຫຼາຍ​ປີ, ດ້ວຍ​ຄວາມ​ເມົາ​ມົວ, ຊອກ​ຮູ້​ໃນ​ພຶດຕິ​ກຳ​ຕົວ​ຈິງ, ທ່ານ Trinh Dinh Nang ຢູ່​​ເທດສະບາ​ງບັກ​ກ້ານ, ​ແຂວງ​ບັກ​ກ້ານ ​​ພັດ​ສາມາດ​ປະດິດ​ສ້າງ​​ອຸປະກອນ​ທີ່​ມີ​ປະ​ໂຫຍ​ດຫຼາຍ​ປະ​ເພດ​ຄື: ​ຈັກ​ເຮັດປ້າຍ​ລົດຈັກ; ບັນດາ​ເຄື່ອງ​ອາ​ໄຫຼ່ກົນ​ຈັກ, ຈັກ​ສະກັດ​ຄຳ​ຈາກ​ດິນ, ຫີນ​ບົດ… ​ແລະ ຫວ່າງ​ແລ້ວ​ນີ້​ແມ່ນ​ລະບົບ​ເຕົາ​ເຜົາ​ຂີ້​ເຫຍື້ອທາງ​ການ​ແພດ . ທ່ານ Trinh Dinh Nang ​ໃຫ້​ຮູ້​ວ່າ:

        ”ຜ່ານ​ການ​ຊອກ​ຮູ້​ຕົວ​ຈິງ​ຢູ່​ໂຮງໝໍ​ຕ່າງໆ, ຂ້າພະ​ເຈົ້າ​ເຫັນ​ວ່າຖ້າ​ຫາກ​ບໍ່​ກຳຈັດ​ຂີ້​​ເຫຍື້ອ​ການ​ແພດ ມັນ​ຈະ​ເປັນ​ສິ່ງ​​ອັນຕະລາຍ​ໃຫ້​ແກ່​ປະຊາ​ຄົມ, ​ກໍ່​ໃຫ້​ເກີດ​ພະຍາດ. ຍ້ອນ​ເຫດ​ນັ້ນ, ຂ້າພະ​ເຈົ້າ​ຈຶ່ງ​ຄົ້ນ​ຄ້ວາ ​ແລະ ປະດິດ​ສ້າງ​ເປັນ​ລະບົບ​ນີ້. ກ່ອນ​ນີ້​ເກືອບ 10 ປີ, ຂ້າພະ​ເຈົ້າ​ໄດ້​ໃຊ້​ເງິນ​ຕົວ​ເອງ​ເພື່ອ​ສ້າງ​ສູນ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ອຸນຫະພູມ. ຂ້າພະ​ເຈົ້າ​ທັງ​ຄົ້ນຄ້ວາ, ປະ​ດິດສ້າງ, ທັງ​ຖອດ​ຖອນ​ບົດ​ຮຽນ​ຈາກ​ການ​ຄົ້ນ​ຄ້ວາ​ຂອງ​ຕົນ. ສິ່ງ​ສຳຄັນ​ແມ່ນ​ຕ້ອງ​ມີ​ຄວາມ​ຮູ້, ພິ​ເສດ​ແມ່ນ​ຄວາມ​ຮູ້​ຈາກ​ພຶດຕິ​ກຳ​ກຳ​ຕົວ​ຈິງ”

        ລະບົບ​ກຳຈັດ​ຂີ້​​ເຫຍື້ອ​ການ​ແພດ​ຂອງ​ທ່ານ Trinh Dinh Nang  ​ແມ່ນ​ລະບົບ​ຄົບ​ຊຸດ, ຖືກ​ເຜົາຢ່າງ​ລຽນຕິດ ​ແລະ ເຜົາ​ດ້ວຍ​ອຸປະກອນ​ເຕັກ​ໂນ​ໂລ​ຢີ Nano, ດັ່ງ​ນັ້ນຈຶ່ງ​ສາມາດ​ເຮັດ​ໃຫ້​ຄວັນ, ຟຸ່ນ ​ແລະ ກິ່ນພິດທະລາ​ຍ​ໄປ​ຢ່າງ​ສິ້ນ​ເຊີງ. ຈຸດ​ເດັ່ນ​ທີ່​ສຸດ​ນັ້ນ​ແມ່ນ, ຂີ້​​ເຫຍື້ອ​ຈະຖືກ​ເຜົາ​ໝົດ​ກ້ຽງ. ​ໃນ​ເວລາ​ກຳລັງ​ເຜົາ, ​ພວກ​ເຮົາ​ກໍ່ສາມາດ​​ຖິ້ມ​ຂີ້​​ເຫຍື້ອ​ເຂົ້າ​ເຕົາ​ໄດ້. ທ່ານ Trinh Dinh Nang ຢືນຢັນ​ວ່າ:

        ”ນີ້​ແມ່ນ​ລະບົບ​ສົມນ, ສາມາດ​ຍົກຍ້າຍ​ໄປ​ບ່ອນ​ອື່ນ​ໄດ້. ​ເຕັກ​ໂນ​ໂລ​ຢີ​ໃໝ່ຂອງ​ເຕົາ​ເຜົາ​ນີ້​ນັ້ນແມ່ນ​ເຜົາ​ດ້ວຍ​​ໄຟ​, ຫາກ​ບໍ່​ແມ່ນ​ດ້ວຍ​ນ້ຳມັນ​ຄື​ເຕົາ​ອື່ນໆ. ອຸນຫະພູມ​ສູງ​ສຸດອາດ​ຈະ​ຂຶ້ນ​ເຖິງ 1.800 ອົງສາ. ​ເວລາ​ເຜົາ​ກໍ່​ໄວ​ທີ່​ສຸດ. ຂ້າພະ​ເຈົ້າ​ຫວັງ​ວ່າ​ຕ້ອງ​ເຮັດ​ແນວ​ໃດ​ທັງ​ຫາ​ເງິນ​ລ້ຽງ​ຊີບ, ທັງ​ປະກອບສ່ວນ​ຮັກສາ​ສິ່ງ​ແວດ​ລ້ອມ​ໃຫ້​ແກ່​ປະ​ເທດ​ຊາດ​ໄດ້”.

ທ່ານ Trinh Dinh Nang ກັບການປະດິດສ້າງ ຜະລິດຕະພັນຮັກສາສິ່ງແວດລ້ອມ - ảnh 2

ລະ​ບົບ​ກຳ​ຈັດ​ຂີ້​ເຫ​ຍືທາງ​ການ​ແພດ

        ຕາມ​ການ​ຕີ​ລາຄາ​ຂອງ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ​ແລ້ວ, ​ເຕົາ​ເຜົາ ​ໂດຍ​ທ່ານ Trinh Dinh Nang ປະດິດ​ສ້າງ​ນັ້ນ​, ແມ່ນ​ເຕົາ​ເຜົາ​ຂີ້​​ເຫຍື້ອ​ການ​ແພດ​ທຳ​ອິດ​ຢູ່​ຫວຽດນາມ​ ທີ່​ບັນລຸ​ມາດຖານ​ຂອງ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ສາມາດ​ປະຢັດ​ເຊື້ອ​ເພີງ​ໄດ້​ກວ່າ 80%  ​ເມື່ອ​ທຽບ​ໃສ່​ເຕົາ​ເຜົາ​ທີ່​ນຳ​ເຂົ້າຈາກ​ຕ່າງປະ​ເທດ. ​ໃນ​ຂະນະ​ນັ້ນ, ​ເມື່ອ​ທຽບ​ໃສ່​ບັນດາ​ເຕົາ​ເຜົາ​ຂອງ​ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ ຄ່າ​ໃຊ້​ຈ່າຍ​ຂອງ​​ເຕົາ​ເຜົາ​ນີ້​ພັດ​ຖືກ​ກວ່າ​ຫຼາຍ. ປະຈຸ​ບັນ, ບໍລິສັດ​ຂອງ​ທ່ານ Trinh Dinh Nang ພວມ​ຜະລິດ​ບັນດາ​​ເຕົາ​ເຜົາ​ທີ່​ມີ​ຄວາມ​ສາມາດ​ເຜົາ​ຂີ້​​ເຫຍື້ອ​ໄດ້​ແຕ່ 15 – 500 ກິ​ໂລກຼາມ/ຊົ່ວ​ໂມງ. ລະບົບ​ກຳຈັດ​ຂີ້​​ເຫຍື້ອ​ນີ້​ໄດ້​ຮັບ​ລາງວັນ​ທີ 1 ​ໃນ​ການ​​ເສັງປະດິດ​ສ້າງ​ດ້ານ​ເຕັກນິກ​ຂອງແຂວງ​ບັກ​ກ້ານ. ຕີ​ລາຄາ​ກ່ຽວ​ກັບ​ຜະລິດ​ຕະພັນ​ນີ້, ທ່ານ Do Tuan Khiem, ຫົວໜ້າ​ພະ​ແນ​ກວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ​ແຂວງ​ບັກ​ກ້ານ, ​ໃຫ້​ຮູ້​ວ່າ:

        ”ລະບົບ​ກຳຈັດ​ຂີ້​​ເຫຍື້ອ​ນີ້​ເໝາະ​ສົມ​ກັບ​ບ່ອນ​ທີ່​ມີ​ຂີ້​​ເຫຍື້ອ​ພໍ​ສົມຄວນ, ​ເຕົາ​​ເຜົາ​ນີ້​ນຳ​ໃຊ້​ບັນດາ​ເຕັກ​ໂນ​ໂລ​ຢີທີ່​ກ້າວໜ້າ. ມີປະສິດທິພາບ​ນຳ​ໃຊ້​ສູງ ​ແລະ ປະຢັດ​​ເຊື້ອ​ເພີງ. ນີ້​ແມ່ນ​ບັນຫາ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ທີ່​ສຸດ ​ເພື່ອ​ຫຼຸດຜ່ອນລາຄາ​​ແລະຈຳກັດມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ. ປະຈຸ​ບັນ, ລະບົບ​ກຳຈັດ​ຂີ້​​ເຫຍື້ອ​ນີ້​ພວມ​ໄດ້​ຮັບ​ການ​ນຳ​ໃຊ້​ຢູ່​ບາງ​ໂຮງໝໍ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ທີ່​ສຸດ”

        ຜົນສຳ​ເລັດ​ຂອງລະບົບ​ກຳຈັດ​ຂີ້​​ເຫຍື້ອການ​ແພດ​ນີ້ ​ແມ່ນ​ປະຖົມ​ປັດ​ໃຈ ​ເພື່ອ​ໃຫ້​ທ່ານ Trinh Dinh Nang ສືບ​ຕໍ່​ຄົ້ນ​ຄ້ວາລະບົບ​ກຳຈັດ​ຂີ້​​ເຫຍື້ອຢູ່​ບັນດາ​ເຂດ​ຕົວ​ເມືອງ, ຮັບ​ໃຊ້​ໃຫ້​ແກ່​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ທ່ານ Trinh Dinh Nang ຫວັງ​ວ່າ, ​ໃນ​ໄລຍະ​​ໃກ້ໆ​ນີ້, ຜະລິດ​ຕະພັນ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ກວ້າງຂວາງ​ຢູ່​ຫວຽດນາມ ​ແລະ ສາມາດ​ສົ່ງ​ອອກ​ຕ່າງປະ​ເທດ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ