ບັນດາປູຊະນີຍະສະຖານປະຫວັດສາດທີ່ພົ້ນເດັ່ນໃນແຂວງກວາງງ້າຍ

(VOVWORLD) -     ແຂວງກວາງງ້າຍນອນຢູ່ເຂດແຄມທະເລພາກກາງຫວຽດນາມ, ໃນໄລຍະສົງຄາມ ເຄີຍເປັນສະໜາມຮົບທີ່ດຸເດືອດ. ກວາງງ້າຍໃນວັນນີ້ມີຮອງຮ່ອຍສະຖານ ຫຼາຍແຫ່ງ ທີ່ເປັນຂີດໝາຍແຫ່ງໄຊຊະນະທີ່ລື່ຊາຜາກົດ, ຄວາມເຈັບປວດ, ຄວາມສູນເສຍໃນສົງຄາມ.

ມາຢ້ຽມຢາມບັນດາປູຊະນີຍະສະຖານ, ແຂກທ່ອງທ່ຽວມີຄວາມເຂົ້າໃຈຕື່ມອີກກ່ຽວກັບການປະກອບສ່ວນຂອງຊາວກວາງງ້າຍ, ຂອງກອງທັບ ແລະ ປະຊາຊົນໃນທົ່ວປະເທດໃນພາລະກິດຕໍ່ສູ້ປົດປ່ອຍຊາດ. ໃນລາຍການຄົ້ນຫາຫວຽດນາມພາກນີ້, ພວກເຮົາຂໍແນະນຳບົດຂອງໂຕຕ້ວນທີ່ພາດຫົວຂໍ້ວ່າ “ບັນດາປູຊະນີຍະສະຖານປະຫວັດສາດທີ່ພົ້ນເດັ່ນໃນແຂວງກວາງງ້າຍ” ເຊີນທ່ານຕິດຕາມຮັບຟັງ.

ບັນດາປູຊະນີຍະສະຖານປະຫວັດສາດທີ່ພົ້ນເດັ່ນໃນແຂວງກວາງງ້າຍ  - ảnh 1

ເຂດຮອງຮອຍສະຖານສຸກສາລາ ດັ້ງທຸຍເຈີມ (ພາບອິນເຕີແນັດ)

      ສະຖານທີ່ຊຶ່ງບັນດາຄະນະນັກທ່ອງທ່ຽວເຄີຍມາຢ້ຽມຊົມ, ນັ້ນແມ່ນເຂດອະນຸສອນສະຖານອະດີດນາຍົກລັດຖະມົນຕີ ຝ້າມວັນດົງຢູ່ຕາແສງດຶກເຕີນ, ເມືອງໂມະດຶກ. ນີ້ແມ່ນບ້ານເກີດເມືອງນອນ, ແຫ່ງໃຫ້ກຳເນີດ ແລະ ເຕີບໂຫຍ່ຂອງນາຍົກລັດຖະມົນຕີ ຝ້າມວັນດົງ. ຢູ່ແຫ່ງນີ້ ຍັງຮັກສາເຮືອນຢູ່ຂອງ ນາຍົກລັດຖະມົນຕີ ຝ້າມວັນດົງຄາວຍັງນ້ອຍ, ໃນບໍລິເວນເຂດປູຊະນີຍະສະຖານ ກໍຍັງມີເຂດວາງສະແດງຮູບຖ່າຍ, ວັດຖຸເອກະສານເກືອບ 500 ຢ່າງ, ອັນໄດ້ຊ່ວຍຜູ້ຊົມເຂົ້າໃຈຕື່ມອີກກ່ຽວກັບພາລະກິດຂອງອະດີດ ນາຍົກລັດຖະມົນຕີ ຝ້າມວັນດົງ. ທ່ານ ແມ່ນຜູ້ດຳລົງຕຳແໜ່ງນາຍົກລັດຖະມົນຕີເປັນໄລຍະຍາວກວ່າໝູ່ (1955-1987).  ທ່ານແມ່ນຜູ້ນຳທີ່ມີບັນດາບົດຮຽນພຶດຕິກຳຕົວຈິງຫຼາຍຢ່າງ, ມີວິໄສທັດຍຸດທະສາດ. ມານີ້, ຜູ້ຊົມທັງຫຼາຍຕ່າງກໍຕື້ນຕັນໃຈຮັບຊົມບັນດາຮູບຖ່າຍ, ວັດຖຸພັນທີ່ເຄີຍຕິດພັນກັບບຸກຄົນໜຶ່ງທີ່ເຕັມໄປດ້ວຍພູມປັນຍາ, ມີຄວາມສູງສົ່ງທາງ

ດ້ານບຸກຄະລິກກະພາບ, ມີຄວາມລຽບງ່າຍ, ໃກ້ຊິດສະໜິດສະໜົມໃນວິຖິຊີວິດ ແລະ ບັນດາຮູບຖ່າຍວັດຖຸພັນທີ່ສະແດງໃຫ້ເຫັນອາລົມຈິດຄວາມຮັກແພງຂອງ ນາຍົກລັດຖະມົນຕີ ຝ້າມວັນດົງທີ່ສະຫງວນໃຫ້ແກ່ບ້ານເກີດເມືອງນອນ. ໃນຄະນະນັກຮຽນໄປຢ້ຽມຢາມເຂດອະນຸສອນສະຖານ, ນ້ອງຮີງທິກິມຈາງ ນັກຮຽນສັງກັດໂຮງຮຽນມັດທະຍົມຕອນປ່າຍ ຝ້າມວັນດົງ ໃນແຂວງກວາງງ້າຍເປີດເຜີຍວ່າ :

    “ ນ້ອງມີຄວາມເປັນກຽດທີ່ໄດ້ຮຽນໃນໂຮງຮຽນທີ່ໃສ່ຊື່ຂອງ ນາຍົກລັດຖະມົນຕີ ຝ້າມວັນດົງ. ຜ່ານການຮຽນວິຊາປະຫວັດສາດ, ແລ້ວກໍໄດ້ໄປທັດສະນະສຶກສາຕົວຈິງຢູ່ນີ້, ນ້ອງສາມາດເຂົ້າໃຈຫຼາຍກ່ວາກ່ຽວກັບຊີວິດ, ພາລະກິດການເຄື່ອນໄຫວປະຕິວັດຂອງລຸງຝ້າມວັນດົງ. ນ້ອງມີຄວາມເອກອ້າງທະນົງໃຈກ່ຽວກັບບ້ານເກີດເມືອງນອນຂອງຕົນ, ໃນພາຍພາກໜ້າ, ເມື່ອໃຫຍ່ຂຶ້ນ, ນ້ອງຢາກກາຍເປັນພົນລະເມືອງທີ່ມີຜົນປະໂຫຍດຕໍ່ສັງຄົມເພື່ອສົມກັບເປັນນັກຮຽນຂອງໂຮງຮຽນມັດທະຍົມຕອນປ່າຍ ຝ້າມວັນດົງ ”

ບັນດາປູຊະນີຍະສະຖານປະຫວັດສາດທີ່ພົ້ນເດັ່ນໃນແຂວງກວາງງ້າຍ  - ảnh 2

ເຂດປູຊະນີຍະສະຖານທີ່ລືຊື່ຮ່ອງຮອຍສະຖານເຫດເຂັ່ນຂ້າສາມັນຊົນເຊີນ (ພາບອິນເຕີແນັດ)

   ຢູ່ທາງທິດໃຕ້ນະຄອນກວາງງ້າຍ ກໍມີປູຊະນີຍະສະຖານແຫ່ງໜຶ່ງເປັນທີ່ຮູ້ຈັກກັນດີສຳລັບແຂກທ່ອງທ່ຽວທັງຢູ່ພາຍ ແລະ ຕ່າງປະເທດ, ນັ້ນແມ່ນເຂດຮອງຮອຍສະຖານສຸກສາລາ ດັ້ງທຸຍເຈີມ. ເຂດປູຊະນີຍະສະຖານແຫ່ງນີ້ນອນໃນບໍລິເວນເມືອງໂຝດຶກ ຊຶ່ງເປັນບ່ອນຈາລຶກວິລະກຳຂອງນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ. ຢູ່ບ່ອນນີ້ໄລຍະຕໍ່ສູ້ຕ້ານຈັກກະພັດອາເມລິກາກູ້ຊາດ, ທ່ານໝໍຍິງ ດັ້ງທຸຍເຈີມ (1942-1970) ໄດ້ດຳລົງຊີວິດ ແລະ ຕໍ່ສູ້, ເຮັດວຽກ ແລະ ໄດ້ ເສຍສະຫຼະຊີວິດເພື່ອຊາດຂະນະທີ່ຍັງມີອາຍຸພຽງ 28 ປີເທົ່ານັ້ນ. ໃນສຸກສາລາ, ກໍມີເຂດວາງສະແດງຮູບຖ່າຍ, ວັດຖຸພັນທີ່ກ່ຽວຂ້ອງເຖິງຊີວິດຂອງນັກຮົບວິລະຊົນ, ທ່ານໝໍຍິງທີ່ໄດ້ ເສຍສະຫຼະຊີວິດເພື່ອຊາດ. ຢູ່ຂ້າງເຮືອນອະນຸສອນສະຖານ ແມ່ນສຸກສາລາປະກອບດ້ວຍຄົບທຸກຂະແໜງປິ່ນປົວ ແລະ ພາຫະນະອຸປະກອນການແພດເພື່ອຮັບໃຊ້ຊາວທ້ອງຖິ່ນ. ທ່ານ ວໍ້ແທງ ຢູ່ຕາແສງໂຝເຈົາ, ເມືອງດຶກໂຝ ຄົນເຈັບໄດ້ຮັບການປິ່ນປົວຢູ່ສຸກສາລາແຫ່ງນີ້ ໃຫ້ຮູ້ວ່າ :

   “ ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດ ກ່ຽວກັບບ້ານເກີດເມືອງນອນຂອງຕົນ, ແຫ່ງທີ່ມີທ່ານໝໍຍິງ ດັ້ງທຸຍເຈີມ ຈາກຮ່າໂນ້ຍມານີ້ປະຕິບັດງານໃນຊຸມວັນເດືອນປີແຫ່ງສົງຄາມ ແລະ ໄດ້ຮັບການຊ່ວຍເຫຼືອຈາກປະຊາຊົນຢູ່ແຫ່ງນີ້. ທ່ານໝໍຍິງ ດັ້ງທຸຍເຈີມ ເຄີຍຮັບໃຊ້ກອງທັບ ແລະ ປະຊາຊົນທຳການຕໍ່ສູ້. ປະຈຸບັນ, ສຸກສາລາມີຖັນແຖວແພດໝໍຢ່າງຄົບຖ້ວນເພື່ອປິ່ນປົວໃຫ້ຄົນເຈັບ ”

    ນອກຈາກນັ້ນ, ຢູ່ກວາງງ້າຍ ກໍຍັງມີເຂດປູຊະນີຍະສະຖານທີ່ລືຊື່ໃນໂລກ, ນັ້ນແມ່ນຮ່ອງຮອຍສະຖານເຫດເຂັ່ນຂ້າສາມັນຊົນເຊີນມີ້ ຊຶ່ງແມ່ນບ່ອນຢັ້ງຢືນໂທດກຳຂອງທະຫານອາເມລິກາໃນສົງຄາມຮຸກຮານຫວຽດນາມ ແລະ ກໍແມ່ນບ່ອນອາໄລຫາບັນດາຜູ້ຄົນທີ່ເສຍຊີວິດໃນເຫດເຂັ່ນຂ້າສາມັນຊົນນີ້ຂອງທະຫານອາເມລິກາ.

       ບັນດາປູຊະນີຍະສະຖານປະຫວັດສາດຢູ່ກວາງງ້າຍ ບໍ່ພຽງແຕ່ແມ່ນບ່ອນເພື່ອໃຫ້ແຂກທ່ອງທ່ຽວທັງຢູ່ພາຍ ແລະ ຕ່າງປະເທດສາມາດເຂົ້າໃຈຕື່ມກ່ຽວກັບອະດີດຕະການຂອງສົງຄາມເທົ່ານັ້ນ, ຫາກຍັງແມ່ນຍ່ອນສຶກສາອົບຮົມມູນເຊື້ອປະຕິວັດຂອງຊາດ, ຂອງບ້ານເກີດເມືອງນອນທີ່ມີຕໍ່ໄວໜຸ່ມຫວຽດນາມລຸ່ນຕ່າງໆໃນອະນາຄົດອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ