ນະຄອນ ບວນມາທວດ - ຂຽວງາມ, ເຕັມໄປດ້ວຍສີສັນບັນດາເຜົ່າ

(VOVWORLD) -      ໂດຍແມ່ນເມືອງເອກຂອງແຂວງ ດັກລັກ,ນະຄອນ ບວນມາທວດ ນອນຢູ່ກາງເຂດດິນ ບາຊານ ເຕິຍງວຽນ ທີ່ອຸດົມຮັ່ງມີ ແລະ ເຕັມໄປດ້ວຍສີຂຽວຂອງຕົ້ນໄມ້ໃບຫຍ້າ. ພິເສດ ເຖິງວ່າໄດ້ພັດທະນາຕາມທິດທັນສະໄໝ ກໍ່ຕາມ ແຕ່ນະຄອນ ບວນມາທວດ ຍັງຄົງສາມາດຮັກສາສີສັນວັດທະນະທຳພື້ນເມືອງຂອງບັນດາເຜົ່າຢູ່ກັບທີ່, ສາມາດຮັກສາທັດສະນີຍະພາບຂຽວສະອາດ ອັນໄດ້ສ້າງເປັນບັນດາໝູ່ບ້ານ, ເນື້ອທີ່ປ່າໃນໃຈກາງນະຄອນ
ນະຄອນ ບວນມາທວດ - ຂຽວງາມ, ເຕັມໄປດ້ວຍສີສັນບັນດາເຜົ່າ - ảnh 1ຢູ່ຕາມຖະໜົນສາທຍຕ່າງໆທີ່ນະຄອນບວນມາທວດ ກໍລ້ວນແຕ່ມີຮົ່ມເຢັນຂອງຕົ້ນໄມ້

   ເມື່ອມາຮອດນະຄອນ ບວນມາທວດ ດ້ວຍຈຳນວນປະຊາກອນ 500.000 ຄົນ ແຂກທ່ອງທ່ຽວທັງຫຼາຍຈະໄດ້ເຫັນປະຈັກຕາການດຳລົງຊີວິດຕົວຈິງ ທີ່ມີຄວາມແຕກຕ່າງກັນເມື່ອທຽບໃສ່ບັນດາເຂດທີ່ຍັງເຫຼືອຂອງ ຫວຽດນາມ. ໃນຊຸມເດືອນ ມີນາ  ໃນທ່າມກາງແສງແດດຮ້ອນເອົ້າຍາມລະດູແລ້ງຢູ່ເຂດ ເຕິຍງວຽນ, ເສັ້ນທາງສາຍຕ່າງໆຢູ່ແຫ່ງນີ້ ຖືກປົກຄຸມໄປດ້ວຍຫົ່ມເຢັນຂອງຕົ້ນໄມ້, ບັນຍາກາດເຢັນສະບາຍ. ສິ່ງທີ່ພາໃຫ້ແຂກທ່ອງທ່ຽວມີຄວາມປະຫຼາດໃຈທີ່ສຸດ ເມື່ອມາຮອດນະຄອນ ບວນມາທວດ ແມ່ນໄດ້ເດີນຕາມບັນດາເສັ້ນທາງ ຖືກປົກຄຸມໄປດ້ວຍຫົ່ມເຢັນຕົ້ນໄມ້ຂຽວອຸ່ມທຸ່ມ, ໄດ້ສູບເອົາອາກາດປອດໂປ່ງ ເຊິ່ງຍາກທີ່ຈະຫາໄດ້ຢູ່ນະຄອນໃດໆ ຢູ່ ຫວຽດນາມ. ນະຄອນ ບວນມາທວດ ຖືກທຳມະຊາດດົນບັນດານໃຫ້ມີເຂດດິນແດງ ບາຊານ ທີ່ອຸດົມສົມບູນ, ດິນຟ້າອາກາດເຢັນສະບາຍຕະຫຼອດປີ ບໍ່ເຄີຍເກີດຝົນຕົກໜັກ ພະຍຸ ດັ່ງນັ້ນຕົ້ນໄມ້ໃບຫຍ້າເຕີບໂຕດີທີ່ສຸດ. ມີຫ້ວຍ ແອຕາມແລນ ໄຫຼຜ່ານນະຄອນ ເຊິ່ງບໍ່ພຽງແຕ່ເປັນແຫຼ່ງສະໜອງນ້ຳ ແລະ ລະບາຍນ້ຳເທົ່ານັ້ນຫາກຍັງຊ່ວຍລະບົບຊີວະພາບ ເພີ່ມຄວາມອຸດົມສົມບູນຂຶ້ນຕື່ມ ເປັນຕົ້ນແມ່ນຕົ້ນໄມ້ຢູ່ເຂດແຄມຫ້ວຍ ໄດ້ສ້າງເປັນເຂດສີຂຽວຍາວຢຽດ ອັນໄດ້ເພີ່ມຄວາມງາມໃຫ້ແກ່ເຂດຕົວເມືອງ. ພາຍຫຼັງໄດ້ຮັບການຮັບຮອງແມ່ນຕົວເມືອງປະເພດໜຶ່ງ ຂຶ້ນກັບແຂວງ ດັກລັກ ເປັນເວລາກວ່າ 10 ປີ, ນະຄອນ ບວນມາທວດ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ ແຕ່ກໍ່ຍັງຄົງຮັກສາສີຂຽວຂອງທຳມະຊາດໃຫ້ແກ່ນະຄອນ. ບ້ານ ອະກໍເດິຮົງ  ຢູ່ໃຈກາງນະຄອນ ບວນມາທວດ ກໍ່ແມ່ນສະຖານທີ່ດູດດື່ມ ສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ໝູ່ບ້ານແຫ່ງນີ້ຍັງໄດ້ຮັບຖືວ່າ ແມ້ນແຫ່ງເກັບຮັກສາບັນດາຄວາມງາມ ແລະ ສີສັນວັດທະນະທຳຂອງຊາວເຜົ່າ ເອເດ. ນາງ ເຮິຕິບອາລີວ ເລຂາຄະນະຊາວໜຸ່ມບ້ານ ອະກໍເດິຮົງ ໃຫ້ຮູ້ວ່າ:

       “ພວກຂ້າພະເຈົ້າກໍ່ມີຄວາມໂຊກດີ ຍ້ອນໄດ້ດຳລົງຊີວິດຢູ່ໝູ່ບ້ານທີ່ມີຄວາມປາຖະໜາ ຢາກຮັກສາວັດທະນະທຳຂອງຕົນ. ແຕ່ລະຄອບຄົວໃນໝູ່ບ້ານພວກຂ້າພະເຈົ້າ ກໍ່ລ້ວນແຕ່ຮັກສາເຮືອນຮ້ານ,  ວັດທະນະທຳດື່ມເຫຼົ້າໄຫ, ຊຸດອາພອນປະຈຳເຜົ່າ. ຄຸນຄ່າວັດທະນະທຳຂອງຊົນເຜົ່າ ແມ່ນມີຄວາມສຳຄັນທີ່ສຸດ, ເຮົາຕ້ອງມີຄວາມນິຍົມຊົມຊອບທາງດ້ານວັດທະນະທຳ ຈຶ່ງສາມາດຮັກສາໄດ້”.

      ບໍ່ພຽງແຕ່ຢູ່ບ້ານ ອາກໍເດິຮົງ ເທົ່ານັ້ນ ຫາກຍັງມີຫຼາຍໝູ່ບ້ານອື່ນໆ ຢູ່ນະຄອນ ບວນມາທວດ, ປະຊາຊົນໄດ້ຮັກສາເສີມຂະຫຍາຍສີສັນວັດທະນະທຳ ຕິດພັນກັບການພັດທະນາເສດຖະກິດ. ຄືຢູ່ບ້ານ ປັນລຳ, ເຕິງຢູ, ກະເຣິງ ບຣົງອາ... ມີຫຼາຍຄອບຄົວໄດ້ພັດທະນາອາຊີບຕ່ຳແຜ່ນແພພື້ນເມືອງ, ເຮັດເຄື່ອງຈັກສານ, ເຮັດເຫຼົ້າໄຫ ເພື່ອເພີ່ມລາຍຮັບໃຫ້ແກ່ຄອບຄົວ. ນາງ ເຮີຢາມເບີກະຣົງ ປະທານບ້ານ ເຕິງຢູ  ຕາແສງ ເອຍອາກາວ ນະຄອນ ບວນມາທວດ ຜູ້ອຳນວຍການສະຫະກອນຕ່ຳແຜ່ນແພພື້ນເມືອງ ເຕິງບົງ ໃຫ້ຮູ້ວ່າ:

       “ນັບແຕ່ເມື່ອສະຫະກອນຄ່ອຍໆຂະຫຍາຍຕົວ, ກໍໄດ້ປັບປຸງຫຼາຍຮູບແບບຜະລິດຕະພັນທີ່ແທດເໝາະກັບເກນອາຍຸ, ດັ່ງນັ້ນ ບໍ່ພຽງແຕ່ຜູ້ອາຍຸສູງໃນໝູ່ບ້ານຊົມຊອບເທົ່ານັ້ນ ຫາກຍັງມີໄວໜຸ່ມ ເຂົາເຈົ້າກໍ່ຊົມຊອບຊຸດອາພອນ ແຜ່ນແພພື້ນເມືອງຂອງຊາວເຜົ່າ ເອເດ ອີກດ້ວຍ. ມາຮອດປັດຈຸບັນ ຜະລິດຕະພັນຂອງໝູ່ບ້ານ ກໍ່ຫຼາກຫຼາຍສີສັນກວ່າເກົ່າ ສົ່ງອອກກໍ່ດີກວ່າ. ດັ່ງນັ້ນໃນປັດຈຸບັນ ບໍ່ພຽງແຕ່ຜະລິດບັນດາປະເພດສິນຄ້າຄືເມື່ອກ່ອນນີ້ເທົ່ານັ້ນ ຫາກຍັງຕ້ອງສ້າງຜະລິດຕະພັນເປັນຫຼາຍຮູບຫຼາຍແບບ ເພື່ອໃຫ້ທຸກໆຄົນສາມາດນຳໃຊ້ ແລະ ເລືອກເຟັ້ນເອົາປະເພດສິນຄ້າທີ່ຕົນເອງຊົມຊອບ".

       ພາຍຫຼັງໄດ້ຮັບປົດປ່ອຍເປັນເວລາ 46 ປີ ຈາກແທດສະບານເມືອງທີ່ຮົກເຮື້ອເປົ່າຫວ່າງ, ບວນມາທວດ ໄດ້ບືນຕົວຂຶ້ນປ່ຽນແປງໃໝ່ຢ່າງແຂງແຮງ. ດ້ວຍບັນດາທ່າໄດ້ປຽບທີ່ມີຢູ່ແລ້ວ ກ່ຽວກັບເງຶ່ອນໄຂທຳມະຊາດ ແລະ ສີສັນວັດທະນະທຳ, ນະຄອນ ບວນມາທວດ ຈະສືບຕໍ່ພັດທະນາເພື່ອສົມກັບເປັນເຂດຕົວເມືອງ ໃຈກາງຂອງເຂດ ເຕິຍງວຽນ, ແມ່ນນະຄອນເຂດພູພຽງທີ່ຂຽວສະອາດສວຍງາມ ແລະ ທັນສະໄໝ ອັນໄດ້ສ້າງຂີດໝາຍທີ່ເລິກເຊິ່ງໃຫ້ແກ່ແຂກທ່ອງທ່ຽວທີ່ມາຈາກສາລະທິດ.

ຕອບກັບ

ຂ່າວ/ບົດ​ອື່ນ